ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນວ່າລາວ ຈະສາມາດ ເກັບກູ້ ລະເບີດ ບໍ່ທັນແຕກ ໄດ້ໄວ ແລະປອດໄພຂຶ້ນ ໂດຍການໃຊ້ ລົດໂຄມັດຊຶ


ລົດກົນຈັກ ໂຄມັດຊຶ (Komatsu)  ລຸ້ນ PC-130 ທີ່ອອກແບບມາ  ເພື່ອການເກັບກູ້ ແລະທໍາລາຍລະເບີດ ເປັນການສະເພາະ ທີ່ໄດ້ຮັບການຊ່ວຍເຫລືອ ຈາກອົງການເກັບກູ້ລະເບີດຂອງ ລັດຖະບານຍີ່ປຸ່ນ (JMAS).
ລົດກົນຈັກ ໂຄມັດຊຶ (Komatsu)  ລຸ້ນ PC-130 ທີ່ອອກແບບມາ  ເພື່ອການເກັບກູ້ ແລະທໍາລາຍລະເບີດ ເປັນການສະເພາະ ທີ່ໄດ້ຮັບການຊ່ວຍເຫລືອ ຈາກອົງການເກັບກູ້ລະເບີດຂອງ ລັດຖະບານຍີ່ປຸ່ນ (JMAS).

ຜູ້ຊ່ຽວຊານຂອງລັດຖະບານຍີ່ປຸ່ນ ເຊື່ອໝັ້ນວ່າ ການນໍາໃຊ້ລົດກົນຈັກ ທີ່ອອກແບບ
ມາເພື່ອການເກັບກູ້ ແລະທໍາລາຍລະເບີດເປັນການສະເພາະນັ້ນ ຈະເຮັດໃຫ້ການ
ເກັບກູ້ລະເບີດ UXO ໃນລາວມີປະສິດທິພາບສູງຂຶ້ນ.

ທ່ານມາໂກໂຕະ ໄຊໂຈ ຜູ້ຊ່ຽວຊານການເກັບກູ້ລະເບີດຂອງອົງການເກັບກູ້ລະເບີດ
ຂອງລັດຖະບານຍີ່ປຸ່ນ (JMAS) ຢືນຢັນວ່າ ການນໍາໃຊ້ລົດກົນຈັກ ໂຄມັດຊຶ
(Komatsu) ລຸ້ນ PC-130 ທີ່ອອກແບບມາເພື່ອການເກັບກູ້ ແລະທໍາລາຍລະເບີດ
ເປັນການສະເພາະນັ້ນຈະເຮັດໃຫ້ການເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກ ຫລື
UXO ທີ່ຕົກຄ້າງຢູ່ໃນລາວສາມາດດໍາເນີນການໄດ້ຢ່າງມີປະສິດທິພາບສູງຂຶ້ນ
ທັງຍັງມີຄວາມປອດໄພຕໍ່ຊີວິດ ຮ່າງກາຍຂອງບຸກຄະລາກອນ ທີ່ທໍາການສໍາຫລວດ
ແລະເກັບກູ້ລະເບີດອີກດ້ວຍ ດັ່ງທີ່ທ່ານໄດ້ຢືນຢັນວ່າ

ທ່ານມາໂກໂຕະ ໄຊໂຈ ບອກວ່າ ລົດກົນຈັກດັ່ງກ່າວນີ້ ສາມາດທໍາການເກັບກູ້ລະເບີດ
ໄດ້ໃນທັນທີ ໂດຍບໍ່ຕ້ອງມີການຕໍ່ສາຍຄະນວນເຂົ້າໃສ່ກັບລະເບີດທີ່ຈະທໍາລາຍແຕ່
ຢ່າງໃດ ທັງຍັງສາມາດກວດຈັບສັນຍານ ວັດຖຸລະເບີດໄດ້ໃນຕົວ ຈຶ່ງສາມາດເກັບກູ້
ລະເບີດໄດ້ຢ່າງວ່ອງໄວ ທັງຍັງຊ່ວຍປະຢັດ ງົບປະມານໄດ້ຫລາຍກວ່າ 3 ເທົ່າ ເມື່ອ
ທຽບກັບການໃຊ້ຈ່າຍໃນການປະຕິບັດງານຂອງຄົນອີກດ້ວຍ.

ພະນັກງານເກັບກູ້ລະເບີດບໍ່ທັນແຕກ ຫລື UXO ກໍາລັງໃຊ້ລົດກົນຈັກ ໂຄມັດຊຶ (Komatsu) ລຸ້ນ PC-130 ເພື່ອເກັບກູ້ UXO ໃນແຂວງຊຽງແຂວງ
ພະນັກງານເກັບກູ້ລະເບີດບໍ່ທັນແຕກ ຫລື UXO ກໍາລັງໃຊ້ລົດກົນຈັກ ໂຄມັດຊຶ (Komatsu) ລຸ້ນ PC-130 ເພື່ອເກັບກູ້ UXO ໃນແຂວງຊຽງແຂວງ

ທັງນີ້ ໂດຍ JMAS ໄດ້ນຳໃຊ້ລົດກົນຈັກ ໂຄມັດຊຶ ລຸ້ນ PC-130 ໃນແຂວງຊຽງຂວາງ
ເປັນເຂດທຳອິດໃນໄລຍະ 2 ປີ ແລະ ຫຼັງຈາກນັ້ນ ຈຶ່ງສະຫຼຸບຜົນເພື່ອຂະຫຍາຍການ
ດຳເນີນງານໄປໃນແຂວງອື່ນໆຕໍ່ໄປ ດັ່ງທີ່ທ່ານ ກິ່ງເພັດ ມະນີວົງ ຜູ້ປະສານງານ
ອົງການເກັບກູ້ລະເບີດແຫ່ງຊາດ ລາວ ປະຈຳແຂວງຊຽງຂວາງ ໄດ້ໃຫ້ການຢືນ
ຢັນວ່າ.

"JMAS ເປັນອົງການນຶ່ງທີ່ຮ່ວມມືກັບອົງການເກັບກູ້ລະເບີດແຫ່ງຊາດ ລາວ ໂດຍສະ
ເພາະກໍແມ່ນການນຳໃຊ້ກົນຈັກມາທົດລອງນຳໃຊ້ທຳລາຍລູກລະເບີດບົມບີ ຢູ່ແຂວງ
ຊຽງຂວາງ ແລ້ວກໍແມ່ນແຂວງຊຽງຂວາງແຂວງດຽວທີ່ໄດ້ດຳເນີນການຮ່ວມມືກັບອົງ
ການ JMAS ຖືວ່າອັນນີ້ເປັນການວາງແຜນຮ່ວມກັນອັນທີ 2 ການປະເມີນຜົນວຽກ
ງານຮ່ວມກັນ ອັນທີ 3 ເອີ້ນວ່າການຮຽນຮູ້ບົດຮຽນຊຶ່ງກັນ ແລະ ກັນ ພວກເຮົາກໍມີ
ຄວາມຕ້ອງການໃນການນຳໃຊ້ກົນຈັກເຂົ້າມາຊ່ວຍແລ້ວກະທຳລາຍລະເບີດ ກວດກູ້
ລະເບີດ ເພື່ອມັນຈະມີການປະຢັດທາງດ້ານວັດຖຸລະເບີດແດ່ ເພາະວ່າລົດທີ່ເຂົ້າມາ
ນີ້ມັນສາມາດຂົບລູກລະເບີດໄດ້ຈຳນວນຫຼາຍ."

ທາງດ້ານທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງວ່າການຄະນະກຳມະການຄຸ້ມ
ຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ລາວ (Lao UXO)
ກໍໃຫ້ການຢືນຢັນວ່າ ການຈັດຕັ້ງປະຕິບັດແຜນການສຳຫຼວດ ແລະ ເກັບກູ້ລະເບີດ
UXO ທີ່ເປັນການຮ່ວມມືລະຫວ່າງລັດຖະບານ ລາວ ກັບ ນານາຊາດ ໃນໄລຍະທີ 3
ແຕ່ປີ 2017-2021 ທີ່ໄດ້ລົງນາມໃນຂໍ້ຕົກລົງຮ່ວມກັນ ນັບແຕ່ເດືອນກໍລະກົດ 2017
ເປັນຕົ້ນມາແລ້ວນັ້ນ ກໍໄດ້ເນັ້ນໜັກໃຫ້ຄວາມສຳຄັນເປັນພິເສດໃນການເສີມຂະຫຍາຍ
ການຮ່ວມມືລະຫວ່າງ Lao UXO ກັບອົງການທີ່ບໍ່ຂຶ້ນກັບລັດຖະບານ ໃນລະດັບສາ
ກົນໃຫ້ຫຼາຍຂຶ້ນ ເພາະເຊື່ອວ່າ ຈະເຮັດໃຫ້ການຈັດຕັ້ງປະຕິບັດມີປະສິດທິພາບສູງຂຶ້ນ
ຊຶ່ງລວມເຖິງການຮ່ວມມືກັບທາງການສະຫະລັດອາເມຣິກາ ອີກດ້ວຍ.

ທັງນີ້ໂດຍທາງການ ສະຫະລັດ ອາເມຣິກາ ໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ລັດຖະບານ
ລາວ ໃນມູນຄ່າ 1 ລ້ານ 7 ແສນໂດລາສຳລັບນຳໃຊ້ການສຳຫຼວດທີ່ບໍ່ແມ່ນວິຊາການ
ໃນພື້ນທີ່ 950 ບ້ານໃນເຂດພາກໃຕ້ໃນປີ 2017 ໂດຍຈະດຳເນີນການສຳຫຼວດຮ່ວມ
ກັນລະຫວ່າງ Lao UXO ກັບບັນດາ NGO ໃນ ລາວ ເພື່ອເຮັດໃຫ້ການສຳຫຼວດມີປະ
ສິດທິພາບສູງຂຶ້ນກວ່າຜ່ານມາ ທັງຍັງຈະສຳຫຼວດແບບວິຊາການໃນເຂດ 388 ບ້ານ
ພາຍໃຕ້ເປົ້າໝາຍ ເພື່ອເກັບກູ້ UXO ໃຫ້ໝົດໄປຈາກເຂດທີ່ຢູ່ອາໄສ ແລະ ທີ່ທຳກິນ
ຂອງປະຊາຊົນໃນພື້ນທີ່ດັ່ງກ່າວຢ່າງສິ້ນເຊີງ.

ຫຼ້າສຸດ ລັດຖະບານສະຫະລັດ ໂດຍທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ
ສະຫະລັດ ປະຈຳສປປ ລາວ ກໍໄດ້ຕົກລົງໃຫ້ການຊ່ວຍເຫຼືອ Lao UXO ໃນມູນຄ່າ 4
ລ້ານ 5 ແສນໂດລາ ສຳລັບນຳໃຊ້ໃນການສຳຫຼວດ ແລະ ເກັບກູ້ລະເບີດ UXO ໃນ
ເຂດ 4 ເມືອງຂອງແຂວງສະຫວັນນະເຂດ ກໍຄືເມືອງ ເຊໂປນ, ເມືອງພິນ, ເມືອງວິລະ
ບູລີ ແລະ ເມືອງນອງ ມີກຳນົດການດຳເນີນງານໃຫ້ສຳເລັດໃນ 15 ເດືອນຕໍ່ໜ້າ ແລະ
ກ່ອນໜ້ານີ້ ສະຫະລັດ ກໍໃຫ້ການຊ່ວຍເຫຼືອໃນມູນຄ່າ 3 ລ້ານໂດລາ ເພື່ອນຳໃຊ້ໃນ
ການເກັບກູ້ UXO ໃນເຂດ 94 ບ້ານທີ່ເມືອງໜອງແຮດ, ເມືອງຄູນ ແລະ ເມືອງຜາໄຊ
ໃນແຂວງຊຽງຂວາງອີກດ້ວຍ.

ທາງການ ລາວ ໄດ້ສຳຫຼວດ ແລະ ເກັບກູ້ UXO ນັບຕັ້ງແຕ່ປີ 1997 ເປັນຕົ້ນມາ ໂດຍ
ມາຮອດປັດຈຸບັນນີ້ກໍປາກົດວ່າ ສາມາດເກັບກູ້ UXO ໄດ້ໃນພື້ນທີ່ກວ່າ 50,000 ເຮັດ
ຕາ ໂດຍເກັບກູ້ ແລະ ທຳລາຍ UXO ໄດ້ຫຼາຍກວ່າ 1 ລ້ານໜ່ວຍ ໃນນີ້ລວມເຖິງລະ
ເບີດລູກຫວ່ານ 8 ແສນກວ່າໜ່ວຍ ແລະ ລະເບີດຂະໜາດໃຫຍ່ຫຼາຍກວ່າ 1,500
ໜ່ວຍ.

XS
SM
MD
LG