ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການເລືອກຕັ້ງ ຂັ້ນຕົ້ນ ໃນລັດ Utah ເປັນກະແຈ ອັນສຳຄັນ ຕໍ່ຕົວເລກ ຂອງຜູ້ຕາງໜ້າພັກ


ຜູ້ສະໝັກປະທານາທິບໍດີ ພັກຣີພັບບລິກັນ ທ່ານ Donald Trump.
ຜູ້ສະໝັກປະທານາທິບໍດີ ພັກຣີພັບບລິກັນ ທ່ານ Donald Trump.

ວັນ​ອັງຄານມື້ນີ້ ​ບໍ່​ມີຖານະ​ “ພິ​ເສດ​ຫຼື super” ຄື​ກັນ​ກັບ​ວັນ​ອັງ
ຄານອື່ນໆ​ໃນ​ເດືອນນີ້ ​ແຕ່ວ່າ​ພັກຣີພັບບລິ​ກັນ​ຈະຕິດ​ຕາມ​ສິ້ງ​
ຊອມ​ເບິ່ງ​ຢ່າງ​ໃກ້ຊິດ ​ໃນການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຢູ່ໃນ​ລັດ Utah
ບ່ອນແຂ່ງຂັນ​ຫລ້າ​ສຸດ ໃນ​ຄວາມ​ພະ​ຍາ​ຍາມ​ສະ​ເໜີແຕ່ງຕັ້ງຜູ້
​ໃດ​ຜູ້​ໜຶ່ງ ​ນອກ​ເໜືອ​ໄປ​ຈາກ​ຜູ້ມີ​ຄະ​ແນນ​ສຽງນຳ​ໜ້າຂອງ​ພັກ
ທ່ານ Donald Trump.

ລັດ Utah ​ແມ່ນ​ກ່ຽວ​ກັບຕົວ​ເລກຂອງ​ຜູ້ຕາງໜ້າ​ທັງ​ໝົດ ​ໃນ
​ຂະນະ​ທີ່​ທ່ານ Trump ພະຍາຍາ​ມ​ຫຍັບ​ໃກ້​ເຂົ້າໄປ​ຕື່ມ ​ເພື່ອ​
ໃຫ້​ໄດ້​ຮັບ​ຜູ້ຕາງໜ້າ​ 1,237ຄົນ ທີ່ທ່ານ​ຕ້ອງ​ການຈະໄດ້​ຮັບ
ການສະ​ເໜີ​ແຕ່ງຕັ້ງ ກ່ອນ​ກອງ​ປະຊຸມ​ໃຫຍ່​ພັກຣີພັລລິ​ກັນ ​ໃນ​
ເດືອນ​ກໍລະ​ກົດ​ຈະ​ມາ​ເຖິງ​ນີ້. ບັນດາ​ພວກ​ຄັດ​ຄ້ານ​ຕໍ່ທ່ານ ຕ້ອງການ​ຢາກ​ໃຫ້​ທ່ານ ​ໄດ້​ຮັບ​ຜູ້​ຕາງໜ້າ​ຕ່ຳ​ກວ່າ​ໂຕ​ເລກ​ດັ່ງກ່າວ​ແລະ​ໃຫ້​ກອງ​ປະຊຸມ​ໃຫຍ່ເປັນ​ຜູ້ປ່ອນ​ບັດ​ເລືອກ​ເອົາ​ແທນ.

ສະມາຊິກ​ສະພາ​ສູງ ທ່ານ Ted Cruz ​ໄດ້​ເປັນ​ຜູ້ມີ​ຄະ​ແນນ​ນຳ​ໜ້າຫຼາຍທີ່​ສຸດໃນ​ການ​
ຢັ່ງ​ສຽງຢູ່ລັດ Utah ຫວ່າງ​ມໍ່ໆ​ມາ​ນີ້ ​ແຕ່​ວ່າ​ຜູ້​ສະໝັກ​ຕ້ອງ​ການ​ຊະນະ ການ​ລົງ​ຄະ​ແນນ
​ສຽງ ​ກາຍ​ສຽງ​ສ່ວນ​ຫຼາຍ ຈຶ່ງ​ຈະ​ໄດ້​ຮັບຜູ້ຕາງໜ້າ​ຂອງ​ພັກ​ທັງ ໝົດ 40 ຄົນ​ຂອງ​ລັດ​ດັ່ງ
ກ່າວ. ຖ້າ​ໄດ້​ຮັບ​ຄະ​ແນນສຽງ ໜ້ອຍ​ກວ່າ​ສຽງສ່ວນ​ຫຼາຍ​ແລ້ວ ​ແລະ​ບັນດາ​ຜູ້ຕາງໜ້າ​
ຈະ​ໄດ້​ຖືກ​ແບ່ງປັນ​ກັນ​ຕາມ​ຈຳ​ນວນອັດຕາ​ທີ່ ຄະ​ແນນ​ທີ່​ຜູ້​ສະໝັກ​ໄດ້​ຮັບ ຮວມທັງ​ຈຳ
ນວນ​ໜຶ່ງ​ໄປ​ເປັນ​ຂອງ​ທ່ານ Trump.

ຜູ້​ທີ່​ຖືກ​ສະ​ເໜີແຕ່ງ​ໃນ​ປີ 2008 ຂອງ​ພັກ​ຣີພັບ​ບລີ​ກັນ ທ່ານ Mitt Romeny ກ່າວ​ວ່າ
ທ່ານ​ຈະ​ປ່ອນ​ບັດ​ເອົາ​ທ່ານ Cruz ​ໃນ​ວັນ​ອັງຄານ​ມື້​ນີ້ ​ແລະ​ຮຽກຮ້ອງ​ໃຫ້​ຄົນ​ອຶ່ນໆ​ເຮັດ
​ເຊັ່ນ​ດຽວກັນ ​ໂດຍ​ຮຽກຮ້ອງ​ໃຫ້​ສະໜັບ​ສະ​ໜູນ​ທ່ານ Cruz ທີ່​ເປັນ​ຊ່ອງ​ທາງ​ດຽວ​ ໄປ​ສູ່​
ການ​ເປີດກວ້າງ​ກອງ​ປະຊຸມ​ໃຫຍ່ຂອງ​ພັກ ​ແລະ​ຢຸດຢັ້ງ​ທ່ານ Trump. ​ໃນອາທິດ​ແລ້ວ​ນີ້
ທ່ານ Romney ​ໄດ້​ສະ​ເໜີ​ໃຫ້​ທ່ານ John Kasich ກ່ອນທີ່​ຜູ້​ປົກຄອງ​ລັດ Ohio ​ໄດ້
​ຊະນະ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຢູ່​ໃນ​ລັດ​ຂອງ​ທ່ານ ຊຶ່ງໄດ້​ປະຕິ​ເສດ​ບໍ່​ໃຫ້​ທ່ານ Trump ​ໄດ້​
ຮັບ​ຜູ້ຕາ​ງໜ້າ​ທັງ​ໝົດຂອງ​ລັດ​ດັ່ງກ່າວ.

​ແຕ່​ວ່າ​ໃນ​ອາທິດ​ແລ້ວນີ້ ການ​ຢັ່ງ​ຫາງ​ສຽງຂອງ​ອົງການ Y2 ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Cruz ​ໄດ້​ຄະ​ແນນສຽງກາຍ​ຫ້າ​ສິບ​ເປີ​ເຊັນ​ພຽງ​ເລັກ​ນ້ອຍຄື​ມີ​ແຕ່ 53ເປີ​ເຊັນ​ເທົ່າ​ນັ້ນ
ທ່ານ Romney ກ່າວວ່າ ການ​ປ່ອນ​ບັດ​ເອົາ​ທ່ານ Kasich“​ແມ່ນ​ການລົງ​ຄະ​ແນນ​ສຽງ​
ໃຫ້​ແກ່​ທ່ານ Donald Trump.”

ຜູ້ສະໝັກປະທານາທິບໍດີ ສະມາຊິກສະພາສູງ ພັກຣີພັບບລິກັນ ທ່ານ Ted Cruz ຈາກລັດ -Texas.
ຜູ້ສະໝັກປະທານາທິບໍດີ ສະມາຊິກສະພາສູງ ພັກຣີພັບບລິກັນ ທ່ານ Ted Cruz ຈາກລັດ -Texas.

ນອກ​ນັນ ພັກຣີພັບ​ບລິກກັນ​ຍັງ​ແຂ່ງຂັນ​ກັນ ຊຶ່ງ​ຜູ້​ຊະນະ​ຈະໄດ້​ຮັບ​ຄະ​ແນນທັງ​ໝົດ ​ໃນ
​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ຢູ່ລັດ Arizona ຊຶ່ງ​ມີ​ຜູ້ຕາງໜ້າ​ທັງ​ໝົດ​ 58 ຄົນ​. ການ​ຢັ່ງ​ສຽງສະ​ແດງ
ໃຫ້​ທ່ານວ່າ ທ່ານ Trump ນຳ​ໜ້າ​ຢ່າງ​ໜ້ອຍ 10 ​ຢູ່​ທີ່​ນັ້ນ. ຫລັງ​ຈາກ​ວັນ​ອັງຄານ​ມື້ນີ້​ແລ້ວ
ພັກຣີພັບ​ບລິ​ກັນ​ມີການ​ຄັດ​ເລືອກ​ຂັ້ນ​ຕົ້​ນຢູ່ພຽງ​ແຕ່​ໃນ​ລັດ​ດຽວ ຄື​ລັດ Wisconsin ກ່ອນ
​ວັນ​ທີ ​19 ​ເດືອນ​ເມສານີ້.

ສຳລັບ​ການ​ແຂ່ງຂັນຂອງ​ພັກ​ເດ​ໂມ​ແຄຣັດນັ້ນ ອະດີດ​ລັດຖະມົນຕີ​ຕ່າງປະ​ເທດ ທ່ານ​ນາງ
Hillary Clinton ຄາດ​ວ່າ​ຈະ​ໄດ້​ຊະນະ​ຢ່າ​ງງ່າຍດາຍ​ໃນ​ວັນ​ອັງຄານ​ມື້​ນີ້​ທີ່​ລັດ Arizona.
ຄູ່​ແຂ່ງ​ຂອງ​ທ່ານ​ນາງ ສະມາຊິກ​ສະພາ​ສູງ​ລັດ Vermont ທ່ານ Bernie Sanders ​ໄດ້​
ເປັນ​ທີ່​ນິຍົມສູງ​ກວ່່າທ່ານ​ນາງ​ໜ້ອຍ​ໜຶ່ງ​ຢູ່​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ທີ່​ລັດ Utah ​ແລະ​
ການ​ປະຊຸມປ່ອນ​ບັດ​ຢູ່​ລັດ Idaho.

XS
SM
MD
LG