ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູທາປະຫານຊີວິດນັກໂທດ ໂດຍການຍິງເປົ້າ


ນາຍ RONNIE LEE GARDNER ໄດ້ຖືກປະຫານ ຊີວິດ ດ້ວຍການຍິງເປົ້າ ທີ່ລັດຢູທາ ທາງພາກຕາເວັນຕົກ ຂອງສະຫະລັດ ເຮັດໃຫ້ຜູ້ກ່ຽວ ເປັນພຽງ ບຸກຄົນທີ 3 ທໍ່ນັ້ນ ທີ່ໄດ້ຖືກ ປະຫານຊີວິດ ດ້ວຍການຍິງເປົ້າ ຢູ່ໃນສະຫະລັດ ນັບແຕ່ປີ 1976 ເປັນຕົ້ນມາ.

ຜະແນກຄວບຄຸມຄຸກ ຂອງລັດ ຢູທາ ກ່າວວ່າ ນາຍ GARDNER ອາຍຸ 49 ປີ ຖືກວິນິດໄສວ່າ ເສຍຊີວິດ ໃນເວລາ 12 ໂມງ 17 ນາທີ ຕາມເວລາທ້ອງຖິ່ນ ໃນຕອນເຊົ້າມືດ ຂອງວັນສຸກມື້ນີ້.

ໂຄສົກກ່າວວ່າ ເຈົ້າໜ້າທີ່ ໄດ້ມັດນາຍ GARDNER ຕິດກັບຕັ່ງ ແລ້ວກໍເອົາຜ້າອັດຕາ ລາວໄວ້ ແລະຕິດເປົ້າ ໃສ່ເອິກຂອງລາວ. ຫຼັງຈາກນັ້ນ ມືປືນອາສາສະມັກ 5 ຄົນ ກໍເຂົ້າ ປະຈຳທີ່ ແລະທຳການຍິງ.

ນຶ່ງໃນປືນຍາວ 5 ກະບອກ ທີ່ໃຊ້ໃນ ການຍິງເປົ້ານັ້ນ ແມ່ນໃຊ້ລູກປອມ ເພື່ອເຮັດໃຫ້ ພວກມືປືນມີຄວາມສົງໄສກ່ຽວກັບວ່າ ໃຜແທ້ເປັນຜູ້ຍິງສັງຫານ.

ນາຍ GARDNER ໄດ້ຖືກຕັດສິນໂທດ ປະຫານຊີວິດ ໃນຖານຍິງ ທະນາຍຄວາມ MICHAEL BURRELL ຕາຍ ຂະນະທີ່ ພວມພະຍາຍາມ ຫຼົບໜີຈາກສານ ໃນປີ 1985.

ຍາດພີ່ນ້ອງ ຫລາຍໆຄົນ ຂອງນາຍ GARDNER ໄດ້ພາກັນ ໃຕ້ທຽນປະທ້ວງ ຢູ່ນອກຄຸກ ຫຼາຍໆຊົ່ວໂມງ ກ່ອນຈະມີ ການປະຫານຊີວິດ ຜູ້ກ່ຽວ.

XS
SM
MD
LG