ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປັ່ນບັນທຸກເຮືອບິນ USS Carl Vinson ທຳການຢ້ຽມຢາມ ຫວຽດນາມຢ່າງເປັນປະຫວັດການ


ກຳປັ່ນບັນທຸກເຮືອບິນ USS Carl Vinson ເດີນທາງໄປຮອດ
ທ່າເຮືອດານັງ (Danang) ຂອງຫວຽດນາມ, ວັນທີ 5 ມີນາ 2018.
ກຳປັ່ນບັນທຸກເຮືອບິນ USS Carl Vinson ເດີນທາງໄປຮອດ ທ່າເຮືອດານັງ (Danang) ຂອງຫວຽດນາມ, ວັນທີ 5 ມີນາ 2018.

ກຳປັ່ນບັນທຸກເຮືອບິນ ຂອງກອງທັບເຮືອສະຫະລັດ ກຳລັງທຳການຢ້ຽມຢາມທ່າເຮືອ
ຂອງຫວຽດນາມ ເປັນຄັ້ງທຳອິດ ນັບຕັ້ງແຕ່ສົງຄາມຫວຽດນາມ ໄດ້ສິ້ນສຸດລົງໃນປີ
1975 ທີ່ຫຼາຍໆຄົນໄດ້ມອງເຫັນວ່າ ເປັນຄວາມພະຍາຍາມຂອງທັງສອງປະເທດ
ທີ່ຈະບັ່ນທອນການຂະຫຍາຍອຳນາດ ຂອງຈີນລົງຢູ່ໃນທະເລຈີນໃຕ້.

ກຳປັ່ນ USS Carl Vinson ຂັບເຄື່ອນດ້ວຍພະລັງນິວເຄລຍ ໂດຍມີລູກເຮືອຫຼາຍກວ່າ
6,000 ຄົນ ຕິດຕາມມາດ້ວຍກຳປັ່ນລົບ ແລະກຳປັ່ນພິຄາດ ໄດ້ວາງສະໝໍຈອດຢູ່ທ່າເຮືອ
ຂອງເມືອງດານັງ ຕັ້ງຢູ່ທາງພາກກາງຂອງຫວຽດນາມ ໃນວັນຈັນມື້ນີ້ ໃນການຢ້ຽມຢາມ
ເປັນເວລາ 5 ວັນ.

ເຖິງແມ່ນວ່າ ນີ້ຈະເປັນຄັ້ງທຳອິດ ທີ່ກຳປັ່ນບັນທຸກເຮືອບິນ ຂອງສະຫະລັດ ຈະໄດ້ທຳ
ການເຂົ້າທຽບທ່າເຮືອຂອງຫວຽດນາມ ກໍຕາມ ແຕ່ພວກກຳປັ່ນລົບລຳນ້ອຍກວ່ານີ້ ກໍໄດ້
ທຳການຢ້ຽມຢາມມາແລ້ວຫຼາຍເທື່ອ ໃນຂະນະທີ່ສາຍພົວພັນ ລະຫວ່າງ ອະດີດສັດຕູ
ໄດ້ຮັບການປັບປຸງ ໃນສອງສາມປີ ບໍ່ດົນນີ້.

ການເຂົ້າໄປຈອດຢູ່ທ່າເຮືອເຫຼົ່ານັ້ນ ກໍລວມທັງການຢ້ຽມຢາມ ໂດຍເຮືອດຳນ້ຳ USS
Frank Cable ແລະ ກຳປັ່ນພິຄາດຕິດລູກສອນໄຟນຳວິຖີ USS John S. McCain
ຢູ່ທີ່ອ່າວ ກຳ ລັນ ເຊິ່ງເປັນສະຖານທີ່ພະລາທິການທະຫານຂອງສະຫະລັດ ໃນລະຫວ່າງ
ສົງຄາມຫວຽດນາມ.

ພວກທະຫານເຮືອ ຈາກກຳປັ່ນບັນທຸກເຮືອບິນຂອງອາເມຣິກາ ມີກຳນົດ ຈະໃຊ້ເວລາ
ຢູ່ທີ່ສູນກາງຮັກສາປິ່ນປົວ ສຳລັບພວກຄົນຜູ້ທີ່ໄດ້ຮັບຜົນກະທົບຈາກ ສານເຄມີສີສົ້ມ ຫຼື
ເອເຈັນ ໂອເລັນຈ໌ ເຊິ່ງເປັນສານເຄມີທີ່ເປັນພິດ ໃຊ້ສະເປຢູ່ໃນພື້ນທີ່ອັນກວ້າງໃຫຍ່
ເພື່ອທຳລາຍພວກໃບໄມ້ທີ່ປົກຄຸມປ່າ ໂດຍກອງທັບສະຫະລັດ ໃນລະຫວ່າງສົງຄາມ
ແລະ ຈະໄປຢູ່ສູນເດັກກຳພ້າ ນຳດ້ວຍ.

ພວກເຂົາເຈົ້າຍັງຈະໄປຫລິ້ນກິລາ ບານບ້ວງ ແລະ ເຕະບານ ກັບປະຊາຊົນໃນທ້ອງຖິ່ນ
ໃນຂະນະດຽວກັນ ວົງດົນຕີຂອງກອງທັບເຮືອ ກໍຈະທຳການສະແດງຄອນເສີດ ເຊັ່ນກັນ.

US Navy Vietnam
please wait
Embed

No media source currently available

0:00 0:00:51 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG