ເກືອບເກີດມີການຕຳກັນ ລະຫວ່າງກຳປັ່ນສະຫະລັດແລະກຳປັ່ນຈີນຢູ່ໃນທະເລຈີນ
ໃຕ້ທີ່ຍັງມີການຍາດແຍ່ງກັນໂດຍໄດ້ສ້າງຄວາມຫວາດຫວັ່ນຢ້ານກົວໃຫ້ແກ່ ບັນດາ
ປະເທດໃນເຂດເອເຊຍ ທີ່ເສດຖະກິດ ແລະຄວາມປອດໄພທາງດ້ານທະຫານ ແມ່ນ
ຂຶ້ນຢູ່ກັບຄວາມສຳພັນລະຫວ່າງຈີນກັບສະຫະລັດ ທີ່ມີຄວາມເຄັ່ງຕຶງ ຢູ່ແລ້ວ ແຕ່ຍັງ
ບໍ່ມີຄວາມຮຸນແຮງເທື່ອ ແລະມີສ່ວນໄດ້ສ່ວນເສຍຕໍ່ຜົນປະໂຫຍດໃນການຮັບມືກັບ
ປັກກິ່ງ.
ກຳປັ່ນລົບສະຫະລັດ USS Decatur ແລ່ນເຂົ້າໄປໃກ້ກຳປັ່ນຈີນໃນທະເລຈີນໃຕ້
ໃນລັດສະໝີ 40 ແມັດ ຢູ່ໃນບໍລິເວນໝູ່ເກາະສະແປລັດລີ ເມື່ອວັນທີ 30 ກັນຍາຜ່ານ
ມາ ເຮັດໃຫ້ກຳປັ່ນສະຫະລັດ ປ່ຽນທິດທາງເດີນ ອີງຕາມລາຍງານຂອງສື່ມວນຊົນ.
ຈີນອ້າງເອົາ 90 ເປີເຊັນຂອງທະເລໃຕ້ ຈາກຝັ່ງທະເລພາກໃຕ້ຂອງຕົນ ແຕ່ສະຫະ
ລັດກ່າວວ່າ ບັນດາປະເທດອື່ນໆມີສິດໃຊ້ຢ່າງຖືກຕ້ອງ.
ໃນວັນເສົາທີ່ຜ່ານມາ ບັນດາຜູ້ນຳຈາກ 10 ປະເທດສະມາຊິກ ຂອງສະມາຄົມບັນ
ດາປະເທດຊາດ ໃນເຂດເອເຊຍອາຄະເນ ຫລືອາຊຽນ ຊຶ່ງສີ່ປະເທດໄດ້ໂຕ້ແຍ້ງກັບ
ຈີນ ໃນການອ້າງເອົາກຳມະສິດ ໃຊ້ກອງປະຊຸມສຸດຍອດ ຢູ່ສິງກະໂປ ເພື່ອຊອກຫາ
ການອະທິບາຍຈາກຈີນ ແລະອາເມຣິກັນທີ່ເຂົ້າຮ່ວມໂດຍ ລັດຖະມົນຕີປ້ອງກັນ
ປະເທດສະຫະລັດ ທ່ານເຈມສ໌ ແມັດຕິສ.
ບັນດາປະເທດເຫລົ່ານັ້ນມີຄວາມເປັນຫ່ວງວ່າ ມື້ໃດມື້ນຶ່ງຖ້າເກີດການຕຳກັນຂຶ້ນ
ອາດຈະເຮັດໃຫ້ປັກກິ່ງເລັ່ງລັດການສ້າງຄ້າຍທະຫານຢູ່ທະເລຈີນໃຕ້ ເພື່ອຂັດ
ຂວາງວໍຊິງຕັນ ອີງຕາມຄຳເວົ້າຂອງພວກນັກຊ່ຽວຊານ. ບັນດາປະເທດເຊັ່ນວ່າ
ມາເລເຊຍ ແລະຫວຽດນາມ ເຫັນຄຸນຄ່າຂອງແຮງຕໍ່ຕ້ານທີ່ມີຢູ່ເພື່ອໃຫ້ໄດ້ຮັບເງິນ
ຈາກຈີນ ທີ່ຕ້ອງການເຂົາເຈົ້າໃຫ້ເຂົ້າຂ້າງຕົນ ນອກໄປຈາກການປ້ອງກັນທາງ
ທະຫານຕໍ່ຕ້ານຈີນຈາກສະຫະລັດ.
ເບິ່ງຄວາມເຫັນ (3)
ໂຫລດຄວາມເຫັນ ຕື່ມອີກ