ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ອາເມຣິກາສະຫລອງວັນເກີດ ມື້ລາງ Martin Luther King Jr.


ທ່ານ Martin Luther King Jr ມື້ລາງຜູ້ຕໍ່ສູ້ເພື່ອສິດທິ ພົນລະເມືອງ ທີ່ໄດ້ຖືກລອບສັງຫານ ໃນປີ 1968.


















ທ່ານ​ບາຣັກ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ​ ກໍານົດ​ຈະ​ໃຫ້​ກຽດ​ແກ່​ມື້​ລາງທ່ານ
Martin Luther King Jr ​ໃນ​ມື້​ນີ້ ຊຶ່ງ​ເປັນ​ວັນພັກ​ປະ​ຈໍາປີ​ແຫ່ງ​ຊາດເພື່ອ​ສະຫລອງ
ວັນ​ເກີດ​ຂອງ​ມື້​ລາງ​ຜູ້​ນໍາ​ໃນ​ການ​ຕໍ່ສູ້​ ເພື່ອສິດທິ​ພົນລະ​ເມືອງ​ ທີ່​ໄດ້​ຖືກ​ລອບ​ສັງຫານນັ້ນ.

ທ່ານ​ໂອ​ບາ​ມາ ພ້ອມ​ດ້ວຍ​ພັນ​ລະ​ຍາ ທ່ານ​ນາງ Michelle ມີ​ໝາຍ​ກໍານົດ​ຈະໄປ​ຮ່ວມ​ພິ
ທີນຶ່ງ ​ໃນ​ວັນ​ຈັນ​ມື້​ນີ້​ທີ່​ກຸງ​ວໍ​ຊິງ​ຕັນ. ​ໃນ​ຂະນະ​ດຽວ​ກັນ ​ພວກ​ສະມາຊິກ​ຂອງ​ຄະນະ​ລັດ
ຖະບານ​ຂອງ​ທ່ານ ກໍຈະ​ໄປ​ຮ່ວມ​ໃນ​ພິທີຕ່າງໆ​ໃນ​ທົ່ວ​ປະ​ເທດ.

ທ່ານ Martin Luther King Jr ​ຊຶ່ງ​ເປັນ​ນັກບວດ​ສາສະໜາ​ຄຣິສນິກາຍ Baptist ​ໄດ້​ເປັນ​ຜູ້​ນໍາພາ​ໃນ​ການຕໍ່ສູ້ຕ້ານ​ການແບ່ງ​ແຍກ​ເຊື້ອ​ຊາດ​ຜີວພັນ​ໃນ​ຊຸມ​ປີ 1950 ​ແລະ 60 ​ໂດຍ​ສ່ວນ​ໃຫຍ່​ແມ່ນ​ຢູ່​ໃນ​ພາກ​ໃຕ້​ຂອງ​ສະຫະລັດ​.

ທ່ານ​ໄດ້​ຮັບ​ຊື່​ສຽງ​ໂດ່​ງດັງ​ຂຶ້ນມາ ຫລັງ​ຈາກ​ນໍາພາ​ການ​ປະ​ທ້ວງ​ທີ່​ໄດ້​ຮັບ​ຜົນ​ສໍາ​ເລັດຕໍ່ຕ້ານ​ການ​ແບ່ງ​ແຍກ​ບໍ່​ໃຫ້​ຄົນ​ຜິວ​ດໍາ​ຂີ່​ລົດ​ເມ​ຄັນ​ດຽວ​ກັນ​ກັບ​ຄົນ​ຜິວ​ຂາວ ໃນ​ເມືອງ Montgomery
ຂອງ​ລັດ Alabama.

ໃນ​ປີ 1964 ສະຫະລັດ​ໄດ້​ຮັບ​ຜ່ານ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສິດທິ​ພົນລະ​ເມືອງຄັ້ງ​ປະ​ວັດ​ສາດ ​ເພື່ອ​ເຮັດ​ໃຫ້ການ​ແບ່ງ​ແຍກ​ດັ່ງກ່າວ​ເປັນ​ການ​ກະທໍາທີ່​ຜິດ​ກົດໝາຍ​. ທ່ານ King ​ໄດ້​ຮັບ​ລາງວັນ​ໂນ​ແບນ​ຂະ​ແໜງ​ສັນຕິພາບ​ໃນ​ປີ​ດຽວ​ກັນນັ້ນ.

ທ່ານ​ໄດ້​ຖືກ​ລອບ​ສັງຫານ​ໃນ​ວັນ​ທີ 4 ​ເມສາ ປີ 1968 ທີ່​ເມືອງ Memphis ລັດ Tennessee.

XS
SM
MD
LG