ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນພັກແຮງງານໃນສະຫະລັດ


ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ ​ກໍານົດ​ຈະ​ສະຫລອງມື້ພັກ​ວັນ​ແຮງ​ງານ ​ໃນ​ສະຫະລັດ​ໃນ​ວັນ​ຈັນ​ມື້​ນີ້​ ໂດຍ​ຈະ​ກ່າວ​ປາ​ໄສ​ຕໍ່​ພວກ​ສະມາຊິກ​ຂອງ​ສະຫະພັນ​ແຮງ​ງານ​ ກ່ຽວ​ກັບ​ເສດ ຖະກິດ​ຂອງ​ສະຫະລັດ ຢູ່​ທີ່​ລັດ Wisconsin ​ໃນ​ອີກບໍ່ເທົ່າ ໃດ​ຊົ່ວ​ໂມງ​ຂ້າງ​ໜ້າ​ນີ້.

ຄໍາ​ປາໄສຂອງ​ທ່ານ​ໂອ​ບາ​ມາ ​ແມ່ນຈະມີ​ຂຶ້ນ​ໃນເວລາ​ບໍ່ເທົ່າ​ໃດ​ມື້ ​ຫລັງ​ຈາກ​ມີລາຍ​ງານ​ສະບັບ​ໃໝ່​ອອກ​ມາ​ວ່າ ອັດຕາ ການຫວ່າງ​ງານ​ໃນ​ສະຫະລັດ​ໄດ້​ເພີ່ມ​ຂຶ້ນ​ເປັນ 9.6% ​ໃນ​ ເດືອນແລ້ວ​ນີ້.

ທ່ານ​ໂອ​ບາ​ມາໄດ້ກ່າວ​ຢູ່ໃນ​ຄໍາ​ປາ​ໄສ​ປະ​ຈໍາ​ສັບປະດາ​ຂອງ​ທ່ານ ​ໃນ​ວັນ​ເສົາຜ່ານ​ມາວ່າ ວັນພັກ​ວັນ​ແຮງ​ງານ​ເປັນ​ ໂອກາດ​ອັນ​ນຶ່ງ​ ເພື່ອຢືນຢັນ​ອີກ​ຄັ້ງ​ໃໝ່​ເຖິງ​ຄວາມ​ໝັ້ນ​ໝາຍ​ ຕໍ່​ການ​ສະໜັບສະໜູນພວກ​ແຮງ​ງານ​ອາ​ເມ​ລິ​ກັນ.

ວັນ​ແຮງ​ງານ​ໃນ​ສະຫະລັດ​ໄດ້​ເລີ້ມ​ສະຫລອງ​ກັນເມື່ອ 100 ກວ່າ​ປີຜ່ານມາ​ແລ້ວ ​ເພື່ອ​ໃຫ້​ກຽດ​ແລະອຸທິດແກ່ພວກ​ທີ່​ເຮັດ​ລ້າ​ເຮັດ​ການ ​ຈໍານວນ​ຫລາຍ​ກວ່າ 150 ລ້ານ​ຄົນ​ໃນ​ສະຫະລັດ.

ແຕ່​ເບິ່ງ​ຄື​ວ່າ​ວັນພັກ​ມື້​ນີ້ ຈະ​ບໍ່​ເປັນ​ວັນ​ສະຫລອງ​ສໍາລັບ​ພວກ​ຄົນ​ອາ​ເມ​ລິ​ກັນ​ຈໍານວນ​ເກືອບ 15 ລ້ານ​ຄົນ ທີ່​ຍັງ​ບໍ່​ມີ​ວຽກ​ເຮັດ​ງານ​ທໍາ.

ສະຖານະ​ການ​ດ້ານ​ແຮງ​ງານ​ໃນ​ປັດຈຸບັນ​ ແມ່ນ​ຄ້າຍຄື​ກັນ​ຫລາຍ​ກັບ​ເມື່ອ​ນຶ່ງ​ປີ​ຜ່ານ​ມາ ຄື​ອັດຕາ​ແລະ​ຈໍານວນ​ຄົນ​ຫວ່າງ​ງານປີ​ນີ້ ແມ່ນເກືອບ​ເທົ່າໆ​ກັນ​ວັນ​ແຮງ​ງານ ເມື່ອ​ປີກາຍ.

XS
SM
MD
LG