ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສະຫລອງວັນເອກກະລາດທີ່ສະຫະລັດ


ຊາວ​ອາ​ເມຣິກັນ​ທົ່ວ​ປະ​ເທດ​ພາກັນ​ຊຸມ​ເຂົ້າປິ້ງ​ຊີ້ນ barbecues ປິກ​ນິກກັນ ຊົມການ​ເດີນ​ສວນສະໜາມແລະ​ຂະ​ບວນລົດ​ແຫ່ ທີ່ສະ​ແດງເຖິງຈິດ​ໃຈ​ຮັກ​ຊາດ ​ຊົມການສະ​ແດງ​ດົນຕີ ການຈູດກະ​ໂພ​ກແລະ​ບັ້ງ​ໄຟ​ດອກແລະ​ກິດຈະກຳ​ອື່ນໆ​ ໃນ​ຂະນະ​ທ່ີ​ປະ​ເທດ​ຊາດ​ສະ​ເຫລີ​ມສະ ຫລອງ​ວັນ​ຄ້າຍ​ວັນ​ເກີດ​ ຄົບຮອບ 234 ປີ ​ໃນ​ມື້​ນີ້.

ວັນພັກ​ສະຫລອງ​ເອກ​ກະລາ​ດ ວັນ​ທີ 4 ກໍລະກົດ​ ​ມ່ນເປັນຂີດ​ໝາຍ ​ໂອກາດ​ອັນ​ສຳຄັນ​ຂອງ​ປະ​ເທດ​ນີ້ໃນ​ປີ 1776 ​ເວລາ 13 ອະ​ນານິຄົມ ​ຫລື​ຫົວ​ເມືອງ​ຂຶ້ນຂອງ​ອັງກິດ ຢູ່​ໃນ​ດິນ​ແດນ​ແຫ່ງ​ນີ້ ​ປະກາດ​ເປັນ​ເອກ​ກະລາດ​ຢ່າງ​ເປັນ​ທາງ​ການ ​ແລະ​ສະຖາປະນາ​ຕົນ​ເອງ​ເປັນ​ປະ​ເທດ​ສະຫະລັດ​ອາ​ເມຣິກາ.

ທ່ີ​ນະຄອນຫລວງ​ວໍ​ຊິງ​ຕັນ ດີ​ຊີ ຄາດ​ວ່າ ປະຊາຊົນ​ຫລາຍ​ແສນ​ຄົນ​ຈະ​ພາກັນໄປ​ເຕົ້າ​ໂຮມ​ຢູ່​ທ່ີ​ສະໜາມ​ຫລວງ​ແຫ່ງ​ຊາດ​ ເພື່ອຊົມ​ການສະ​ແດງ​ດົນຕີ ໂບກ​ທຸງຊາດ​ອະ​ເມຣິກັນ​ໄປ​ພ້ອມ​ ແລະ​ຊົມ​ການ​ຈູດ​ບັ້ງ​ໄຟ​ດອກ ​ ໃນ​ຂະນະ​ທ່ີ​ການສະ​ເຫລີ​ມສະຫລອງ​ພວກ​ດຳ​ເນີນ​ໄປນັ້ນ. ການ​ສະ​ເຫລີ​ມສະຫລອງໃນ​ທຳນອງ​ຄ້າຍຄື​ກັນ​ນີ້ ​ກຳນົດ​ຈະ​ມີຂຶ້ນ​ໃນ​ຫົວ​ເມືອງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ.

ໃນ​ວັນ​ເສົາ​ວານ​ນີ້ ປະທານາທິບໍດີ​ບາຣົກ​ໂອ​ບາ​ມາ ​ໄດ້​ອອກ​ຖະ​ແຫລ​ງ ການ​ເນື່ອງ​ໃສນວັນ​ເອກ​ກະລາດ​ວ່າ ຄວາມ​ໜັກ​ແໜ້ນ ການ​ຕັດສິນ​ໃຈ ​ຢ່າງ​ເດັດດ່ຽວ ແລະ​ຄວາມ​ອົງອາດ​ກ້າຫານ​ຂອງ​ພວກ​ກໍ່​ຕັ້ງ​ປະ​ເທດ ຕໍ່ ໜ້າ​ອຸປະສັກ​ອັນ​ໃຫຍ່​ຫລວງຕ່າງໆ ​ທ່ີ​ບໍ່​ໜ້າ​ເປັນ​ໄປ​ບໍ່​ໄດ້​ນັ້ນ ​ໄດ້​ກາຍ ມາ​ເປັນ​ພື້ນຖານ​ທີ່​ແຂງແກ່ງຄື​ກັນ​ກັບ​ກ້ອນ​ຫີນ ຂອງ​ປະ​ເທດນີ້.

ນອກ​ນັ້ນ ປະທານາທິບໍດີ​ຍັງໄດ້​ກ່າວ​ສະດຸ​ດີ​ບັນດາຊາຍແລະຍິງ​ ທ່ີກຳ ລັງ​ຮັບ​ໃຊ້​ຢູ່ໃນ​ກອງທັບ​ສະຫະລັດ​ໃນ​ທົ່ວ​ໂລກ ຕະຫລອດ​ທັງຜູ້​ທ່ີ​ໄດ້ ສະລະ​ຊີວິດ ​ໃນ​ຂະນະ​ທ່ີ​ຮັບ​ໃຊ້​ໃນ​ກອງທັບ​ແຫ່ງ​ຊາດ​ນີ້​ເຊັ່ນ​ກັນ.

XS
SM
MD
LG