ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການທໍລະນີວິທະຍາ ສະຫະລັດ ກ່າວວ່າ ແຜ່ນດິນໄຫວ ທີ່ມີຄວາມແຮງ 6.3 ໄດ້ສັ່ນສະເທືອນ ປະເທດຟິລິບປິນ


ແຜນທີ່ປະເທດຟິລິບບິນ.
ແຜນທີ່ປະເທດຟິລິບບິນ.

ອົງການສຳຫຼວດທໍລະນີວິທະຍາ ສະຫະລັດ (USGS) ໄດ້ກ່າວວ່າ ແຜ່ນດິນໄຫວ ທີ່ມີ
ຄວາມແຮງ 6.3 ໄດ້ສັ່ນສະເທືອນ ຟິລິບປິນ ໃນວັນສຸກມື້ີ້ນີ້ ດ້ວຍຜູ້ອາໄສຢູ່ນະຄອນຫຼວງ
ມະນີລາ ໄດ້ລາຍງານ ກ່ຽວກັບ ຕຶກສັ່ນສະເທື່ອນ ແລະ ການສູດມົນວັນຄຣິສມັສໄດ້ຖືກລົບ
ກວນ ແຕ່ບໍ່ມີລາຍງານ ກ່ຽວກັບ ຄວາມເສຍຫາຍ ອີງຕາມລາຍງານ ອົງການຂ່າວ AFP ຂອງຝຣັ່ງ.

ແຜ່ນດິນໄຫວໄດ້ເກີດຂຶ້ນຢູ່ແຂວງບາຕັງກາ (Batangas) ທີ່ຢູ່ໃນເກາະ ໃຫຍ່ລູຊອນ
(Luzon) ຢູ່ໃນຄວາມເລິກ 114 ກິໂລແມັດ ຫຼື 70 ໄມລ ໃນເວ ລາ 7:43 ຕອນເຊົ້າ
ຕາມເວລາທ້ອງຖິ່ນ ອີງຕາມ USGS.

ໃນເບື້ອງຕົ້ນອົງການດັ່ງກ່າວໄດ້ເວົ້າວ່າ ຄວາມແຮງຂອງແຜ່ນດິນໄຫວແມ່ນ 6.2 ແລະ
ຢູ່ເລິກ 108 ກິໂລແມັດ.

ຢູ່ທີ່ເມືອງຊາຍຝັ່ງ ກາລາຕາການ (Kalatagan) ປະມານ 90 ກິໂລແມດຢູ່ທາງ ພາກໃຕ້
ຂອງນະຄອນຫຼວງ ມະນີລາ ແລະ ຢູ່ໃກ້ກັບໃຈກາງຂອງແຜ່ນດິນໄຫວນັ້ນ, ຜູ້ຄົນທີ່ເຂົ້າ
ຮ່ວມສູດມົນ ແມ່ນໄດ້ຢູ່ໃນຄວາມສະຫງົບໃນເວລາທີ່ເກີດແຜ່ນດິນໄຫວ, ອີງຕາມການ
ກ່າວຕໍ່ອົງການຂ່າວ AFP ໂດຍຜູ້ບັນຊາການຕຳຫຼວດ ພັນຕີ ຄາລອສ ຄາເຊເຣສ (Carlos Caceres).

ທ່ານ ຄາເຊເຣສ ກ່າວວ່າ “ໄດ້ມີການຢຸດພິທີໃນໂບດຊົ່ວຄາວ ແຕ່ວ່າຄົນບໍ່ໄດ້ຕື່ນຕົກໃຈ.
ເຂດດັ່ງກ່າວນີ້ແມ່ນມີແນວໂນ້ມທີ່ຈະເກີິດແຜນດິນໄຫວ ແລະຢ່າງໜ້ອຍເຂົາເຈົ້າ ພາກັນ
ລື້ງເຄີຍຕໍ່ເຫດການ.”

ທ່ານກ່າວເພີ້ມອີກວ່າ ບໍ່ມີລາຍງານຄວາມເສຍຫາຍ ແລະການເສຍຊີວິດຢູ່ໃນ ເຂດດັ່ງກ່າວ.

ຕຳຫຼວດຄົນນຶ່ງ ທ່ານ ອາລເລັນ ເມກາໂນ (Allen Megano) ຢູ່ທີ່ເມືອງບາລາວານ
(Balavan) ທີ່ຢູ່ໃກ້ກັນນັ້ນ ກ່າວວ່າ “ໂຕະຕັ່ງ ແລະອຸບປະກອນ ຢູ່ໃນຫ້ອງການໄດ້ໄກວ
ໄປມາ ແຕ່ບໍ່ມີຫຍັງຫັກພັງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG