ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນິວ ຊີແລນ ຖືກກະທົບໂດຍແຜ່ນດິນໄຫວຂະໜາດນ້ອຍ ແຕ່ແຮງຕິດຕາມມາ ຫຼັງຈາກແຜ່ນດິນໄຫວຂະໜາດໃຫຍ່


ຝາຂອງໂບດທາງປະຫວັດສາດ ໄດ້ຮັບຄວາມເສຍຫາຍໃນເມືອງ Waiau ຫຼັງຈາກແຜ່ນດິນໄຫວ. ນິວ ຊີແລນ. 14 ພະຈິກ, 2016.
ຝາຂອງໂບດທາງປະຫວັດສາດ ໄດ້ຮັບຄວາມເສຍຫາຍໃນເມືອງ Waiau ຫຼັງຈາກແຜ່ນດິນໄຫວ. ນິວ ຊີແລນ. 14 ພະຈິກ, 2016.

ແຜ່ນດິນໄຫວຄັ້ງຕິດຕາມມາ ທີ່ມີຄວາມແຮງ ໄດ້ສັ່ນສະເທືອນເກາະໃຕ້ຂອງນິວຊີແລນ ໃນວັນຈັນມື້ນີ້ ພຽງບໍ່ທໍ່ໃດຊົ່ວໂມງ ລຸນຫຼັງທີ່ຖືກໂຈມຕີດ້ວຍແຜ່ນດິນໄຫວຄັ້ງທຳອິດ ຄວາມ ແຮງສູງເຖິງ 7 ຈຸດ 8. ທ່ານ Gerry Brownlee ລັດຖະມົນຕີກະຊວງປ້ອງກັນ ພົນລະ ເຮືອນ ໄດ້ກ່າວລຸນຫຼັງໄດ້ບິນໄປສັງເກດເບິ່ງເຂດທີ່ຖືກກະທົບ ກັບ ນາຍົກ John Key ແລ້ວວ່າ “ເບິ່ງຊົງ ບັນຫາສ່ວນໃຫຍ່ຄືຈະແມ່ນໂຄງຮ່າງພື້ນຖານ.”

ເຂື່ອນທີ່ຫັກພັງຍ້ອນແຜ່ນດິນໄຫວໄດ້ຕັນແມ່ນໍ້າ Clarence ໄວ້ຈົນກວ່າມັນຈະແຕກຫັກ ສົ່ງຈຳນວນນໍ້າຢ່າງມະຫາສານຊຸລົງໄປ ບັງຄັບໃຫ້ຜູ້ຄົນຕ້ອງໄດ້ຫຼົບຜ່າຍໄປຢູ່ທີ່ສູງ.

ທ່ານ Key ກ່າວວ່າ ທ່ານຄາດວ່າ ຄວາມເສຍຫາຍຈະມີມູນຄ່າເຖິງ “ສອງພັນລ້ານໂດ ລາ” ແລະ “ຈະກິນເວລາສ້າງສາຄືນຫຼາຍເດືອນ”.

ທ່ານ ຈອນ ເຄີບີ ໂຄສົກຂອງລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ ຈອນ ແຄຣີ ກ່າວ ວ່າ ນັກການທູດຂັ້ນສູງຂອງ ສຫຣ ໄດ້ສະເໜີຕໍ່ ທ່ານ ເມີເຣ ມັກຄັນລີ ລັດຖະມົນຕີຕ່າງປະ ເທດ ນິວຊີແລນ ວ່າຈະໃຫ້ການຊ່ອຍເຫຼືອ “ແມ່ນຫຍັງກໍຕາມ ທີ່ມີຄວາມຈຳເປັນ.”

ພວກເຈົ້າໜ້າທີ່ນິວຊີແລນໄດ້ເວົ້າຢໍ້າວ່າ ສອງຄົນໄດ້ເສຍຊີວິດລຸນຫຼັງການທະລົ່ມຂອງ ແຜ່ນດິນໄຫວໄລຍະ 90 ກິໂລແມັດຫ່າງຈາກນະຄອນ Christchurch ເມືອງໃຫຍ່ສຸດໃນ ເກາະໃຕ້ຂອງນິວຊີແລນ.

ການສັ່ນສະເທືອນຄັ້ງໃຫຍ່ໄດ້ຕິດຕາມມາໂດຍການສະເທືອນຢ່າງແຮງຕື່ມຫຼາຍຄັ້ງ.

ແຜ່ນດິນໄຫວດັ່ງກ່າວໄດ້ສ້າງຄວາມເສຍຫາຍໃຫ້ຕຶກອາຄານຫຼາຍຫຼັງໃນ 200 ກິໂລແມັດ ຫ່າງຈາກນະຄອນຫຼວງ ແວນລິງຕັນ.

ປະຊາຊົນຫຼາຍພັນຄົນໃນເຂດທະເລ ຢູ່ຫຼາຍໆເມືອງໄດ້ຫຼົບໜີຈາກບ້ານເຮືອນໄປຢູ່ບ່ອນ ສູງ ລຸນຫຼັງມີການເຕືອນວ່າ ຈະມີຊຸນະມິເກີດຂຶ້ນຢູ່ຕາມເມືອງຕ່າງໆເລາະຕາມເຂດທະເລ ໃນເກາະໃຕ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

New Zealand Earthquake
please wait

No media source currently available

0:00 0:01:45 0:00

XS
SM
MD
LG