ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ອົງການສື່ມວນຊົນໂລກ ຂອງ ສຫລ ຊຶ່ງລວມມີວີໂອເອນໍາ ຖືກຕໍາໜິເລື້ອງຍົກເລີກ ກົດລະບຽບ “ດ່ານກັນການບຸກລຸກ“


ທ່ານ Michael Pack, ຜູ້ໄດ້ຮັບການແຕ່ງຕັ້ງຈາກປະທານາທິບໍດີ ທຣໍາໃຫ້ນໍາພາອົງການສື່ມວນຊົນໂລກຂອງສະຫະລັດ ຫລື USAGM ເຂົ້າຮ່ວມຢູ່ໃນການຮັບຟັງຄໍາໃຫ້ການເພື່ອຮັບຮອງເອົາການແຕ່ງຕັ້ງທ່ານ ຢູ່ຫໍລັດຖະສະພາ ສຫລ ໃນວັນທີ 19 ກັນຍາ 2019 ແລະທ່ານກໍໄດ້ຖືກຮັບຮອງໃຫ້ເປັນຫົວໜ້າຂອງອົງການດັ່ງກ່າວ ໃນເດືອນມິຖຸນາ 2020
ທ່ານ Michael Pack, ຜູ້ໄດ້ຮັບການແຕ່ງຕັ້ງຈາກປະທານາທິບໍດີ ທຣໍາໃຫ້ນໍາພາອົງການສື່ມວນຊົນໂລກຂອງສະຫະລັດ ຫລື USAGM ເຂົ້າຮ່ວມຢູ່ໃນການຮັບຟັງຄໍາໃຫ້ການເພື່ອຮັບຮອງເອົາການແຕ່ງຕັ້ງທ່ານ ຢູ່ຫໍລັດຖະສະພາ ສຫລ ໃນວັນທີ 19 ກັນຍາ 2019 ແລະທ່ານກໍໄດ້ຖືກຮັບຮອງໃຫ້ເປັນຫົວໜ້າຂອງອົງການດັ່ງກ່າວ ໃນເດືອນມິຖຸນາ 2020

ບັນດາສະມາຊິກສະພາຈາກພັກຣີພັບບລີກັນແລະພັກເດໂມແຄຣັດໄດ້ຕຳໜິຫົວໜ້າອົງການສື່ມວນຊົນໂລກຂອງສະຫະລັດຫລື USAGM ສໍາລັບການກະທໍາຂອງເພິ່ນໃນຕອນກາງຄືນ ໃນເລື້ອງຍົກເລີກກົດລະບຽບທີ່ມີຈຸດປະສົງເພື່ອປົກປ້ອງວິທະຍຸວີໂອເອຫລື Voice of America ແລະອົງການຂ່າວອື່ນໆ ທີ່ໄດ້ຮັບທຶນຈາກສະຫະລັດ ບໍ່ໃຫ້ຖືກແຊກແຊງທາງດ້ານບັນນາທິການ.

ໃນຖະແຫຼງການສະບັບນຶ່ງຢູ່ໃນເວັບໄຊທ໌ຂອງ USAGM ແລະໄດ້ສົ່ງທາງອີເມລໄປຫາພະນັກງານໃນຕອນແລງວັນຈັນນັ້ນ, ຫົວໜ້າບໍລິຫານ ຫລື CEO ອົງຂອງການດັ່ງກ່າວ, ທ່ານໄມໂຄ ແພັກ (Michael Pack) ກ່າວວ່າ ທ່ານກຳລັງໃຊ້ອຳນາດຂອງທ່ານໃນນາມເປັນຫົວໜ້າບໍລິຫານ ເພື່ອຍົກເລີກກົດລະບຽບທີ່ເອີ້ນວ່າລະບຽບ “ໄຟວໍ” ຫລື “ດ່ານກັນການບຸກລຸກ”, ເພາະວ່າມັນສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງອົງການ ແລະປະເທດຊາດ.

ກົດລະບຽບດັ່ງກ່າວໄດ້ຖືກຮັບຮອງເອົາໂດຍການນຳຊຸດກ່ອນຂອງອົງການ USAGM ໃນເດືອນມິຖຸນາຜ່ານມາ, ບໍ່ພໍເທົ່າໃດມື້ກ່ອນທີ່ທ່ານແພັກຈະໄດ້ຮັບການອະນຸມັດ ຈາກສະພາສູງ ໃຫ້ເປັນ CEO. ກົດລະບຽບນັ້ນ ແມ່ນແນໃສ່ຮວບຮວມແລະໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບການປົກປ້ອງທາງກົດໝາຍ ທີ່ລັດຖະສະພາໄດ້ຮັບຜ່ານເປັນການຕ່າງຫາກ, ລວມທັງກົດໝາຍ ວ່າດ້ວຍການອອກອາກາດສາກົນໃນປີ 1994. ດຳລັດຂອງທ່ານແພັກ ບໍ່ໄດ້ມີຜົນກະທົບຕໍ່ລະບຽບ ໄຟວໍ ຫລື “ດ່ານກັນການບຸກລຸກ” ທີ່ຢູ່ໃນກົດໝາຍປີ 1994 ນັ້ນແຕ່ຢ່າງໃດ.

ກົດໝາຍນັ້ນ ແລະການປະຕິຮູບທີ່ມີໃນເວລາຕໍ່ມາ ໄດ້ຖືກອອກແບບມາເພື່ອໃຫ້ນັກຂ່າວຫລີກລ້ຽງຈາກການແຊກແຊງ ທີ່ສາມາດທຳລາຍຄວາມໜ້າເຊື່ອຖືຂອງພວກເຂົາເຈົ້າໄດ້ ຊຶ່ງໃນຂະນະດຽວກັນກໍສົ່ງເສີມສິດເສລີພາບຂອງພວກເຂົາເຈົ້າໃນການລາຍງານຂ່າວກ່ຽວກັບສະຫະລັດແລະການເມືອງແລະວັດທະນະທຳຂອງປະເທດນີ້ ຈາກຫລາຍມຸມມອງຢ່າງເຕັມສ່ວນອີກດ້ວຍ.

ແຕ່ໃນແຈ້ງການທີ່ມີ 33 ໜ້າໃນການເອົາກົດລະບຽບດັ່ງກ່າວລົງນັ້ນ, ທ່ານແພັກ ໄດ້ລະບຸວ່າມັນເປັນການຕີຄວາມໝາຍທີ່ບໍ່ສອດຄ່ອງກັບລັດຖະທຳມະນູນ ແລະບໍ່ສາມາດໃຊ້ການໄດ້ ເຊິ່ງຈະທຳລາຍການກະຈາຍສຽງຂອງລັດຖະບານສະຫະລັດ ແລະກັ້ນການບໍ່ໃຫ້ທ່ານສາມາດຄຸ້ມຄອງ ແລະໃຫ້ການ “ດູແລທາງດ້ານບັນນາທິການ” ຂອງອົງການດັ່ງກ່າວຢ່າງມີປະສິດທິຜົນໄດ້.

ການໃຫ້ເຫດຜົນຢັ້ງຢືນນັ້ນເວົ້າວ່າ USAGM ແມ່ນແຕກຕ່າງໄປຈາກບັນດາອົງການຂ່າວອື່ນໆ, ໂດຍທີ່ມີພາລະກິດພິເສດເພື່ອ “ຮັບໃຊ້ຜົນປະໂຫຍດຂອງສະຫະລັດໂດຍຜ່ານການອອກຂ່າວຢູ່ຕ່າງປະເທດທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານ.”

ແຈ້ງການດັ່ງກ່າວເວົ້າວ່າ “ຍ້ອນພາລະກິດພິເສດນີ້, USAGM ແລະເຄືອຂ່າຍຂອງຕົນ ຈຶ່ງບໍ່ໄດ້ເຮັດໜ້າທີ່ ໃນນາມເປັນອົງການຂ່າວ ຫລືສຳນັກສື່ມວນຊົນແບບທໍາມະດາ ແລະບໍ່ເຄີຍມີຈຸດປະສົງຢາກເຮັດເຊັ່ນນັ້ນເລີຍ.”

"ໂດຍມີການອອກແບບມາ, ຈຸດປະສົງ ແລະຈຸດເພັ່ງເລັງຂອງສໍານັກສື່ມວນຊົນພວກນີ້ ແມ່ນການພົວພັນຕ່າງປະເທດ ແລະການສົ່ງເສີມຈຸດປະສົງຕ່າງໆຂອງອາເມຣິກາ - ບໍ່ແມ່ນພຽງແຕ່ເປັນການນຳສະເໜີຂ່າວ ຫຼືທໍາການສະແດງອອກໃນດ້ານການຂ່າວເທົ່ານັ້ນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG