ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະພາສູງຈະລົງມະຕິກ່ຽວກັບການ​ປະຕິ​ຮູບ​ດ້ານ​ການ​ເງິນ​ຂອງ​ສະຫະຣັດ


ສະພາສູງຈະລົງມະຕິກ່ຽວກັບການ​ປະຕິ​ຮູບ​ດ້ານ​ການ​ເງິນ​ຂອງ​ສະຫະຣັດ
ສະພາສູງຈະລົງມະຕິກ່ຽວກັບການ​ປະຕິ​ຮູບ​ດ້ານ​ການ​ເງິນ​ຂອງ​ສະຫະຣັດ

ສະພາ​ສູງ​ສະຫະຣັດມີກຳນົດ​ຈະ​ລົງມະຕິ​ກັນໃນ​ຕອນ​ບ່າຍ​ວັນ​ຈັນ​ມື້​ນີ້ ວ່າຈະ​ເລີ້ມ​ທຳ​ການອະພິປາຍ​ກັນ​ຫລື​ບໍ່ກ່ຽວ​ກັບ​ຮ່າງ​ມະຕິ​ວ່າ​ດ້ວຍການ​ປະຕິ​ຮູບດ້ານ​ການ​ເງິນ​ຢ່າງຮອບດ້ານ

ສະພາ​ສູງ​ສະຫະຣັດມີກຳນົດ​ຈະ​ລົງມະຕິ​ກັນໃນ​ຕອນ​ບ່າຍ​ວັນ​ຈັນ​ມື້​ນີ້ວ່າຈະ​ເລີ້ມ​ທຳ​ການ​ອະພິປາຍ​ກັນ​ຫລື​ບໍ່ກ່ຽວ​ກັບ​ຮ່າງ​ມະຕິ​ວ່າ​ດ້ວຍການ​ປະຕິ​ຮູບດ້ານການ​ເງິນ​ຢ່າງຮອບດ້ານທີ່ໄດ້​ຮັບ​ການ​ສະໜັບສະໜຸນຈາກ​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ນັ້ນ.

ພວກ​ສະມາຊິກ​ຄົນ​ສຳຄັນ​ຂອງ​ພັກ Republican ກຳລັງ​ຂູ່​ທີ່ຈະ​ໃຊ້ສິດ​ຍັບ​ຍັ້ງ​ການ​ອະພິປາຍ​ທີ່​ວ່າ​ນີ້ ນອກຈາກ​ວ່າ​ຈະບັນລຸ​ຂໍ້​ຕົກລົງ​ກັນ​ກັບ ພວກສະມາຊິກ​ສັງກັດ​ພັກ​ເດ​ໂມກຣັດກ່ຽວ​ກັບ​ຄວາມ​ເປັນ​ຫ່ວງ​ບາງ​ຢ່າງຂອງ​ສະມາຊິກ​ພັກ Republican ກ່ຽວ​ກັບຮ່າງ​ກົດໝາຍ​ປະຕິ​ຮູບ​ດັ່ງກ່າວທີ່ພັກຣີພັບ​ບລິກັນເອີ້ນ​ວ່າຮ່າງ​ກົດໝາຍ​ຂອງ​ພັກ​ດຽວນັ້ນ.

ທ່ານ Richard Shelby ສະມາຊິກ​ສະພາ​ສູງ​ສັງກັດ​ພັກຣີພັບ​ບລິ​ກັນກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າທັງ​ສອງ​ຝ່າຍ​ໃກ້ໆ​ຈະຕົກລົງ​ກັນ​ໄດ້​ແລ້ວ​ກ່ຽວ​ກັບ​ຮ່າງ​ຍັດຕິ​ດັ່ງກ່າວແຕ່​ຍັງ​ມີ​ບັນຫາ​ອີກ 2 ຫລື 3 ເຣື່ອງທີ່​ຍັງ​ແກ້​ໄຂ​ກັນ​ບໍ່​ທັນ​ໄດ້. ທ່ານ Shelby ​ເປັນ​ຫົວໜ້າ​ພັກ Republican ປະຈຳ​ຄະນະ​ກັມມາທິການ​ວ່າ​ດ້ວຍ​ກິດຈະການ​ເຄຫາ​ສະຖານ​ແລະ​ເທດສະບານ​ເມືອງ​ຂອງສະພາ​ສູງ​ສະຫະຣັດ.

XS
SM
MD
LG