ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພັນແຮງງານທ້າທາຍຄົນຫວ່າງງານອະເມຣິກັນ ໃຫ້ໄປຊອກວຽກການກະເສດ


ສະຫະພັນ​ແຮງ​ງານ​ການ​ກະ​ເສດ​ສະຫະລັດ​ໄດ້​ທ້າ​ທາຍ​ຕໍ່​ພວກ​ຫວ່າງ​ງານ​ອະ​ເມຣີກັນ​ທ່ີ​ໄປ​ຈົດ​ຊື່​ຊອກ​ຫາເຮັດ​ວຽກ​ເກັບກ່ຽວ

ຜົນລະປູກ​ເຂົ້າປາອາຫານ​ໃນ​ອະ​ເມ​ລິ​ກາ ຊຶ່ງ​ວຽກ​ການ​ເຫລົ່າ​ນີ້​ໃນ​ປັດຈຸບັນ​ສ່ວນ​ໃຫຍ່​ແມ່ນ​ວຽກ​ຂອງ​ພວກ​ແຮງ​ງານ

ທ່ີ​ບໍ່​ມີ​ເອກະສານ​ທ່ີ​ຖືກຕ້ອງ​ຕາມ​ກົດໝາຍທ່ີ​ອາ​ໄສ​ຢູ່​ໃນ​ສະຫະລັດ​ນັ້ນ.

ສະຫະພັນ​ແຮງ​ງານ​ການ​ກະ​ເສດ​ກຳລັງ​ຮຽກຮ້ອງ​ໃຫ້​ຊາວ​ອະ​ເມຣິກັນກອກ​ຟອມທາງ​ອິນ​ເທີ​ແນ໊ດ ຊອກ​ຫາ​ວຽກ​ການໃນ

website ທ່ີ Takeourjobs.org​.

ທ່ານ Arturo Rodriguez ປະທານ​ສະຫະພັນ​ແຮງ​ງານ​ການ​ກະ​ເສດກ່າວ​ວ່າ ມີ​ປະຊາ​ຊົນ 3 ຄົນ​ເທົ່າ​ນັ້ນ​ທ່ີ​ໄດ້​ທຳ​ການ​ທ້າ​ທາຍ
ດັ່ງກ່າວ​ແລະ​ເວລາ​ນີ້​ເຮັດ​ວຽກ​ໃນ​ຟາ​ມນັ້ນ.

ການ​ປຸກລະດົມ​ຂອງ​ສະຫະພັນ​ແຮງ​ງານ​ການ​ກະ​ເສດ​ມີ​ຂຶ້ນ​ໃນ​ຂະນະ​ທ່ີລັດ Arizona ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້

ຂອງ​ສະຫະລັດ​ກຳນົດ​ຈະ​ເລີ້ມ​ປະຕິບັດ​ກົດໝາຍ​ທ່ີ​ເປັນ​ບັນຫາ​ໂຄ້​ແຍ່ງ​ກັນ​ໃນ​ເດືອນ​ນີ້​ທ່ີ​ມີ​ວັດຖຸປະສົງແນ​ໃສ່​ພວກ​ຄົນ​ເຂົ້າເມືອງ
ທ່ີ​ຜິ​ດກົດໝາຍ​ໃນ​ລັດ​ນັ້ນ. ລັດຖະບານ

ທ່ານ​ໂອ​ບາ​ມາ​ໄດ້​ຍື່ນ​ຄຳ​ຟ້ອງ​ຮ້ອງ​ຂອງ​ຕົນ​ເລ້​ວ​ເພື່ອ​ກີດ​ກັນ​ບໍ່​ໃຫ້​ມີ​ການປະຕິບັດ​ກົດໝາຍ​ລັດ Arizona ນີ້.

ກະຊວງ​ແຮງ​ງານ​ສະຫະລັດ ກ່າວ​ວ່າ ພວກ​ແຮງ​ງານ​ການ​ກະ​ເສດ​ຈຳຫລາຍ​ກວ່າ​ເຄິ່ງນຶ່ງ​ແມ່ນ​ພວກແຮງ​ງານ
ເຂົ້າ​ເມືອງ​ຜິ​ດກົດໝາຍ.

ສະຫະພັນ​ແຮງ​ງານ​ການ​ກະ​ເສດ​ຫລື UFW ​ໂຕ້​ແຍ້​ງວ່າ ພວກ​ແຮງງານ​ການ​ກະ​ເສດ​ທ່ີ​ຜິດ​ກົດໝາຍ​ບໍ່​ໄດ້​ເອົນ​ວຽກ​ເອົາ​ການ

ຫລື​ຍາດ​ວຽກຈາກ​ຄົນ​ອະ​ເມ​ຣິ​ກັນ ​ເພ​າະວ່າ​ຄົນ​ອະ​ເມຣິກັນບໍ່​ຢາກ​ເຮັດ​ວຽກ​ອັນ​ນີ້.

XS
SM
MD
LG