ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢາ Truvada ໄດ້ຮັບການອະນຸມັດ ໃຫ້ເປັນ ຢາປ້ອງກັນ ໂຣກເອດສ໌ ສໍາລັບຄົນທີ່ແຂງແຮງ (ວີດິໂອ)


ຕໍ່ໄປຄືສາລະຄະດີການແພດຂອງລາຍການ Special English Health Report ຂອງ ວີໂອເອ. ອົງການຄວບຄຸມອາຫານ ແລະ ຢາຂອງ​ສະຫະລັດຫລື FDA ໄດ້ອະນຸມັດໃຫ້ຢາ Truvada ເປັນຢາກິນເປັນປະຈໍາສໍາລັບຄົນທີ່ແຂງແຮງ ຫລືບໍ່ເຄີຍຕິດເຊື້ອພະຍາດນີ້ມາກ່ອນ ເພື່ອຊ່ວຍຫລຸດຄວາມສ່ຽງຕໍ່ການຕິດເຊື້ອໄວຣັສ HIV ທີ່ພາໃຫ້ເປັນໂຣກເອດສ໌ນັ້ນ. ຜູ້ສື່ຂ່າວ ວີໂອເອ Vidushi Sinha ມີລາຍລະອຽດເລື້ອງນີ້ ຊຶ່ງກິ່ງສະຫວັນ ຈະນໍາມາສະເໜີທ່ານ.

ເບິ່ງວີດິໂອພາສາອັງກິດກ່ຽວກັບເລື້ອງນີ້

ພາຍຫລັງທີ່ໄດ້ຮັບການສຶກສາຄົ້ນຄວ້າມາເປັນເວລາຫລາຍທົດສະວັດ ແລະຖືກໃຊ້ໃນ ການທົດລອງປິ່ນປົວມາຫລາຍຄັ້ງແລ້ວ, ຢາ Truvada, ຊຶ່ງເປັນຢາເມັດ ທີ່ໃຫ້ກິນມື້ລະ
ເມັດເປັນປະຈໍາ ທີ່ໃຊ້ຢູ່ໃນຫລາຍປະ ເທດ ເພື່ອປິ່ນປົວຄົນເຈັບທີ່ເປັນໂຣກເອດສ໌ນັ້ນ
ມາບັດນີ້ ໄດ້ມີໄວ້ໃຫ້ ໃຊ້ ເພື່ອຊ່ວຍຫລຸດຄວາມສ່ຽງຕໍ່ການຕິດເຊື້ອໄວຣັສ HIV ສໍາລັບ
ຜູ້ໃຫຍ່ ທີ່ຕາມປົກກະຕິແລ້ວ ແມ່ນເປັນຄົນແຂງແຮງ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະ
ຍາດດັ່ງກ່າວສູງ.

ທ່ານນາງ ຄາລີ ລິນເຊ (Kali Lindsay) ປະຈໍາຢູ່ສະພາຊົນ​ກຸ່ມນ້ອຍ ​ແຫ່ງ​ຊາດ​ເພື່ອ​ຮັບ
​ມື​ກັບ​ບັນຫາໂຣກເອດສ໌ ຫລື (National Minority AIDS Council) ກ່າວວ່າ:

“ການໃຊ້ ຢາ Truvada ຫລື ມີການສໍາພັດກັບຢາປ້ອງກັນໂຣກມາກ່ອນ ເພື່ອປ້ອງ
ກັນ ບໍ່ໃຫ້ໄດ້ຮັບເຊື້ອໄວຣັສ HIV ສໍາລັບຜູ້ບໍ່ເຄີຍຕິດ ເຊື້ອພະຍາດນີ້ມາກ່ອນນັ້ນ ເປັນການປ່ຽນແປງເກມການພະນັນ ອັນ ນຶ່ງ ແລະເປັນສິ່ງໃດສິ່ງນຶ່ງທີ່ຂ້ອຍເຊື່ອວ່າ ມັນຈະພາພວກເຮົາກ້າວ ຂຶ້ນໄປຫາອີກລະດັບນຶ່ງ.”

ໃນການໂອ້ລົມຜ່ານທາງອິນເຕີແນັດ ຫລື Skype ນັ້ນ ດຣ. ກອັດ ໄຟຣ ເຮີນຈອລ
(Gottfried Hirnchall) ຊຶ່ງເປັນຜູ້ອໍານວຍການຂອງ ໂຄງການ HIV/AIDS ຢູ່ທີ່ອົງການ
ອະນາໄມໂລກ ໄດ້ໃຫ້ຄໍາເຫັນວ່າ:

“ພວກເຮົາຕ້ອງໄດ້ພິຈາລະນາເບິ່ງໃຫ້ຄັກໆເສຍກ່ອນວ່າ ຈະໃຊ້ຢານີ້ແບບໃດຈຶ່ງຈະດີທີ່ສຸດ ແລະຄວນໃຊ້ຕໍ່ກຸ່ມຄົນພວກໃດ ຫລືບຸກຄົນໃດ ມັນຈຶ່ງຈະກຸ້ມຄ່າ.”

ໃນການກ່າວຕໍ່ວີໂອເອໂດຍຜ່ານ Skype ນັ້ນ ດຣ. Hirnchall ເວົ້າວ່າ ຢານີ້ບໍ່ແມ່ນໃຊ້ເພື່ອ ເປັນການຢັບຢັ້ງພະຍາດສໍາລັບທຸກຄົນ. ທ່ານກ່າວດັ່ງນີ້:

“ເຮົາຢ່າລືມວ່າ ເມື່ອໃດເຮົາຫາກໄດ້ເລີ້ມທໍາການສໍາພັດກັບຢາ ປ້ອງກັນໂຣກມາກ່ອນ
ແລ້ວ ພວກເຮົາກໍໄດ້ກິນຢານັ້ນທຸກໆມື້ ບໍ່ຂາດ ໃນຕະຫລອດຊີວິດຂອງເຮົາ. ພວກ​ເຮົາ
​ຢ່າ​ລືມ​ຄື​ກັນ​ວ່າ ຍັງ​ມີ​ອີກ​ຫຼາຍໆ​ວິທີ​ປ້ອງ​ກັນ ທີ່​ພວກ​ເຮົາ​ສາມາດ​ນຳ​ໃຊ້​ໄດ້”

ພວກນັກເຄື່ອນໄຫວຕ້ານໂຣກເອດສ໌ ເວົ້າວ່າ ຄູ່ຜົວເມຍທີ່ຜູ້ນຶ່ງຕິດເຊື້ອ ໄວຣັສ HIV ແລະສ່ວນອີກຜູ້ນຶ່ງຍັງບໍ່ຕິດເຊື້ອພະຍາດນີ້ ທີ່ມີຄວາມຍຶດໝັ້ນຕໍ່ກັນແລະກັນນັ້ນ ຈະເປັນ
ກຸ່ມທີ່ຢູ່ໃນເປົ້າໝາຍທີ່ໄດ້ຮັບຜົນປະ ໂຫຍດອັນສູງຈາກການໃຊ້ຢາ Truvada ນີ້.

ຢາ Truvada
ຢາ Truvada

ຢາ Truvada ບໍ່ແມ່ນລາຄາຖືກ
ແລະກໍມີແຕ່ຜູ້ທີ່ມີເງິນພໍເພື່ອໃຊ້
ຈ່າຍ ໃນການປະຕິບັດຕາມໂຄງ
ການປິ່ນປົວແບບຍາວນານຕະ
ຫລອດຊີວິດ ເທົ່ານັ້ນ ຈຶ່ງຈະສາ
ມາດເລີ້ມຕົ້ນລະບົບການກິນຢາ
ນີ້ໄດ້. ອີກຢ່າງນຶ່ງ ພວກນັກຊ່ຽວ
ຊານໂຣກເອດສ໌ ກໍໄດ້ເຕືອນວ່າ
ຢານີ້ບໍ່ສາມາດທີ່ຈະໃຊ້ແທນວີທີ
ການຮ່ວມເພດທີ່ປອດໄພຢ່າງອື່ນ
ທີ່ຈໍາເປັນເຊັ່ນ ການໃຊ້ຖົງຢາງ
ອະນາໄມນັ້ນໄດ້ ມັນເປັນພຽງ
ແຕ່ການໃຊ້ເພື່ອເສີມວິທີການ
ປ້ອງກັນດັ່ງກ່າວເທົ່ານັ້ນ.

ອົງການອະນາໄມໂລກກ່າວວ່າ
ຕົນຈະວາງຂໍ້ແນະນໍາໃນການໃຊ້ ຢາຕ້ານໂຣກເອດສ໌ອອກໃນໄວໆນີ້ ສໍາລັບຜູ້ທີ່ຍັງ​ບໍ່​ທັນ
​ຕິດເຊື້ອໄວຣັສ HIV ເພື່ອຊ່ວຍຜູ້ກ່ຽວຫລຸດຜ່ອນໂອກາດໃນການຕິດເຊື້ອຂອງຜູ້ກ່ຽວລົງ
ໄດ້.

XS
SM
MD
LG