ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານປະຈຳປີຂອງ ຄະນະກຳມາທິການ ສຫລ ກ່ຽວກັບສິດເສລີພາບ ໃນການນັບຖື ສາສະໜາຢູ່ລາວ ຕອນທີ 2


ລາຍງານປະຈຳປີ ຂອງຄະນະກຳມາທິການສະຫະລັດຮັບຜິດຊອບກ່ຽວ ກັບອິດສະຫຼະພາບໃນການນັບຖືສາສະໜາຂອງນາໆຊາດຫຼື USCIRF
ລາຍງານປະຈຳປີ ຂອງຄະນະກຳມາທິການສະຫະລັດຮັບຜິດຊອບກ່ຽວ ກັບອິດສະຫຼະພາບໃນການນັບຖືສາສະໜາຂອງນາໆຊາດຫຼື USCIRF

ເມື່ອໄວໆມານີ້ ຄະນະກຳມາທິການຂອງສະຫະລັດຮັບຜິດຊອບກ່ຽວກັບອິດສະຫຼະພາບໃນ ການນັບຖືສາສະໜານາໆຊາດຫຼື USCIRF ໄດ້ອອກລາຍງານປະຈຳປີ 2012 ຊຶ່ງໄດ້ຊັ່ງ ຊາຕີລາຄາເບິ່ງສິດເສລີພາບໃນການນັບຖືສາສະໜາ ຢູ່ໃນເກືອບ 200 ປະເທດທົ່ວໂລກ. ລາຍງານດັ່ງກ່າວ ແມ່ນໄດ້ກວມເອົາໄລຍະແຕ່ວັນທີ 1 ເມສາ ປີ 2011 ຫາວັນທີ 29 ກຸມພາປີ 2012. ໄພສານມີລາຍງານຕອນທີ 2 ກ່ຽວກັບພາກສ່ວນຂອງ ສປປ ລາວມາ ສະເໜີທ່ານ ໃນອັນດັບຕໍ່ໄປ

ລາຍ​ງານ​ປະ​ຈໍາປີ​ນີ້ ຂອງຄະນະ​ກໍາ​ທິການ USCIRF ​ເວົ້າ​ວ່າ ສິດ​ເສລີພາບ​ໃນ​ການ​ເຊື່ອ​ຖື​
ສາສະໜາໄດ້​ກຳນົດ​ໄວ້​ຢູ່​ໃນລັດຖະທຳ​ມະນູນ​ຂອງ ສປປ ລາວ​ແຕ່​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະ
ຕິບັດ​ດ້ານສາສະໜາ​ຂອງດຳລັດ​ເລກທີ 92/ນຍ ຂອງ​ນາຍົກລັດຖະມົນຕີ ສປປ ລາວທີ່​ອອກ​
ໃນ​ປີ 2002 ນັ້ນ ບັນຈຸ​ພາສາ​ທີ່​ອຳນວຍ​ໃຫ້​ລັດຖະບານສາມາດ​ຄວບ​ຄຸມ​ແລະ​ແຊກ​ແຊງ​ເຂົ້າ
ໃນກິດຈະການ​ຂອງ​ສາສະໜາ​ໄດ້. ພວກ​ຜູ້ນຳຂອງ​ສາສະໜາ​ຕ່າງໆ ​ລາຍ​ງານ​ວ່າ ກິດຈະກຳ​
ຕ່າງໆ​ທາງ​ດ້ານ​ສາສະໜາ​ ທີ່​ໄດ້​ຮັບ​ອະນຸຍາດ​ຕາມ​ກົດໝາຍ ​ເຊັ່ນ ​ການ​ຊັກ​ຊວນໃຫ້​ຄົນ​ເຂົ້າ
ສາສະໜາ​ ​ແລະ​ການ​ພິມ​ເອກ​ກະສາ​ນ ກ່ຽວ​ກັບ​ສາສະໜາ​ນັ້ນ ໄດ້​ມີ​ການ​ຈຳກັດ​ຮັດ​ແຄບ ​ໃນ
ພາກ​ປະຕິບັດ​ໂຕ​ຈິງ​. ພວກ​ຜູ້ນຳ​ຂອງ​ສາສະໜາ​ເຫຼົ່ານີ້ ຍັງ​ຈົ່ມ​ທຸກ​ວ່າ ການ​ບັງຄັບ​ໃຫ້​ຂໍອະນຸ
ຍາດ ​ກ່ຽວ​ກັບ​ການ​ປະຕິບັດ​ສາສະໜາກິດ​ທີ່​ໃໝ່ໆ​ນັ້ນ ແມ່ນ​ໃຊ້​ເພື່ອ​ຈຳກັດ​ຮັດ​ແຄບ​ຄວາມ​ສາ
ມາດ​ໃນ​ການ​ນຳ​ເຂົ້າ ​ເອກ​ກະສາ​ນດ້ານ​ສາສະໜາ​ ແລະ​ກາ​ນກໍ່​ສ້າງ​ສະຖານ​ທີ່​ທາງ​ສາສະໜາ
ຕ່າງໆ. ນອກເໜືອ​ໄປ​ຈາກ​ການບັງຄັບໃຫ້​ຂໍອະນຸຍາດ​ທີ່​ຍຸ່ງຍາກ​ສັບສົນ​ນັ້ນ​ແລ້ວ ດຳ​ລັດ​ເລກ
ທີ 92/ນຍ ຍັງ​ບັນຈຸການ​ຫ້າມ​ແບບ​ຄຸມ​ເຄືອ​ ກ່ຽວ​ກັບ​ກິດຈະກຳ​ຕ່າງໆທີ່​ສ້າງ​ຄວາມ​ແບ່ງ​ແຍກ​
ທາງ​ດ້ານ​ສັງຄົມຫຼືຄວາມ​ວຸ້ນວາຍ ​ແລະ​ໄດ້​ກ່າວ​ຢໍ້າ​ ເຖິງ​ບາງ​ພາກສ່ວນຂອງ​ກົດໝາຍ​ອາຍາ
ຂອງ​ລາວ ທີ່​ໄດ້​ມີ​ການ​ນຳ​ໃຊ້​ໂດຍ​ພະລະການ​ໃນ​ໄລຍະ​ຜ່ານ​ມາ​ເພື່ອ​ຈັບ​ກຸມ​ຄຸມຂັງ​ຊາວ​ຄຣິສ
ຕຽນ​ທີ່​ເປັນ​ຊົນ​ກຸ່ມ​ນ້ອຍ.

ລັດຖະບານ​ລາວ​ບໍ່​ເຕັມ​ໃຈ​ຫຼືບໍ່​ສາມາດ​ທີ່​ຈະ​ດຳ​ເນີນ​ການ​ຢ່າງ​ເປັນ​ການ​ເປີດ​ເຜີຍ​ຕໍ່​ພວກ​ເຈົ້າໜ້າ
ທີ່​ແຂວງ ຫຼື​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ ທີ່​ໄດ້​ລ່ວງ​ລະ​ເມີດ​ຢ່າງ​ຮ້າຍ​ແຮງ​ ຕໍ່ພວກ​ຊົນ​ກຸ່ມ​
ນ້ອຍ​ທີ່​ນັບຖື​ສາສະໜາ​ໂປຣ​ແຕັສຕັງ. ພວກ​ເຈົ້າໜ້າ​ທີ່​ລາວຍັງ​ສືບ​ຕໍ່​ຖື​ວ່າການ​ແຜ່ຜາຍ​ຢ່າງ​ໄວ
ວາ​ຂອງ​ສາສະໜາ​ຄຣິສຕ໌​ ໃນ​ໝູ່​ພວກ​ຊົນ​ກຸ່ມ​ນ້ອຍ​ຕ່າງໆ ​ໂດຍ​ສະເພາະ​ແລ້ວ​ພວກ​ທີ່​ເຄີຍ​ຕໍ່ສູ້​
ຕ້ານ​ຢັນ​ຫຼືບໍ່ພໍ​ໃຈ ​ກັບ​ການ​ຄວບ​ຄຸມ​ຂອງ​ລັດຖະບານນັ້ນ ​ແມ່ນ​ເປັນ​ການ​ນຳ​ເຂົ້າຄ່າ​ນິຍົມ​ຂອງ
ອາ​ເມຣິກາ ທີ່​ອາດ​ຈະ​ເປັນ​ໄພ​ຂົ່ມຂູ່​ຕໍ່​ລະບອບການ​ເມືອງ​ຄອມ​ມູນິສ​ຂອງ​ລາວ ແຕ່​ແນວ​ໃດ​ກໍ
ຕາມພວກ​ເຈົ້າໜ້າ​ທີ່​ຂອງ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດໃນ​ປັດຈຸບັນພວມຊອກ​ຫາ​ຊ່ອງ​ທາງທີ່​ຈະ
ແກ້​ໄຂ​ບັນຫາ​ຂັດ​ແຍ່ງລະຫວ່າງ​ກຸ່ມ​ສາສະໜາ​ຕ່າງໆ​ແລະ​ພວກເຈົ້າໜ້າ​ແຂວງ.

ກ່ຽວ​ກັບ​ການ​ລ່ວງ​ລະ​ເມີດ​ສິດ​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະໜາ​ນັ້ນ ລາຍ​ງານ​ຂອງຄະນະ​ກຳ
ມາ​ທິການ USCIRF ເວົ້າວ່າ ມີ​ລາຍ​ງານແຈ້ງວ່າເຈົ້າໜ້າ​ທີ່​ທ້ອງ​ຖິ່ນຂອງ​ລາວ​ໄດ້​ແຊກ​ແຊງ​
ເຂົ້າ​ໃນ​ສິດທິ​ການ​ປະຕິບັດ​ສາ​ສະໜາ​ກິດ​ ຂອງ​ຊາວ​ໂປຣ​ແຕັສຕັງ​ຢູ່ໃນ​ຫຼາຍໆ​ເຂດ. ການລະ
ເມີດ​ຮ້າຍ​ແຮງ​ສ່ວນ​ໃຫຍ່​ໃນ​ຮອບ​ປີຜ່ານມາ​ນີ້ທີ່​ມີ​ຮວມທັງ​ການຄຸມ​ຂັງ ການ​ຂັບ​ໄລ່​ອອກ​ຈາກ
ບ້ານ​ແບບ​ບັງຄັບ ການ​ຈັບ ການປະຕິ​ເສດ​ບໍ່​ຍອມ​ໃຫ້​ບໍລິການ​ຂອງລັດຖະບານ ແລະ​ການ​ບັງ
ຄັບ​ໃຫ້​ປະລະ​ສາສະໜານັ້ນ ​ໄດ້​ມີ​ຂຶ້ນ​ໃນ​ແຂວງ​ສາລະ​ວັນ ວຽງ​ຈັນ ບໍ່​ແກ້ວ ສະຫວັນ​ນະ​ເຂດ
ຄຳ​ມ່ວນ ຫຼວງນໍ້າ​ທາ ​ແລະ​ຫຼວງພະ​ບາງ​.

ໃນ​ຕອນ​ທ້າຍ​ຂອງ​ລາຍ​ງານ ຄະນະ​ກຳມາ​ທິການ USCIRF ​ໄດ້​ໃຫ້​ຄໍາ​ສະ​ເໜີ​ແນະຫລາຍໆ​
ຢ່າງ ​ສໍາ​ຫຼັບ​ນະ​ໂຍບາຍ​ຂອງລັດຖະບານສະຫະລັດ ກ່ຽວ​ກັບ ສປປ ລາວ. ລາຍ​ງາ​ນ​ເວົ້າ​ວ່າ
ສ່ວນ​ໃຫຍ່​ຂອງ​ໂຄງການ​ໃຫ້​ຄວາມ​ຊ່ອຍ​ເຫຼືອຂອງ​ສະຫະລັດ​ໃນ​ລາວ​ນັ້ນ ແມ່ນ​ໃນດ້ານ​ສາທາ
ລະນະ​ສຸກ ການ​ພັດທະນາ​ເສດຖະກິດແລະ​ໂຄງການ​ຕໍ່ຕ້ານ​ຢາ​ເສບ​ຕິດ​ໃຫ້ໂທດເຖິງ​ແມ່ນ​ວ່າ
ໄດ້​ມີການ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ໃໝ່​ ກ່ຽວ​ກັບໂຄງການ​ປະຕິ​ຮູບ ໃນ​ພາກສ່ວນ​ດ້ານ​ການຮັກສາ​
ຄວາ​ມປອດ​ໄພເລີ່​ມຂຶ້ນ​ ໃນ​ຮອບ​ປີຜ່ານມາ​ກໍ​ຕາມ. ມີ​ໂຄງການ​ນ້ອຍໆ ໃນ​ການເຝິກອົບຮົມ
ກ່ຽວ​ກັບ​ສິດ​ເສລີ​ພາບ​ ໃນ​ການ​ເຊື່ອ​ຖື​ສາສະໜາສຳ​ຫຼັບພວກ​ເຈົ້າໜ້າ​ທີ່​ລາວ​ຢູ່​ ແຕ່​ແນວ​ໃດ​ກໍ​
ຕາມ ​ໂຄງການ​ດ້ານ​ສິດທິ​ມະນຸດ ການ​ປົກຄອງ​ດ້ວຍ​ຕົວບົດ​ກົດໝາຍແລະ​ການ​ປົກຄອງ​ທີ່​ດີ​
ແມ່ນ​ຍັງນ້ອຍ​ຫຼາຍ ສຳ​ຫຼັບປະ​ເທດ​ລາວ​ແລະ​ບໍ່​ໄດ້​ຮັບທຶນ​ສະໜັບສະໜຸນ​ໃນ​ລະດັບ​ດຽວ​ ກັບ
ໂຄງການໃຫ້​ຄວາມ​ຊ່ອຍ​ເຫຼືອອື່ນໆ. ​ເພື່ອ​ຈະ​ຊຸກຍູ້ສົ່ງ​ເສີມ​ສິດ​ເສລີພາບໃນ​ການ​ນັບຖື​ຫຼືຄວາມ
ເຊື່ອ​ໃນດ້ານ​ສາສະໜາ​ຢູ່​ລາວ​ນັ້ນ ສະຫະລັດຄວນ​ຈະ​ດຳ​ເນີນ​ການ​ດັ່ງນີ້:

ໃຫ້ລິ​ເລີ່​ມ​ໂຄງການ​ກົນ​ໄກ​ສິດທິ​ມະນຸດ​ຢ່າງ​ເປັນທາງ​ການ​ເພື່ອ​ແກ້​ໄຂ​ບັນຫາ​ຕ່າງໆ​ເປັນ​ປະຈຳ
ເຊັ່ນ​ບັນຫາ​ການຈຳ​ແນ​ກກີດ​ກັນ​ຊົນ​ກຸ່ມ​ນ້ອຍ​ ແລະ​ສາສະໜາ ການ​ທໍລະມານ ​ແລະການ​ກະ
ທຳ​ທີ່​ບໍ່​ຖືກ​ບໍ່​ຕ້ອງ​ອື່ນໆ​ ຕໍ່​ພວກ​ນັກ​ໂທດ ການ​ຈັບ​ກຸມ​ຄຸມ​ຂັງ​ແບບ​ຜິດ​ກົດໝາຍ ການ​ຂາດ​ກະ
ບວນ​ການ​ທາງ​ກົດໝາຍ​ແລະ​ລະບົບ​ຕຸລາການ​ທີ່ເປັນ​ອິດສະຫຼະພ້ອມ​ທັງການ​ຕັ້ງຖິ່ນ​ຖານ​ພວກ
ອົບ​ພະຍົບ.

ໃຫ້ລິ​ເລີ່​ມ ການ​ເຝິກອົບຮົມ​
ໃນດ້ານສິດທິ​ມະນຸດ ​ແລະ​
ການ​ໂຍະຍານ​ຜ່ອນຜັນ​ໃນ
ດ້ານ​ສາສະໜາເພື່ອ​ເປັນ​ພາກ
ສ່ວນ​ນຶ່ງ ​ໃນ​ການ​ໃຫ້​ຄວາມ​
ຊ່ອຍ​ເຫຼືອໃໝ່​ ໃດໆ​ກໍ​ຕາມ ​
ຂອງສະຫະລັດກ່ຽວ​ກັບໂຄງ
ການ​ປະຕິ​ຮູບ​ພາກສ່ວນ​ການ
ຮັກສາ​ຄວາມ​ປອດ​ໄພ​ ຂອງ
ລາວ ​ໃຫ້ການ​ຄໍ້າປະກັນ​ວ່າ​
ເຈົ້າໜ້າທີ່​ຄົນ​ໃດ​ກໍ​ຕາມ​ທີ່​ເຂົ້າ
ຮ່ວມ​ໃນ​ໂຄງການ​ເຫຼົ່ານີ້​ໄດ້​ມີ​
ການ​ຄັດ​ເລືອກ ​ຢ່າງເຄັ່ງ​ຄັດ
ເພື່ອ​ໃຫ້ການ​ຢືນຢັນ​ວ່າ​ພວກ
ເຂົາ​ເຈົ້າ ບໍ່​ເຄີຍ​ມີ​ສ່ວນ​ພົວພັນ
ໃດໆ​ມາ​ກ່ອນ​ກ່ຽວ​ກັບການລະ​ເມີດ​ສິດທິ​ມະນຸດ ແລະຖືກປະຕິ​ເສດ ບໍ່​ໃຫ້​ເຂົ້າຮ່ວມ​ໂຄງການ
ເຝິກອົບຮົມ​ຂອງ​ສະຫະລັດ ຖືກ​ປະຕິ​ເສດ​ໃນ​ການ​ຂໍວີຊ່າ ຫຼືການ​ໃຫ້​ຄວາມ​ຊ່ອຍ​ເຫຼືອ ຕໍ່​ກົມ​
ກອງ​ໃດຫຼືບຸກຄົນ​ໃດ​ກໍ​ຕາມ​ທີ່​ຖືກ​ພົບ​ເຫັນ​ວ່າ​ເຄີຍ​ໄດ້​ພົວພັນໃນ​ການ​ລ່ວງ​ລະ​ເມີດ​ສິດທິ​ມະນຸດ
ຮວມທັງ​ສິດເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະໜາ​ນຳ​ດວ້ຍ.

ໃຫ້​ລິ​ເລີ່​ມ​ໂຄງການ​ໃຫ້​ຄວາມ​ຊ່ອຍ​ເຫຼືອທາງ​ດ້ານ​ເຕັກນິກແລະ​ດ້ານ​ສິດທິ​ມະນຸດ​ທີ່​ສະໜັບສະ​
ໜຸນ​ຕໍ່​ເປົ້າໝາຍ​ ໃນ​ການ​ປົກ​ປ້ອງ​ຄຸ້ມ​ຄອງ ແລະ​ຊຸກຍູ້​ສິດ​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະໜາ
ຮວມທັງ​ໂຄງການ​ປົກຄອງ​ດ້ວຍ​ຕົວບົດ​ກົດໝາຍ ​ແລະ​ໂຄ​ການ​ແລກປ່ຽນທາງດ້ານ​ກົດໝາຍ​
ທີ່​ເພັ່ງ​ເລັງ​ໃສ່ ​ການ​ດັດ​ແປງ​ແກ້​ໄຂ​ດຳລັດ​ເລກທີ 92/ນຍ ​ໃຫ້ການເຝິກອົບຮົມ​ແກ່​ພວກ​ເຈົ້າ
ໜ້າທີ່​ແຂວງ​ ກ່ຽວ​ກັບ​ມາດຕະຖານ​ການ​ເຄົາລົບ​ນັບຖື​ສິດທິ​ມະນຸດ​ ຂອງ​ນາໆ​ຊາດ ​ແລະ​ກົດ
ໝາຍ​ຂອງ​ລາວ ກ່ຽວ​ກັບ​ສິດ​ເສລີພາບ​ ໃນ​ການ​ນັບຖື​ສາສະໜາ ​ໃຫ້​ລິເລີ່​ມ​ໂຄງການ​ເຝິກອົບ
ຮົມ​ແລະແລກປ່ຽນ ໃນ​ດ້ານ​ສິດທິ​ມະນຸດ ການ​ປົກຄອງ​ດ້ວຍ​ຕົວ​ບົດກົດໝາຍ ​ແລະ​ສິດ​ເສລີ
ພາບ​ໃນ​ການ​ເຊື່ອ​ຖື​ສາສະໜາ​ແກ່​ຕຳຫຼວດລາວ ພວກ​ຜູ້ນຳ​ສາສະໜາ​ແລະ​ພວກ​ນັກວິຊາການ
ຕະຫຼອດທັງ​ການ​ເສີມ​ສ້າງ​ຄວາມ​ສາມາດ​ໃຫ້​ແກ່​ກຸ່ມ​ສັງຄົມ​ພົນລະ​ເຮືອນ​ຂອງ​ລາວທີ່​ເຮັດໜ້າ​ທີ່
ເປັນ​ອົງການ​ກຸສົນ ດ້ານການ​ແພດ ແລະ​ກິດຈະການ​ດ້ານ​ພັດທະນາ​ຕ່າງໆ​ເພື່ອ​ໃຫ້​ສອດຄ່ອງ​
ກັບ​ກົດໝາຍໃໝ່​ຂອງ​ລາວວ່າ​ດ້ວຍ​ອົງການ​ຈັດ ຕັ້ງທີ່​ບໍ່​ຂຶ້ນກັບ​ລັດຖະບານ.

ແລະ​ສຸດ​ທ້າຍ​ ໃຫ້​ສືບ​ຕໍ່ອະນຸດ​ມັດ​ເງິນ​ສະໜັບສະໜຸນ​ຢ່າງ​ພຽງພໍ ​ແກ່​ວິທະຍຸ​ສຽງ​ອາ​ເມຣິກາ
ແລະວິທະຍຸ​ເອ​ເຊຍ​ເສລີ ພາກ​ພາສາ​ລາວ ​ແລະ​ເພີ່ມ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ເພື່ອສະ
ໜອງ​ລະ​ບົບອິນ​ເຕີ​ແນັດທີ່​ບໍ່​ມີ​ການ​ກວດກາ ​ແລະ​ຂໍ້​ມູນ​ຂ່າວສານ​ອື່ນໆ​ ໃຫ້ເຂົ້າ​ເຖິງ​ປະ​ເທດ
ລາວ.

XS
SM
MD
LG