ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ ປະຈຳປີ ຂອງ ຄະນະກຳມາທິການ ສຫລ ກ່ຽວກັບສິດເສລີພາບ ໃນການນັບຖື ສາສະໜາຢູ່ລາວ ຕອນທີ 1


ລາຍງານປະຈຳປີ ຂອງຄະນະກຳມາທິການສະຫະລັດຮັບຜິດຊອບກ່ຽວ
ກັບອິດສະຫຼະພາບໃນການນັບຖືສາສະໜາຂອງນາໆຊາດຫຼື USCIRF
ລາຍງານປະຈຳປີ ຂອງຄະນະກຳມາທິການສະຫະລັດຮັບຜິດຊອບກ່ຽວ ກັບອິດສະຫຼະພາບໃນການນັບຖືສາສະໜາຂອງນາໆຊາດຫຼື USCIRF

ເມື່ອໄວໆມານີ້ ຄະນະກຳມາທິການຂອງສະຫະລັດ ຮັບຜິດຊອບກ່ຽວກັບອິດສະຫຼະພາບໃນ ການນັບຖືສາສະໜານາໆຊາດ ຫຼື USCIRF ໄດ້ອອກລາຍງານປະຈຳປີ 2012 ຊຶ່ງໄດ້ຊັ່ງ ຊາຕີລາຄາ ເບິ່ງສິດເສລີພາບໃນການນັບຖືສາສະໜາ ຢູ່ໃນເກືອບ 200 ປະເທດທົ່ວໂລກ. ລາຍງານດັ່ງກ່າວ ແມ່ນໄດ້ກວມເອົາໄລຍະແຕ່ວັນທີ 1 ເມສາ ປີ 2011 ຫາ ວັນທີ 29 ກຸມພາປີ 2012. ໄພສານມີລາຍງານ ຕອນທີ 1 ກ່ຽວກັບພາກສ່ວນຂອງ ສປປ ລາວມາ ສະເໜີທ່ານ ໃນອັນດັບຕໍ່ໄປ

ລາຍ​ງານ​ປະຈຳປີ 2012 ຂອງຄະນະ​ກຳມາ​ທິການສະຫະລັດ​ຮັບຜິດຊອບ​ກ່ຽວ​ກັບ​ອິດສະຫຼະ
ພາບ​ໃນການນັບຖື​ສາສະໜາຂອງນາໆ​ຊາດຫຼື USCIRF ​ໄດ້​ຈັດ​ເອົາ 8 ປະ​ເທດເຂົ້າ​ໄວ້​ໃນ
ບັນຊີ​ລາຍ​ຊື່​ປະ​ເທດທີ່ໄດ້​ລ່ວງ​ລະ​ເມີດ​ສິດ​ເສລີພາບ​ໃນ​ການເຊື່ອຖື​ສາສະໜາຢ່າງ​ຮ້າຍ​ແຮງທີ່​
ຖືກ​ລະບຸ​ວ່າ ​ເປັນ​ປະ​ເທດທີ່​ໜ້າ​ວິຕົກ​ເປັນ​ຫ່ວງ​ຫຼື Countries of Partcular Concern
ຊຶ່ງປະກອບ​ດ້ວຍ​ ມຽນມາ ຈີນ ​ເອຣີ​ເທຣຍ ອີຣ່ານ ​ເກົາຫຼີ​ເໜືອ ຊາ​ອຸ​ດີ​ອາຣາ​ເບຍ ຊູ​ດານ
ແລະ​ອຸສ​ເບັກ​ກິ​ສຖານ.

ສຳ​ຫຼັບ ສປປ ລາວ​ແລ້ວ ຍັງ​ຖືກ​ຈັດ​ໄວ້​ໃນ​ກຸ່ມ​ປະ​ເທດ​ທີ່ມີ​ການ​ຕິດຕາມ​ສິ້ງຊອມ​ເບິ່ງ​ຢ່າງໃກ້
ຊິດກ່ຽວ​ກັບການລະ​ເມີດ​ສິດ​ເສລີ​ພາບ​ໃນ​ການເຊື່ອຖື​ສາສະໜາຫຼື Watch List ຊຶ່ງ​ມີຮວມ
ທັງ​ອັຟກາ​ນິສຖານ ​ເບ​ລາຣຸສ ຄິວ​ບາ ອິນ​ເດຍ ອິນ​ໂດ​ເນ​ເຊຍ ຣັດ​ເຊຍ ​ໂຊມາເລຍ ​ແລະ ​
ເວເນ​ຊູເອລາ.

ລາຍ​ງານປະຈຳ​ປີ​ ຂອງ​ຄະນະ​ກຳມາ​ທິການ USCIRF ​ເວົ້າວ່າ ການລະ​ເມີດ​ສິດ​ເສລີພາບ
ໃນ​ການ​ເຊື່ອ​ຖື​ສາສະໜາຢ່າງ​ຮ້າຍ​ແຮງຍັງ​ດຳ​ເນີນ​ຢູ່​ຕໍ່​ມາໃນ ສປປ ລາວ. ລັດຖະບານລາວ​
ຍັງ​ຈຳກັດ​ຮັດແຄບ​ການ​ປະຕິບັດ​ສາສະໜາ​ກິດ​ ໂດຍ​ຜ່ານ​ທາງ​ກົດໝາຍ​ຂອງ​ຕົນ​ ແລະບໍ່ໄດ້
ຫຼຸດຜ່ອນ ການລະ​ເມີດສິດ​ເສລີພາບໃນ​ການ​ເຊື່ອ​ຖື​ສາສະໜາ​ ຢູ່​ໃນ​ບາງ​ຂົງ​ເຂດ ​ທີ່​ສອກຫຼີກ
ຫ່າງ​ໄກ​ນັ້ນ ລົງ​ແຕ່​ຢ່າງ​ໃດ​ເລີຍ. ບັນດາ​ເຈົ້າໜ້າ​ທີ່ຢູ່​ໃນ​ແຂວງ​ຕ່າງໆ ​ຍັງ​ສືບ​ຕໍ່​ລະເມີດສິດເສ
ລີພາບ ​ໃນ​ການເຊື່ອ​ຖື​ສາສະໜາ ຫຼືການ​ເຊື່ອ​ໃນ​ສາສະໜາ​ໂປຣ​ແຕັສຕັງ ​ຂອງ​ພວກຊົນ​ກຸ່ມ​
ນ້ອຍດ້ວຍ​ການຈັບກຸມຄຸມ​ຂັງ ການ​ຕິດຕາມ​ສອດ​ແນມ ການ​ຮາວີ​ລົບ​ກວນ ການຢຶດຊັບສິນ
ການ​ບັງ​ຄັບ​ໃຫ້​ຍົກຍ້າຍ​ຖິ່ນ​ຖານ ​ແລະ​ການບີບ​ບັງຄັບ​ໃຫ້ປະລະ​ໃນ​ການເຊື່ອຖື​ສາສະໜາ​ນັ້ນ.
ແຕ່​ແນວ​ໃດ​ກໍ​ຕາມ ລາຍ​ງານ​ເວົ້າວ່າ ​ເງື່ອນ​ໄຂ​ຕ່າງໆ​ ກ່ຽວ​ກັບ​ສິດ​ເສລີພາບໃນ​ການ​ເຊື່ອ​ຖື​
ສາສະໜານັ້ນ ແມ່ນ​ດີ​ຂຶ້ນ ສຳ​ຫຼັບພວກ​ທີ່​ນັບຖື​ສາສະໜາ​ພຸດ​ ນິກາຍ​ຕ່າງໆ ທີ່ເປັນ​ຊົນ​ກຸ່ມ​
ໃຫຍ່ ສຳ​ຫຼັບພວກ​ທີ່​ນັບຖື​ສາສະໜາຄຣິສ ພວກ​ທີ່​ນັບຖື​ສາສະໜາ​ອິສລາມແລະພວກ​ທີ່​ນັບ
ຖື​ສາສະໜາບາ​ຮາ​ຍ ທີ່​ອາ​ໄສ​ຢູ່​ໃນ​ເຂດ​ເທດສະບານ​ຕ່າງໆ. ອີງ​ຕາມຄວາມວິຕົກ​ກັງວົນ​ເຫຼົ່າ
ນີ້​ແລ້ວທາງ​ຄະນະ​ກຳມາ​ທິການ USCIRF ຈຶ່ງ​ໄດ້ຈັດ​ເອົາ​ລາວ ​ເຂົ້າ​ໄວ້​ໃນບັນຊີ​ລາຍ​ຊື່​ຂອງ​
ບັນດາ​ປະ​ເທດ​ທີ່​ຖືກ​ຕິດຕາມສິ້ງຊອມ​ຢ່າງໃກ້ຊິດສຳ​ຫຼັບປີ 2012.

ແຜນທີ່ປະເທດລາວ
ແຜນທີ່ປະເທດລາວ

ລາຍ​ງານ​ ຂອງ​ຄະນະ​ກຳມາ
ທິການ USCIRF ​ເວົ້າວ່າ
ການ​ໂຍະຍານ​ຜ່ອນຜັນ​ຂອງ​
ລັດຖະບານ​ລາວຕໍ່​ການ​ປະຕິ
ບັດ​ສາສະໜາ​ກິດແມ່ນ​ແຕກ
ຕ່າງ​ກັນ​ໄປ​ໃນ​ແຕ່ລະ​ເຂດໃນ​
ແຕ່ລະ​ກຸ່ມຊົນແລະ​ກຸ່ມ​ສາສະ
ໜາ. ສຳ​ຫຼັບສາສະໜາ​ພຸດຊຶ່ງ​
ເປັນ​ສາສະໜາ​ທີ່​ໄດ້​ຝັງ​ເລິກ​ຢູ່
ໃນ​ວັດທະນະທຳ​ຂອງ​ລາວ​ແລະ​
ໄດ້ຮັບ​ການ​ເຊື່ອ​ຖື ​ໂດຍ​ປະຊາ
ຊົນ​ລາວ​ສ່ວນ​ໃຫຍ່​ນັ້ນ​ເວລານີ້​
ແມ່ນ​ບໍ່​ມີ​ການຈຳກັດ​ຮັດ​ແຄບ
ແລະ​ການ​ຄວບ​ຄຸມ​ໃດໆ​ແລ້ວ. ​
ພວກ​ທີ່​ນັບຖື​ສາສະໜາກາ​ໂທ
ລິກ​ໃນ​ລາວກໍ​ໄດ້​ຮັບ​ອະນຸຍາດ​
ໃຫ້​ສ້າງ​ວັດ​ໄດ້ ​ແລະໃນ​ໄລຍະ​
ຫຼາຍໆ​ປີຜ່ານມາ​ນີ້ ກໍ​ສາມາດ​ບວດ​ພະສົງ​ ແລະ​ມີ​ການ​ບວດພະ​ສັງຄະ​ລາດ​ອົງ​ທຳ​ອິດ​ນັບ​ແຕ່​
ປີ 1975 ​ເປັນຕົ້ນມາ. ພວກທີ່​ນັບຖື​ສາສະໜາ​ໂປຣ​ແຕັສຕັງ​ ໃນ​ເຂດ​ເທດສະບານ​ຕ່າງໆກໍມີ​
ລາຍ​ງານ​ວ່າ​ສາມາດ​ຈັດ​ພິທີ​ສວດ​ມົນ​ພາວະນາ​ເພີ່ມ​ຂຶ້ນ ​ເປີດ​ຄືນ​ໃໝ່ ສ້າງແລະ​ຂະຫຍາຍ​ສະ
ຖານ​ທີ່​ ປະກອບ​ພິທີ​ທາງ​ສາສະໜາ​ໄດ້. ສ່ວນປະຊາ​ຄົມ​ສາສະໜາບາ​ຮາ​ຍທີ່​ນ້ອຍ​ໆນັ້ນກໍ​ມີ
ລາຍ​ງານ​ວ່າ ມີ​ຄວາມ​ສຳພັນທີ່​ດີ​ຂຶ້ນ​ໃນ​ການ​ດຳເນີນ​ງານຮ່ວມກັບ​ພວກ​ເຈົ້າໜ້າ​ທີ່​ລັດຖະບານ
ແລະ​ໄດ້​ຂະຫຍາຍສະຖານ​ທີ່​ທາງ​ສາສະໜາ​ຂອງ​ພວກ​ເຂົາ​ເຈົ້າ. ພວກ​ເຈົ້າໜ້າ​ທີ່​ຂອງ​ສູນ​ກາງ
ແນວລາວ​ສ້າງ​ຊາດ ຊຶ່ງ​ເປັນ​ພະ​ແນ​ກການທີ່​ຮັບຜິດຊອບ​ໃນ​ການ​ຕິດຕາມ​ສິ້ງຊອມ​ເບິ່ງ​ກິດຈະ
ກຳ​ດ້ານ​ສາສະໜາແລະ​ຈັດຕັ້ງປະຕິບັດ​ນະ​ໂຍບາຍ​ສາສະໜາ​ຂອງ​ລັດຖະບານ​ນັ້ນ​ໄດ້​ເດີນທາງ​
ໄປ​ຢ້ຽມຢາມ​ສຳນັກງານ​ໃຫຍ່​ຂອງ​ສາສະໜາບາ​ຮາ​ຍ​ໃນ​ໂລກທີ່ປະ​ເທດ​ອິສຣາແອ​ລໃນ​ປີ​ກາຍ
ນີ້.

ລັດຖະບານ ສປປ ລາວ​ໄດ້​ຮັບ​ຮູ້ 4 ສາສະໜາ​ຢ່າງ​ເປັນ​ທາງ​ການໃນ​ນັ້ນກໍ​ມີ​ສາສະໜາພຸດ
ສາສະໜາ​ຄຣິສຕ໌ ສາສະໜາ​ອິສລາມ ​ແລະ​ສາສະໜາ​ບາ​ຮາ​ຍ. ສໍາ​ຫຼັບສາສະໜາຄຣິສຕ໌ທີ່​
ຖືກຮັບ​ຮູ້​ນັ້ນ ກໍ​ມີກຸ່ມສາສະໜາ​ກາ​ໂທ​ລິກ ກຸ່ມສາສະໜາ​ໂປຣ​ແຕັສຕັງ​ ຄຣິສຕະຈັກ​ຂ່າວ​ປະ
ເສີດຫຼື Lao Evengelical Church ​ແລະກຸ່ມ​ສາສະໜາ​ໂປຣ​ແຕັສຕັງ​ຄຣິສຕະຈັກ​ຄະນະ​
ວັນ​ເສົາ ​ຫຼື Seventh-Day Adventist Church. ລັດຖະບານ​ລາວບັງ​ຄັບ​ໃຫ້​ກຸ່ມສາສະ
ໜາ​ໂປຣ​ແຕັສຕັງ​ທັງ​ໝົດຕ້ອງ​ໄດ້​ເຂົ້າສັງກັດ​ເປັນ​ພາກສ່ວນ​ນຶ່ງ​ຂອງຄຣິສຕະຈັກຂ່າວ​ປະ​ເສີດ​
ຫຼືຄຣິສຕະຈັກວັນ​ເສົາ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຄວາມ​ແຕກ​ສາມັກຄີ ແລະ​ບໍ່​ອະນຸຍາດ​ໃຫ້​ກຸ່ມ
ສາສະໜາ​ໂປຣ​ແຕັສຕັງ ​ນິກາຍ​ອື່ນໆ​ ຍື່ນ​ຄຳ​ຮ້ອງ​ຂໍ ​ເພື່ອ​ໃຫ້​ມີ​ການ​ຮັບຮູ້ ຈຶ່ງ​ເຮັດ​ໃຫ້ການ​
ເຄື່ອນ​ໄຫວ​ຂອງ​ກຸ່ມສາສະໜາ​ເຫຼົ່ານີ້​ ເປັນ​ການເຄື່ອນ​ໄຫວທີ່​ຜິດ​ກົດໝາຍ ທີ່​ພາ​ໃຫ້​ມີ​ການ​
ຮາວີ​ລົບ​ກວນ ການ​ຈັບກຸມ​ຄຸມ​ຂັງ ຫຼືການລະ​ເມີດ​ອື່ນໆ​ ໂຕ​ຢ່າງ​ຢູ່​ໃນ​ບາງເຂດ​ແຂວງ​ນັ້ນກຸ່ມ​
ສາສະໜາ​ໂປຣ​ແຕັສຕັງນິກາຍ Methodist ບໍ່​ສາມາດ​ເຕົ້າ​ໂຮມ​ກັນ​ໄດ້ເພື່ອ​ສວດ​ມົນ​ພາວະ
ນາ ສ້າງ​ສະຖານ​ທີ່​ທາງສາສະໜາ ຫຼືທຳ​ພິທີ​ສົ່ງສະການ​ ທາງ​ສາສະໜາ​ໄດ້. ກຸ່ມ​ສາສະໜາ
Methodist ​ແລະ​ພວກໂປຣ​ແຕັສຕັງ​ນິກາຍອື່ນ​ໆຍັງ​ສືບ​ຕໍ່ຊອກ​ຫາ​ຊ່ອງ​ທາງ​ ເພື່ອ​ໃຫ້​ມີ​ການ
ຮັບ​ຮູ້​ທາງ​ກົດໝາ​ຍຕໍ່​ສາສະໜາ​ຂອງ​ພວກ​ເຂົາ​ເຈົ້າ.

ແລະ​ນັ້ນ ​ຄື​ຕອນ​ທີ​ນຶ່ງ​ ຂອງ​ລາຍ​ງານ​ນີ້​ໂປດ​ຕິດຕາມ​ຮັບ​ຟັງ​ຕອນ​ທີ​ສອງ​ໄດ້​ໃນ​ລາຍການ​ກະ
ຈາຍສຽງຂອງ​ເຮົາ​ ແລງ​ວັນ​ພຸດ​ມື້​ອື່ນ.

XS
SM
MD
LG