ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າວາງແຜນຂອງອັນກາ ອິດາ ເຄີຍຢູ່ໃນສະຫະລັດ


ຕໍາຫລວດ​ສັນຕິ​ບານ FBI ຂອງ​ສະຫະລັດ ກ່າວ​ວ່າ ຊາຍ​ຄົນ​ນຶ່ງ​ທ່ີ​ເກີດ​ຢູ່​ໃນ​ປະ​ເທດ Saudi Arabia ທີ່ອາ​ໄສ​ຢູ່​ໃນສະຫະລັດ ​ເປັນ​ເວລາຫລາຍ​ກວ່າ 15 ປີ ບັດ​ນີ້​ ເຊື່ອວ່າ ​ເປັນ​ຫົວໜ້າ​ປະຕິບັດ​ງານ​ໃນ​ທົ່ວໂລກ​ຂອງ​ກຸ່ມ al-Qaida​.


ອົງການ FBI ກ່າວ​ວ່າ​ພວກ​ເຈົ້າ​ໜ້າ​ທີ່ສອບ​ສວນ​ສືບສວນຂອງ​ລັດຖະບານ​ກາງ​ເຊື່ອ​ວ່າ ນາຍ Adnan Shukrijumah ໄວ 35 ປີ ​ໄດ້​ຂື້ນກໍາ​ແໜ່​ງ ຫົວໜ້າ ຫລັງ​ຈາກ​ການ​ຈັບ​ກຸມ​ ນາຍ Khalid Sheikh Mohammad ​ໃນ​ປີ 2003 ຊຶ່ງ​ຜູ້ກ່ຽວໄດ້​ເປັນ​ຜູ້​ວາງ​ແຜນ​ທໍາ​ການ​ໂຈມ​ຕີ​ຢູ່ໃນ​ສະຫະລັດ​ ໃນ​ວັນ​ທີ 11 ​ເດືອນ​ກັນຍາ ​ປີ 2001 ນັ້ນ.


ທ່ານ Brian LeBlanc ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ພິ​ເສດ​ຂອງ​ອົງການ FBIກ່າວ​ວ່າ ນາຍ
Shukrijamah ອາດ​ໄດ່ທໍາການູ້​ຕິດ​ຕໍ່ເປັນ​ປະ​ຈໍາ​ກັບ​ນາຍOsama bin Laden ​ແລະ​ພວກ
ຜູ້​ນໍາ​ຂັ້ນ​ສູງ​ສຸດອື່ນໆ​ຂອງ​ເຄືອ​ຂ່າຍAl-Qaida ນັ້ນ. ທ່ານ LeBlanc ກ່າວ​ຕື່ມ​ວ່າ ນາຍ
Shukrijumah ໄດ້​ຖືກ​ກ່າວ​ຫາ​ວ່າ​ໃນ​ປີ​ນີ້​ວ່າ ​ເປັນ​ຜູ້​ສົມຮູ້​ຮ່ວມ​ຄິດ​ໃນ​ຄະດີ​ຂອງ​ພວກ​ຊາຍ 3 ຄົນ ທີ່​ຖືກ​ກ່າວ​ຫາ​ວ່າ ວາງ​ແຜນ​ໂຈມ​ຕີ​ລະບົບ​ລົດ​ໄຟ​ໃຕ້​ດິນ​ໃນ​ນະຄອນ​ນີວຢອກ​ ໃນ​ປີ 2009 ນັ້ນ ແລະ​ຖືກ​ສົງ​ໄສ​ວ່າ ຫລິ້ນ​ບົດບາດໃນ​ການວາງ​ແຜນ​ທີ່ອາດ​ເປັນ​ໄປ​ໄດ້​ໃນ​ການ​ໂຈມ​ຕີ​ ທີ່​ປະ​ເທດ Norway ແລະ​ອັງກິດ​.

XS
SM
MD
LG