ນັກແລ່ນໄວ ຊາວຈາໄມກາ ທ້າວ Usain Bolt ຍັງຄົງເປັນນັກແລ່ນໄວທີ່ສຸດ ໃນໂລກ ຕາມເດີມ.
ລາວໄດ້ຮັບໄຊຊະນະ ການແລ່ນໄລຍະ 100 ແມັດ ເພດຊາຍ ໃນວັນອາທິດວານນີ້ ສຳລັບການແຂ່ງຂັນໂອລິມປິກ ຄັ້ງທີສາມລຽນຕິດ ອັນເປັນສິ່ງທີ່ບໍ່ມີນັກແລ່ນຄົນໃດ ສາມາດເຮັດໄດ້ ໃນເມື່ອກ່ອນ.
ທ້າວ Bolt ໄດ້ເລີ້ມຕົ້ນການແລ່ນຢ່າງຊ້າໆ ແຕ່ໄດ້ພຸ່ງຂຶ້ນຜ່ານທ້າວ Justin Gatlin ຈາກສະຫະລັດ ໃນລະຍະປະມານຈຸດ 80 ແມັດ ໂດຍເອົາຊະນະ ດ້ວຍເວລາ 9.81 ວິນາທີ. ໄຊຊະນະດັ່ງກ່າວ ໄດ້ກໍ່ໃຫ້ເກີດສຽງເຊຍດັງຂຶ້ນ ຈາກຝູງຄົນຫຼວງຫຼາຍ ທີ່ກຳລັງຊົມ ການແຂ່ງຂັນ ໃນຈໍໂທລະພາບຢູ່ທີ່ນະຄອນຫຼວງ Kingston ຂອງ ຈາໄມການຢູ່ນັ້ນ. ທ້າວ Bolt ຍັງມີຄວາມຕ້ອງການ ທີ່ຢາກຈະປະສົບຜົນສຳເລັດຕື່ມອີກ ຢູ່ Rio Olympics ບ່ອນທີ່ລາວ ຍັງຈະພະຍາຍາມ ເອົາໄຊຊະນະ ໃນການແລ່ນ 200 ແມັດ ແລະ 100 ແມັດ ຜັດປ່ຽນ 4 ຄົນ ເປັນເທື່ອທີສາມ.
ທ້າວ Bolt ກ່າວວ່າ “ຄອຍຖ້າເບິ່ງ ຍັງເຫຼືອອີກສອງລາຍການ ບາງຄົນ ເວົ້າວ່າ ຂ້າ ພະເຈົ້າ ສາມາດ ສ້າງອະມະຕະໄດ້. ຍັງເຫຼືອອີກສອງຫລຽນ ແລະ ຂ້າພະເຈົ້າ ຈະ ສາມາດ ອອກໄປໄດ້. ໂດຍເປັນຜູ້ອະມະຕະ.”
ກ່ອນໜ້ານີ້ ເມື່ອຕອນແລງ ມັນເປັນຜຽນຂອງນັກແລ່ນໄວ ທ້າວ Wade van Niekerk ຂອງອາຟຣິກາໃຕ້ ທີ່ໄດ້ສ້າງປະຫວັດສາດ. ລາວໄດ້ຮັບໄຊຊະນະ ການແລ່ນ 400 ແມັດ ດ້ວຍການທຳລາຍ ສະຖິຕິໂລກ ໃນເວລາ 43.03 ວິນາທີ ໂດຍເອົາຊະນະເວລາຂອງ ທ້າວ Michael Johnson ຈາກອາເມຣິກາ ທີ່ໄດ້ຕັ້ງໄວ້ເມື່ອປີ 1999.
ທ້າວ Van Niekerk ເສຍປຽບດ້ວຍການແລ່ນ ຢູ່ໃນເລນຮອບນອກໄກສຸດ ໂດຍເລີ້ມຕົ້ນ ການແລ່ນທີ່ຢາຍກັນອອກໄປໃນແຕ່ລະເລນ ໝາຍຄວາມວ່າ ລາວບໍ່ສາມາດແນມເຫັນ ຄູ່ແຂ່ງຄົນອື່ນໆໄດ້ເລີຍ.
ລາວໄດ້ເວົ້າວ່າ “ຂ້າພະເຈົ້າ ໄດ້ແລ່ນໂດຍບໍ່ເຫັນໃຜຕະຫຼອດທາງ ຂ້າພະເຈົ້າຄິດວ່າ ຄົນໃດຄົນໜຶ່ງ ຈະນຳທັນຂ້າພະເຈົ້າ ມັນເກີດຫຍັງຂຶ້ນ ມັນເກີດຫຍັງຂຶ້ນ ແລະ ມັນກໍ ໄດ້ໃຫ້ກຳລັງໃຈໃຫ້ແລ່ນໄວຂຶ້ນເລື້ອຍໆ.”
ທ້າວ Van Niekerk ໄດ້ເອົາໄຊຊະນະ ທ້າວ Kirani James ຈາກ Grenada ດ້ວຍ ເວລາຫຼາຍກວ່າ 7 ສ່ວນຮ້ອຍຂອງວິນາທີ ຜູ້ທີ່ໄດ້ຮັບຫຼຽນເງິນ. ສ່ວນ ທ້າວ LaShawn Merritt ຈາກສະຫະລັດ ໄດ້ຊະນະຫຼຽນທອງແດງ.