ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກກິລາແລ່ນໄວ ຈາກຈາໄມກາ ຈະພິສູດຄວາມໄວ ຂອງລາວອີກ ໃນແລງວັນອັງຄານນີ້ (ສະໄລດ໌)


ນັກ​ກິລາ​ແລ່ນ​ໄວ​ຂອງຈາ​ໄມ​ການາຍ Usain Bolt ໄດ້ເຂົ້າຮ່ວມ​ການແຂ່ງຂັນກິລາໂອ​
ລິ​ມປິກ ປີ 2012 ທີ່​ກຸງລອນ​ດອນອີກ ​ໃນ​ວັນອັງຄານ ​ມື້ນີ້ ​ຄື​ເປັນ​ການ​ແຂ່ງຂັນແລ່ນ
200 ແມັດ ຮອບ​ທໍາ​ອິດ.

ນາຍ Bolt ​ໄດ້​ເຂົ້າໄປ​ໃນເດີ່ນ​ກິລາ​ໂອ​ລິ​ມປິກ ນຶ່ງ​ມື້​ຫລັງ​ຈາກ​ໄດ້​ຮັບ​ຫລຽນ​ຄໍາ ​ໃນ
ການ​ແລ່ນ 100 ​ແມັດ ​ໃນ​ວັນ​ອາທິດ​ແລ້ວ ໂດຍໄດ້​ຮັບສົມ​ຍານາມທີ່​ບໍ່​ເປັນ​ທາງ​ການ​
ວ່າ​ “ເປັນນັກ​ແລ່ນ​ໄວ​ທີ່​ສຸດ​ໃນ​ໂລກ.” ​ເປັນ​ທີ່ຄາດກັນ​ ອີກ​ຄັ້ງ​ນຶ່ງວ່າ ລາວຈະ​ໄດ້ຊະ
ນະນາຍ Yohan Blake ຊຶ່ງ​ເປັນ​ເພື່ອນ​ຮ່ວມ​ທີ​ມ ​ເປັນ​ຄູ່​ຝຶກ ​ແລະ​ກໍ​ເປັນ​ຄູ່ແຂ່ງອີກ
​ດ້ວຍ​. ນາຍ Blake ​ໄດ້ຊະນະ​ຫລຽນ​ເງິນ​ຈາກ​ການ​ແລ່ນ 100 ​ແມັດ​ໃນ​ວັນ​ອາທິດ
ຜ່ານ​ມາ.

ການ​ແຂ່ງຂັນ​ແລ່ນ 200 ​ແມັດ​ຮອບ​ຊິງຫຼຽນໄດ້​ກໍານົດໃສ່ຕອນ​ຄໍ່າ​ຂອງວັນ​ພະຫັດ
ທີ່​ຈະ​ມາ​ເຖິງ​ນີ້.

ໃນການ​ແຂ່ງຂັນ​ແລ່ນ​ແລະ​ລານ ​ເຊັ່ນ​ດຽວ​ກັນ​ນັ້ນ ນັກ​ກິລາ​ຈີນ Liu Xiang ກໍາລັງ​
ແນໃສ່​ການເອົາຊະນະ ຜູ້​ປ້ອງ​ກັນ​ຕຳ​ແໜ່​ງ​ແຊມ​ປ້ຽນ​ໃນ​ການ​ແລ່ນ​ໂດດ ຂ້າມ​ຮົ້ວ
ໄລຍະ 110 ​ແມັດຊາວ​ຄິວ​ບາ ນາຍ Drayton Robles ​ແລະ​ຈະ​ກູ້​ຊື່​ສຽງຄືນ ​
ໃນຄວາມ​ຜິດ​ຫວັງ​ຈາ​ກການຖ​ອນຕົວ​ໃນການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ ​ປີ 2008 ທີ່​
ກຸງ​ປັກ​ກິ່ງ ​ເພາະ​ໄດ້​ຮັບ​ບາດ​ເຈັບນັ້ນ.

ມີ​ການ​ຄາດ​ຄະ​ເນ​ກັນ​ວ່າ ນັກ​ກິລາອອສ​ເຕ​ເລຍ ນາງ Sally Pearson ຈະໄດ້​ຊະນະ
ຫລຽນ​ຄໍາ ​ໃນ​ການ​ແລ່ນໂດດ​ຂ້າມຮົ້ວ ຜູ້ຍິງ 100 ​ແມັດ ຈາກ​ຂູ່​ແຂ່ງທີ່​ເປັນ​ຄົນອາ​ເມຣິ
ກັນນາງ Dawn Harper ຊຶ່ງ​ເປັນ​ຜູ້​ປ້ອງ​ກັນ​ຕໍາ​ແໜ່​ງ​ແຊັມ​ປ້ຽນ​ ໂອ​ລິ​ມປິກ ​ແລະນາງ
Lolo Jones.

ປະ​ເທດ​ທີ່​ໄດ້​ຫຼຽນຫຼາຍທີ່​ສຸດ ມາ​ຮອດ​ເວລາ​ທີ່​ອ່ານ​ຂ່າວ​ຢູ່​ນີ້ ​ກໍ​ໄດ້​ແກ່​ຈີນທີ່​ໄດ້​ຮັບ​ທັງ
​ໝົດ 64 ຫຼຽນ ສະຫະລັດ 62 ຫຼຽນ ອັງກິດ 40 ຫຼຽນ ຝຣັ່ງ ​26 ຫຼຽນ ເກົາຫຼີ​ໃຕ້
22 ຫຼຽນ.

Loading...

See complete list at olympic.org

XS
SM
MD
LG