ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ USAID ມອບປຶ້ມຄູ່ມື ແລະວີດີໂອ ວິທີການຍ້ອມສີ ທຳມະຊາດ ໃຫ້ແກ່ ກະຊວງ ອຸດສາຫະກຳ ແລະການຄ້າ


ທ່ານ ດຣ. ອາເລັກຊານເດຍ ຮູເອຕ້າ ຜູ້ອຳນວຍການອົງການ ພັດທະນາສາກົນ ອາເມຣິກາ ປະຈຳລາວ ມອບປຶ້ມຄູ່ມື ໃຫ້ແກ່ ທ່ານນາງ ບານສະຕິ ເທບພະວົງ ຫົວໜ້າຮ້ອງການ ກະຊວງອຸດສາຫະກຳ ແລະການຄ້າ ຂອງ ສປປ ລາວມ.
ທ່ານ ດຣ. ອາເລັກຊານເດຍ ຮູເອຕ້າ ຜູ້ອຳນວຍການອົງການ ພັດທະນາສາກົນ ອາເມຣິກາ ປະຈຳລາວ ມອບປຶ້ມຄູ່ມື ໃຫ້ແກ່ ທ່ານນາງ ບານສະຕິ ເທບພະວົງ ຫົວໜ້າຮ້ອງການ ກະຊວງອຸດສາຫະກຳ ແລະການຄ້າ ຂອງ ສປປ ລາວມ.

ອົງການພັດທະນາສາກົນ ອາເມຣິກາ ຫຼື USAID ມອບປຶ້ມຄູ່ມື ການຍ້ອມສີທຳມະຊາດ
ໃຫ້ແກ່ກະຊວງອຸດສາຫະກຳ ແລະການຄ້າ ໃນພິ​ທີມອບຮັບ ຄັ້ງວັນທີ 11 ທັນວາ 2018.
ພິ​ທີມອບຮັບ​ດັ່ງ​ກ່າວ ໄດ້ຖືກຈັດຂຶ້ນ ທີ່ໂຮງແຮມສາລານາ ບູທີກ ເຊິ່ງເປັນກຽດເປີດ
ກອງປະຊຸມ ໂດຍ ທ່ານ ດຣ. ອາເລັກຊານເດຍ ຮູເອຕ້າ ຜູ້ອຳນວຍການອົງການ
USAID ປະຈຳລາວ ແລະທ່ານນາງ ບານສະຕິ ເທບພະວົງ, ຫົວໜ້າຫ້ອງການ ກະຊວງ
ອຸດສາຫະກຳແລະການຄ້າ ພ້ອມກັບບັນດາ ພະນັກງານລັດ, ຜູ້ປະກອບການ ແລະ
ຜູ້ຕາງໜ້າຈາກບັນດາບໍລິສັດເອກະຊົນ ຫຼາຍກ່ວາ 20 ທ່ານ.

ພິທີມອບຮັບ ປຶ້ມຄູ່ມື ແລະວີດີໂອ ວິທີສອນ ການຍ້ອມສີທຳມະຊາດ ໃຫ້ແກ່ ບັນດາແຂກ ທີ່ເຂົ້າຮ່ວມໃນງານ ໂດຍມີ ບັນດາ ພະນັກງານລັດ, ຜູ້ປະກອບການ ແລະ ຜູ້ຕາງໜ້າຈາກບັນດາບໍລິສັດເອກະຊົນ ຫຼາຍກ່ວາ 20 ທ່ານ, ເມື່ອວັນທີ 11 ທັນວາ 2018.
ພິທີມອບຮັບ ປຶ້ມຄູ່ມື ແລະວີດີໂອ ວິທີສອນ ການຍ້ອມສີທຳມະຊາດ ໃຫ້ແກ່ ບັນດາແຂກ ທີ່ເຂົ້າຮ່ວມໃນງານ ໂດຍມີ ບັນດາ ພະນັກງານລັດ, ຜູ້ປະກອບການ ແລະ ຜູ້ຕາງໜ້າຈາກບັນດາບໍລິສັດເອກະຊົນ ຫຼາຍກ່ວາ 20 ທ່ານ, ເມື່ອວັນທີ 11 ທັນວາ 2018.

ທ່ານ ດຣ. ຮູເອຕ້າ ກ່າວວ່າ ປຶ້ມຄູ່ມື ແລະ ວິດີໂອນີ້ ຈະເປັນຄູ່ມືທີ່ມີປະໂຫຍດ ໃຫ້ແກ່
ບັນດາຜູ້ປະກອບການທົ່ວ ສປປ ລາວ ແລະການຝຶກອົບຮົມ ຫຼື ການສໍາມະນາໃນ
ອະນາຄົດ. ການພັດທະນາ ທັກສະການຍ້ອມສີທຳມະຊາດນີ້ ຈະຊ່ວຍ ໃຫ້ພວກເຂົາ
ເຈົ້າ ເພີ່ມລາຍຮັບ ໃຫ້ແກ່ຄອບຄົວ, ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ປະກອບ
ສ່ວນເຂົ້າໃນການພັດທະນາ ເສດຖະກິດ ຂອງ ສປປ ລາວ.

ໃນເດືອນມິຖຸນາ, ໂຄງການຮ່ວມມື ລາວ-ສະຫະລັດອາເມຣິກາ ເພື່ອການເຊື່ອມໂຍງ
ສາກົນ ແລະ ອາຊຽນ ຫຼື USAID LUNA II ໄດ້ຈັດງານຝຶກອົບຮົມ ກ່ຽວກັບການຍ້ອມ
ສີຜ້າໄໝ ແບບທຳມະຊາດ ໃຫ້ແກ່ບັນດານັກປະກອບການເພດຍິງ ທີ່ແຂວງຊຽງຂວາງ
ແລະແຂວງຫົວພັນ. ເຊີ່ງງານຝືກອົບຮົມ ໄດ້ຮັບການເຂົ້າຮ່ວມ ໂດຍບັນດານັກປະ
ກອບການ ຫຼາຍກ່ວາ 50 ທ່ານ ເຊິ່ງຈັດເປັນເວລາ 10 ວັນ ທີ່ແຂວງຊຽງຂວາງ ແລະ
10 ວັນ ທີ່ແຂວງຫົວພັນ. ການຍ້ອມສີທຳມະຊາດ ແມ່ນຊ່ວຍຫຼຸດລາຄາ ໃນການຜະລິດ
ສ້າງມູນຄ່າເພີ່ມໃຫ້ແກ່ສິນຄ້າ ຊ່ວຍເພີ່ມ ຄວາມອາດສາມາດ ໃນການແຂ່ງຂັນ ໃນທ້ອງ
ຕະຫຼາດ ແລະເຮັດໃຫ້ສິນຄ້າ ຂອງພວກເຂົາເຈົ້າ ມີມູນຄ່າສູງຂຶ້ນ.

ປຶ້ມຄູ່ມື ໄດ້ຮວບຮວມເອົາບົດຮຽນຈາກການຝຶກອົບຮົມໃນເດືອນມິຖຸນາທີ່ຜ່ານມາ ແລະ
ຍັງໄດ້ປະກອບ​ດ້ວຍວິດີໂອ ສາທິດການກະກຽມ ແລະນຳໃຊ້ສີທຳມະຊາດ. ປຶ້ມຄູ່ມື
ແລະວິີດີໂອ ຈະມີປະໂຫຍດ ແກ່ຜູ້ເຂົ້າຮ່ວມຝຶກອົບຮົມ ທີ່ຢາກທວນຄືນ ບົດຮຽນ ແລະ
ບັນດານັກປະກອບການ ໃນວຽກງານຂົງເຂດນີ້ ທີ່ກຳລັງຊອກຫາວິທີ ເພື່ອພັດທະນາ
ສີມື, ທັກສະ ແລະ ຂະຫຍາຍທຸລະກິດ ຂອງພວກເຂົາເຈົ້າ. ນອກຈາກນີ້ ຜູ້ທີ່ສົນໃຈ
ຍັງສາມາດດາວໂຫຼດ ວິດີໂອ ແລະ ປຶ້ມອີເລັກໂທນິກໄດ້ ທີ່ເວັບໄຊ ຂອງກະຊວງ
ອີກດ້ວຍ.

ໃນງານຍັງໄດ້ມີ ຜູ້ຕາງໜ້າທີ່ເຂົ້າຮ່ວມການຝຶກອົບຮົມ ຈາກແຂວງຊຽງຂວາງ ແລະ
ແຂວງຫົວພັນ.

ເຈົ້າຂອງທຸລະກິດ ຕ່ຳຜ້າໄໝ ຂອງລາວ ຜູ້ນຶ່ງ ກຳລັງສາທິດໃຫ້ເຫັນ ວິທີການເຂັນໄໝຂອງລາວ
ເຈົ້າຂອງທຸລະກິດ ຕ່ຳຜ້າໄໝ ຂອງລາວ ຜູ້ນຶ່ງ ກຳລັງສາທິດໃຫ້ເຫັນ ວິທີການເຂັນໄໝຂອງລາວ

ທ່ານນາງເພັງ ນັກປະກອບການຈາກບ້ານຜາໄຊ ເມືອງຊຳເໜືອ ແຂວງຫົວພັນ ກ່າວວ່າ
ໃນອະດີດ ຂ້າພະເຈົ້າໃຊ້ແຕ່ສີເຄມີ ຫຼັງຈາກໄດ້ຮັບການຝຶກອົບຮົມແລ້ວ ຂ້າພະເຈົ້າໄດ້
ຮຽນຮູ້ວິທີການຍ້ອມສີແບບທຳມະຊາດ ແລະທັກສະໃໝ່. ປັດຈຸບັນ ຂ້າພະເຈົ້າ ມີຫຼາຍ
ທາງເລືອກ ແລະ ສາມາດຜະລິດໄດ້ຫຼາຍຂຶ້ນ.

ການສ້າງປຶ້ມ ແລະວິດີໂອ ແມ່ນໄດ້ຮັບທຶນຈາກລັດຖະບານ ສະ​ຫະ​ລັດໂດຍຜ່ານ
ໂຄງການລູນ້າ 2 ຂອງອົງການ USAID. ໂຄງການ ລູນ້າ 2 ແມ່ນເພື່ອຊ່ວຍ ສປປ ລາວ
ເຊື່ອມໂຍງເຂົ້າໃນຕະຫຼາດໂລກ ໂດຍສະໜັບສະໜຸນລັດຖະບານ ສປປ ລາວ ໃນ
ການສ້າງ ແລະຈັດຕັ້ງປະຕິບັດ ບັນດານະໂຍບາຍ ແລະ ລະບຽບການ ໃຫ້ມີຄວາມໂປ່ງ
ໃສ ແລະ ມີປະສິດທິພາບ.

XS
SM
MD
LG