ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ອົງການຂ່າວສານໂລກຂອງ ສຫລ ແຕ່ງຕັ້ງນັກຂ່າວ ທີ່ມີປະສົບການດົນນານ ເປັນຜູ້ຮັກສາການ ອໍານວຍການຂອງ ວີໂອເອ


ທ່ານເອເລສ ບີເບີຣາຊ (Elez Biberaj), ຜູ້ຮັກສາການ ອໍານວຍການຂອງວີໂອເອ.
ທ່ານເອເລສ ບີເບີຣາຊ (Elez Biberaj), ຜູ້ຮັກສາການ ອໍານວຍການຂອງວີໂອເອ.

ອົງການຂ່າວສານໂລກຂອງສະຫະລັດ ຫລື USAGM ໄດ້ແຕ່ງຕັ້ງທ່ານເອເລສບີເບີຣາຊ (Elez Biberaj), ທີ່ເປັນນັກຂ່າວຂອງສຽງອາເມຣິກາ ຫລື ວີໂອເອ ມາເປັນເວລາດົນນານແລ້ວນັ້ນ ໃຫ້ເປັນຜູ້ຮັກສາການອໍານວຍການຂອງອົງການດັ່ງກ່າວ.

ການແຕ່ງຕັ້ງທ່ານ ບີເບີຣາຊ (Biberaj) ໄດ້ຖືກປະກາດໃຫ້ພະນັກງານຮູ້ຜ່ານ ທາງອີເມລ ທີ່ສົ່ງຫາພະນັກງານໃນວັນອັງຄານວານນີ້ ໂດຍທ່ານໄມໂຄ ແພັກ, ຫົວໜ້າບໍລິຫານຂອງ USAGM ທີ່ຫາກໍ່ເຂົ້າຮັບຕໍາແໜ່ງເມື່ອມໍ່ໆມານີ້ ຜູ້ຊຶ່ງໄດ້ ແຕ່ງຕັ້ງຜູ້ຮັກສາການຫົວໜ້າ ຂອງອົງການຂ່າວໃຫຍ່ໆອັນອື່ນອີກ ໃນເຄືອຂ່າຍ ອົງການຂ່າວສານ ທີ່ໄດ້ຮັບເງິນທຶນຈາກລັດຖະບານສະຫະລັດແຫ່ງນີ້ເຊັ່ນກັນ.

ທ່ານ ບີເບີຣາຊ ໄດ້ເປັນຫົວໜ້າພະແນກຢູໂຣບ-ເອເຊຍ ນັບແຕ່ປີ 2006 ເປັນ ຕົ້ນມາ. ໃນຕໍາແໜ່ງນັ້ນ, ທ່ານຮັບຜິດຊອບເຮັດລາຍການຂ່າວ ສໍາລັບບັນດາຜູ້ ຟັງຢູ່ໃນຣັດເຊຍ, ຢູເຄຣນ, ອາເມເນຍ, ຈໍເຈຍແລະບັນດາປະເທດໃນເຂດແຫຼມ ບາລການ. ທ່ານຍັງໄດ້ກໍາຕໍາແໜ່ງເປັນຫົວໜ້າພະແນກ ພາສາອາລບາເນຍອີກ ດ້ວຍ.

ຢູ່ໃນອີເມລທີ່ສົ່ງຫາພະນັກງານນັ້ນ ທ່ານ ບີເບີຣາຊ ໄດ້ເລົ່າກ່ຽວກັບວ່າ ທັດສະ ນະຄະຕິຂອງທ່ານໄດ້ຮັບຜົນສະທ້ອນຈາກປະຫວັດສ່ວນຕົວຂອງເພິ່ນໃນນາມທີ່ ເປັນອົບພະຍົບ, ເປັນຄົນເຂົ້າເມືອງຂອງອາເມຣິກາ ຜູ້ນຶ່ງຄືແນວໃດ, ແລະກ່ຽວ ກັບອາຊີບເປັນນັກຂ່າວຂອງເພິ່ນຢູ່ໃນວີໂອເອມາໄດ້ເກືອບ 40 ປີແລ້ວນັ້ນ.

ທ່ານຂຽນວ່າ “ພາລະກິດຂອງພວກເຮົາແມ່ນມີຄວາມສໍາຄັນຫລາຍກວ່າເວລາໃດ ໝົດ ແລະວີໂອເອ ແມ່ນຢູ່ໃນຖານະພິເສດ ທີ່ຈະເລົ່າເລື້ອງທີ່ໜ້າສົນໃຈຂອງອາ ເມຣິກາ, ບອກເຖິງທັດສະນະຄະຕິຂອງສະຫະລັດ ແລະເຮັດໃຫ້ເປັນແບບຢ່າງ ຂອງເສລີພາບ ໃນດ້ານຂ່າວສານ.”

ທ່ານບີເບຣາຊ ທີ່ໄດ້ຮັບປະລິນຍາເອກ ໃນດ້ານລັດຖະສາດຈາກມະຫາວິທະຍາ ໄລໂຄລອມເບຍນັ້ນ ຂຶ້ນມາຮັບຜິດຊອບວີໂອເອໃນຊ່ວງເວລາທີ່ໄດ້ຮັບການຈ້ອງ ມອງຕິດຕາມສູງຈາກມວນຊົນ ຕໍ່ຄວາມເປັນອິດສະຫລະທາງດ້ານບັນນາທິການ ຂອງອົງການອອກອາກາດ ທີ່ໄດ້ຮັບທຶນຈາກລັດຖະບານສະຫະລັດ ແຫ່ງນີ້.

ທ່ານນາງອາແມນດາ ເບນເນັດ, ຜູ້ທີ່ຮັບຕໍາແໜ່ງດັ່ງກ່າວ ກ່ອນໜ້າທ່ານບີເບີ ຣາຊ ຢູ່ວີໂອເອ ແລະຜູ້ຮອງຂອງທ່ານນາງ, ຄືທ່ານນາງແຊນດີ ຊູກາວາຣຣາ ນັ້ນ ໄດ້ລາອອກ ໃນເວລາບໍ່ພໍເທົ່າໃດມື້ກ່ອນທີ່ທ່ານແພັກຈະປົດຕໍາແໜ່ງຂອງ ຫົວໜ້າຂອງອົງການຖະແຫລງຂ່າວ ຢູ່ໃນເຄືອຂ່າຍຂອງ USAGM ທີ່ໄດ້ຮັບ ທຶນຈາກລັດຖະບານສະຫະລັດ ໃນເດືອນແລ້ວນີ້.

ຢູ່ໃນໜັງສືທີ່ທ່ານບີເບີເຣສົ່ງຫາພະນັກງານນັ້ນ ທ່ານຂຽນວ່າ “ກົດບັດຂອງວີໂອ ເອ ໄດ້ສະໜອງໄວ້ໃຫ້ລາຍງານຂ່າວທີ່ເປັນອິດສະຫລະ. ຂ້າພະເຈົ້າຈະດໍາເນີນ ທຸກຄວາມພະຍາຍາມ ເພື່ອຮັບປະກັນຈຸດຢືນຂອງກົດບັດຂອງພວກເຮົາ, ໂດຍ ປາດສະຈາກການແຊກແຊງ ຫລື ກ້າວກ່າຍທາງການເມືອງໃດໆດັ່ງທີ່ຜູ້ຟັງຂອງ ພວກເຮົາໄດ້ຄາດຫວັງໄວ້.”

ທ່ານແພັກໄດ້ປະກາດຕໍາແໜ່ງນໍາພາຕ່າງໆໃຫ້ພະນັກງານຮູ້ໃນຕອນເຊົ້າວັນອັງ ຄານວານນີ້ ແລະກໍໄດ້ກ່າວຂອບໃຈຕໍ່ຫົວໜ້າໄລຍະຂ້າມຜ່ານຂອງອົງການຂ່າວ ໃນເຄືອຂ່າຍຂອງ USAGM ຫ້າທ່ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG