ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ບໍລິຫານໃຫຍ່ ອົງການ USAGM ອະທິບາຍຄວາມພະຍາຍາມ ເພື່ອຕອບໂຕ້ການໂຄສະນາຊວນເຊື່ອ ຂອງ ຣັດເຊຍ ແລະ ຈີນ


ທ່ານນາງ ອາແມນດາ ເບັນເນັດ, ອະດີດຜູ້ອຳນວຍການວິທະຍຸ ສຽງອາເມຣິກາ, ແມ່ນຫົວໜ້າຂອງອົງການສື່ສວນຊົນໂລກ ສະຫະລັດ.
ທ່ານນາງ ອາແມນດາ ເບັນເນັດ, ອະດີດຜູ້ອຳນວຍການວິທະຍຸ ສຽງອາເມຣິກາ, ແມ່ນຫົວໜ້າຂອງອົງການສື່ສວນຊົນໂລກ ສະຫະລັດ.

ຜູ້ບໍລິຫານໃຫຍ່່ອົງການສື່ມວນຊົນໂລກ ສະຫະລັດ (USAGM) ທ່ານນາງ ອາແມນດາ ເບັນເນັດ ໄດ້ກ່າວໃນວັນພະຫັດວານນີ້ວ່າ ອົງການທີ່ທ່ານນາງ ເປັນຜູ້ນຳພານັ້ນ ແມ່ນກຳລັງປະເຊີນກັບຊ່ວງເວລາທີ່ສຳຄັນໃນທົ່ວໂລກ ເຊິ່ງ ການເຂົ້າຫາຂ່າວທີ່ໜ້າເຊື່ອຖືໄດ້ ແມ່ນຖືກຂົ່ມຂູ່ ໂດຍລະບອບການປົກຄອງຜະເດັດ ການຕ່າງໆ.

ໃນລະຫວ່າງການໃຫ້ການຕໍ່ຄະນະກຳມະການການຈັດສັນງົບ​ປະ​ມານສະພາຕໍ່ານັ້ນ, ທ່ານນາງ ເບັນເນັດ ໄດ້ກ່າວຕໍ່ບັນດາສະມາຊິກສະພາວ່າ ເຄືອຂ່າຍຂ່າວ USAGM ແມ່ນໄດ້ຮັບຜົນດີກວ່າການປະຕິບັດການສື່ມວນຊົນ ຣັດເຊຍ ແລະ ຈີນ ທີ່ມີທຶນຫຼາຍກວ່າໃນຫຼາຍຕະຫຼາດທີ່ສຳຄັນໃນທົ່ວໂລກ ຍ້ອນການຂ່າວ ທີ່ອິດສະຫຼະຂອງເຂົາເຈົ້າ.

ທ່ານນາງ ເບັນເນັດ ໄດ້ກ່າວວ່າ “ຖ້າພວກເຮົາພາດໂອກາດທີ່ຈະແນເປົ້າການ ລົງທຶນເພື່ອຕໍ່​ຕ້ານການໂຈມຕີທີ່ ຣັດເຊຍ ແລະ ຈີນ ກຳລັງເຮັດນັ້ນ, ພວກເຮົາຈະມີຄວາມສ່ຽງທີ່ຈະສູນເສຍສົງຄາມ ຂໍ້ມູນໃນທົ່ວໂລກ.”

ທ່ານນາງ ເບັນເນັດ ໄດ້ເວົ້າ ກ່ຽວກັບ ຄວາມພະຍາຍາມເພື່ອປັບປຸງມາດຕະ ຖານການຂ່າວຢູ່ຫ້ອງການກະຈາຍສຽງ ຄິວບາ, ໂດຍໄດ້ອະທິບາຍເຖິງການໃຊ້ ດາວທຽມ ແລະ ເທັກໂນໂລຈີການຫຼີກລ່ຽງເພື່ອເຂົ້າຫາຜູ້ຟັງໃນສະຖານທີ່ຕ່າງໆ ຄື ຈີນ ແລະ ອີຣ່ານ ຂອງເຄືອຂ່າຍຂ່າວ USAGM ນັ້ນ, ແລະ ທ່ານນາງໄດ້ອະທິບາຍການເຂົ້າເຖິງ ແລະຜົນກະທົບທີ່ເຄືອຂ່າຍ USAGM ມີໃນການຕອບໂຕ້ຄວາມພະຍາຍາມຂອງ ຣັດເຊຍ ເພື່ອກີດກັ້ນການເຂົ້າຫາ ຂ່າວທີ່ໜ້າເຊື່ອຖືໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG