ນັກສະກີຊາວອາເມຣິກັນ ນາງ Mikaela Shiffrin ໄດ້ຊະນະຫຼຽນຄຳ ໃນການແຂ່ງຂັນ
slalom ຂອງພວກແມ່ຍິງ ໃນວັນພະຫັດມື້ນີ້ ໃນການແຂ່ງຂັນກິລາໂອລິມປິກພຽງຈາງ
ເກົາຫຼີໃຕ້.
ນາງ Shiffrin ໄດ້ຊະນະນັກແລ່ນສະກີ Ragnhild Mowinckel ຈາກ Norway
ປະມານເກືອບສ້ຽວ 4 ສ່ວນ ສິບ ຂອງວິນາທີ ໃນຮອບສຸດທ້າຍທີ່ຂະນະຫຼຽນຄຳໂອລິມ
ປິກ ຕິດຕາມເບິ່ງນາງມາຕັ້ງແຕ່ໃນການແຂ່ງຂັນ slalom ຂອງການແຂງຂັນໂອລິມປິກ
ໃນ Sochi ປີ 2014. ນາງ Federica Brignone ຈາກອີຕາລີ ໄດ້ຊະນະເປັນທີ 3
ໄດ້ຮັບຫຼຽນທອງແດງ.
ການໃນການແຂ່ງຂັນ slalom ອັນຍິ່ງໃຫຍ່ຂອງພວກແມ່ຍິງ ໃນວັນພະຫັດມື້ນີ້ ແມ່ນໄດ້
ຊັກຊ້າລົງ ຫຼັງຈາກທີ່ມີລົມແຮງ ແລະອາກາດທີ່ໜາວເຢັນໂພດ ບັງຄັບໃຫ້ເຈົ້າໜ້າທີ່
ເລື່ອນການແຂ່ງຂັນອອກໄປ ໃສ່ຕົ້ນສັບປະດານີ້.
ໃນບ່ອນອື່ນໆຂອງການແຂ່ງຂັນຂອງພູຫິມະ ທ້າວ Aksel Lund Svindal ຈາກປະເທດ Norway ໄດ້ສ້າງປະຫວັດສາດ 2 ຄັ້ງ ທີ່ຊະນະຫຼຽນຄຳ ຂອງການແຂ່ງຂັນປະເພດຊາຍ
ລົງພູ ຫຼື downhill ໄວ 35 ປີ ຊຶ່ງລາວເປັນຜູ້ທີ່ອາຍຸສູງທີ່ສຸດ ໃນການແຂ່ງຂັນສະກີ ແບບ
Alpine ໃນຮອບປະຫວັດສາດຂອງກິລາລະດູຫນາວ ລາວແມ່ນຊາວ Norway ຜູ້ທຳອິດ
ທີ່ຊະນະສະກີ downhill. ທ້າວ Compatriot Kjetil Jensrud ໄດ້ຊະນະ ຫຼຽນເງິນ
ໃນຂະນະທີ່ ທ້າວ Beat Feuz ຈາກ Swiss ໄດ້ຊະນະເປັນທີ 3.
ກິລາສະກີຂ້າມປະເທດ ນາງ ແຣັກຮາຍ ຮາກາ ໄດ້ຊະນະຫຼຽນຄຳ ປະເພດໄກ 10,000 ກມ ຕິດຕາມມາ ໂດຍນາງ ຊາລັອດ ເຄລາ ຈາກ ຊວີເດັນ ທີ່ໄດ້ຮັບຫຼຽນເງິນ.