ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສານ​ສູງ​ສຸດ ສຫລ ສັ່ງ​ໃຫ້ໂຈະ ​ການ​​ສອບ​ຖາມ ຊົ່ວ​ຄາວ ​ຕໍ່ທ່ານ​ຣອສ ກ່ຽວ​ກັບ ​ການ​ຟ​້ອງ​ຮ້ອງ


ລັດ​ຖະ​ມົນ​ຕີ​ການ​ຄ້າ ທ່ານ​ວິ​ລເບີ​ ຣອ​ສ ກຳ​ລັງ​ຂຶ້ນ​ເຮືອ​ບິນ​​ປະ​ຈຳຕຳ​ແໜ່ງ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ແອ​ຟອກ​ສ໌ ວັນ ​ເດີນ​ທາງຈາກ ວໍ​ຊິງ​ຕັນ ​ໄປ​ລັດ​ໄອ​ໂອ​ວາ ວັນ​ທີ 26 ກໍ​ລະ​ກົດ 2018.
ລັດ​ຖະ​ມົນ​ຕີ​ການ​ຄ້າ ທ່ານ​ວິ​ລເບີ​ ຣອ​ສ ກຳ​ລັງ​ຂຶ້ນ​ເຮືອ​ບິນ​​ປະ​ຈຳຕຳ​ແໜ່ງ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ແອ​ຟອກ​ສ໌ ວັນ ​ເດີນ​ທາງຈາກ ວໍ​ຊິງ​ຕັນ ​ໄປ​ລັດ​ໄອ​ໂອ​ວາ ວັນ​ທີ 26 ກໍ​ລະ​ກົດ 2018.

ສານ​ສູງ​ສຸດດ​ສະ​ຫະ​ລັດໃນ​ຕອນ​ແລງ​ວັນ​ອັງສານ​ສູງ​ສຸ​ຄ​ານວານ​ນີ້ໄດ້​ໂຈະ​ເປັນ​ການ​
ຊົ່ວ​ຄາວ ​ຕໍ່​ຄຳ​ສັ່ງ​ທີ່ບັງ​ຄັບ​ໃຫ້​ລັດ​ຖະ​ມົນ​ຕີ​ການ​ຄ້າ ທ່ານ​ວິ​ລເບີ​ ຣອ​ສ ​ໄປ​ສອບ​ຖາມໃນ​
ອາ​ທິດ​ນີ້ ​ໂດຍ​ບັນ​ດາ​ທະ​ນາຍ​ຄວາມ​ ຂອງລັດຕ່າງໆ ທີ່​ຟ້ອ​ງ​ຮ້ອງ​ກ່ຽວ​ກັບ​ການ​ຕັດສິນ
​ໃຈ​ຂອງ​ທ່ານ ທີ່​ຈະຖາມ​ບັນ​ດາ​ຜູ້​ຕອບ ​ໃນ​ການ​ສຳ​ຫລວດ​ປະ​ຊາ​ກອນ ​ປີ 2020 ນັ້ນ​
ວ່າ ​ເຂົາ​ເຈົ້​າ​ເປັນ​ພົນ​ລະ​ເມືອງ​ຫຼື​ບໍ່ ອີງ​ຕາມ​ລາຍ​ງານ ອົງ​ການຂ່າວ​ຣອຍ​ເຕີ້.

ຢູ່​ໃນ​ຄຳ​ສັ່ງ​ສັ້ນໆ​ ທີ່​ນຳອອກ​ເຜີຍ​ແຜ່​ໃນ​ຕອນ​ແລງວັນ​ອັງ​ຄານ​ວານ​ນີ້ ຜູ້​ພິ​ພາກ​ສາ ​ຣູ​ທ
ເບ​ເດີ ກິນ​ສ​ເບີ​ຣກ໌ ໄດ້​ໂຈະ ການ​ໄປ​ໃຫ້​ການ​ຂອງ​ທ່ານ​ຣອ​ສ ແລະ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​
ກະ​ຊວງ​ຍຸ​ຕິ​ທຳ​ຄົນ​ນຶ່ງ ທ່ານ​ຈອນ ກໍ​ ​ໄວ້​ກ່ອນ ​ໃນ​ຂະ​ນະ​ທີ່​ສານ​ສູງ​ສຸດ​ພິ​ຈາ​ລະ​ນາ ຄຳ
​ຮ້ອງ​ຂໍ​ຂອງ​ລັດ​ຖະ​ບານ ເພື່ອ​ປົກ​ປ້ອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຈາກ​ການ​ສອບ​ຖາມ​ດັ່ງ​ກ່າວ.

ສານ​ອຸ​ທອນ​ລັດ​ຖະ​ບານ​ກາງ​ຢູ່​ນະ​ຄອນ​ນິວຢອກ ໄດ້​ປະ​ຕິ​ເສດຕໍ່ການ​ພະ​ຍາ​ຍາມຂອງ
​ລັດ​ຖະ​ບານ ທີ່​ຈະ​ຢຸດ​ການໄປໃຫ້​ການ ​ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານ​. ການ​ໃຫ້​ການ​ຂອງ​
ທ່ານ​ກໍ​ ​ມີ​ກຳ​ນົດ​ໃນ​ວັນ​ພຸດຕອນ​ເຊົ້າມື້​ນີ້ ໃນ​ຂະ​ນ​ະ​ທີ່​ທ່ານ ຈະ​ໄດ້​ຖືກ​ສອບ​ຖາ​ມ​ໃນ
ວັນ​ພະ​ຫັດ​ມື້​ອຶ່ນ​ນີ້.

ການ​ໂຕ້​ແຍ້ງນີ້​ຈະ​ທົດ​ສອບ​ເບິ່ງ​ທັດ​ສະ​ນະ​ຄວາມ​ເຫັນຂອງ​ສານ​ສູງ​ສຸດ​ຕໍ່​ພວກ​ຜູ້​ພິ
ພາກ​ສາ​ ທີ່​ຈະ​ໃຫ້​ການ​ເຄົາ​ລົບ ​ຕໍ່​ສະ​ມາ​ຊິກໃນ​ຄະ​ນະ​ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ
​ບໍ​ດີ ແລະ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ. ມັນ​ເກີດ​ຂຶ້ນ​ໃນ​ຂະ​ນະ​ທີ່ມີການ​ແຕ່ງ​ຕັ້ງຜູ້​ພິ ພາກ​
ສາສານ​ສູງ​ສຸດ ຂອງ​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ​ ທ​ຣຳ ຄື ທ່ານ​ແບ​ຣັດ ຄາ​ແວ​ນໍ ໄດ້​ຮັບ​ຟັງ
​ການ​ໂຕ້​ຖຽງ​ເທື່ອ​ທຳ​ອິດ​ຂອງ​ທ່ານ​ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານ​ວານ​ນີ້.

ລັດ​ຖະ​ບານ​ທ່ານ​ທ​ຣຳ​ໄດ້ທ້າ​ທາຍ​ຢ່າງ​ແຮງ​ຕໍ່​ການ​ຕັດ​ສິນໃນ​ວັນ​ທີ 21 ກັນ​ຍາ​ທີ່​ຜ່ານ
​ມາ​ ໂດຍ​ໄອ​ຍະ​ການ​ປະ​ຈຳ​ເຂດ​ສະ​ຫະ​ລັດ ທ່ານ​ແຈັດ​ຊີ ເຟີ​ແມນ ຢູ່ເຂດ ແມນ​ຮັດ​ຕັນ
ທີ່​ໄດ້​ສັ່ງ​ໃຫ້​ທ່ານ​ຣອ​ສ ຜູ້​ທີ່​ກະ​ຊວງ​ຂອງ​ທ່ານ ​ໄດ້​ເບິ່ງ​ແຍງ​ ຫ້ອ​ງ​ການ​ສຳ​ຫລ​ວດປະ​
ຊາ​ກອນ ໄປໃຫ້​ການ ເພາະ​ວ່າ​ທ່ານ “ມີ​ຄວາມ​ຕັ້ງ​ໃຈ ແລະ​ຄວາມ​ເຊື່ອ​ໝັ້ນ ​ແນ​ໃສ່​
ໂດຍ​ກົງ​ ຕໍ່​ບັນ​ຫາ” ໃນ​ການ​ຟ້ອງ​ຮ​ອ້ງ.

ປະ​ທາ​ນາ​ທິບໍດີດໍ​ໂນ​ລ ທ​ຣຳ (ຂວາ) ຢືນ​ຢູ່​ກັບ​ຜູ້​ພິ​ພາ​ສາ​ສານ​ສູງ​ສຸດ ທ່ານ​ແບ​ຣັດ ຄ​າ​ແວ​ນໍ ທີ່​ທຳ​ນຽບ​ຂາວ ວັນທີ 8 ຕຸ​ລາ 2018.
ປະ​ທາ​ນາ​ທິບໍດີດໍ​ໂນ​ລ ທ​ຣຳ (ຂວາ) ຢືນ​ຢູ່​ກັບ​ຜູ້​ພິ​ພາ​ສາ​ສານ​ສູງ​ສຸດ ທ່ານ​ແບ​ຣັດ ຄ​າ​ແວ​ນໍ ທີ່​ທຳ​ນຽບ​ຂາວ ວັນທີ 8 ຕຸ​ລາ 2018.

ກ​ານ​ຟ້ອງ​ຮ້ອງຊຶ່ງ​ຮວມ​ທັງ 18 ລັດ ພ້ອມ​ທັງ​ຫົວ​ເມືອງແລະ​ເຂດ​ຕ່າງໆຈຳ​ນວນ​ນຶ່ງ
ແມ່ນ​ນຳ​ໜ້າ​ໂດຍ​ເຈົ້າ​ໜ້າ​ທີ່​ພັກ​ເດ​ໂມ​ແຄ​ຣັດ. ລັດ​ຖະ​ທຳ​ມະ​ນູນ​ສະ​ຫະ​ລັດ​ກຳ​ນົດ​ໃຫ້
​ມີ​ການ​ສຳ​ຫລວດ ​ທຸກໆ 10 ປີ ຊຶ່ງ​ໃຊ້​ໃນ​ການ​ແຕ່ງ​ຕັ້ງ​ບ່ອນ​ນັ່ງ​ຢູ່​ໃນ​ສະ​ພາ ແລະ​ແຈກ​
ຢາຍເງິນ​ຫຼາຍ​ພັນ​ລ້ານ​ໂດ​ລາ​ໃນ​ກອ​ງ​ທຶນ​ລັດ​ຖະ​ບານ​ກາງ.

ບັ​ນ​ດາ​ຜູ້​ຕິ​ຕຽນ​ໃນການ​ເພີ້ມ​ຄຳ​ຖາມ​ກ່ຽວ​ກັບ​ເລື້ອງ​ສັນ​ຊາດຢູ່​ໃນ​ການ​ສຳ​ຫລວດ​ໄດ້​
ກ່າວ​ວ່າ ຈະ​ພິ​ຈາ​ລະ​ນາ​ປະ​ຊາ​ຊົນຢູ່​ໃນ​ປະ​ຊາ​ຄົມ​ຄົນ​ເຂົ້າ​ເມືອງຈາກ​ການ​ເຂົ້າ​ຮ່ວມ
ທີ່​ບໍ່​ສົມສ່ວນ ​ອັນ​ເປັນ​ຜົນ​ກະ​ທົບ​ຕໍ່​ລັດ​ຕ່າງໆ​ທີ່​ມີ​ທ່າ​ອຽງ​ໄປ​ທາງ​ພັກເດ​ໂມ​ແຄ​ຣັດ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG