ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄູ​ສອນ​ພາສາ​ ຊາວ​ອາ​ເມຣິກັນ ຖືກ​ຍິງ​ຕາຍ ​ຢູ່​​ເຢ​ເມນ (ເບິ່ງວີດີໂອ)


ລົດທີ່ກ່າວກັນວ່າ ຄູສອນພາສາຊາວອາເມຣິກັນຂີ່ໄປ ຕອນທີ່ຖືກຍັງຕາຍ ຢູ່ເມືອງ Taiz, ປະເທດເຢເມນ, ວັນອາທິດ ທີ 18 ມີນາ 2012.
ລົດທີ່ກ່າວກັນວ່າ ຄູສອນພາສາຊາວອາເມຣິກັນຂີ່ໄປ ຕອນທີ່ຖືກຍັງຕາຍ ຢູ່ເມືອງ Taiz, ປະເທດເຢເມນ, ວັນອາທິດ ທີ 18 ມີນາ 2012.

ນາຍຄູ​ສອນ​ພາສາ​ຊາວ​ອາ​ເມຣິກັນຄົນ​ນຶ່ງ ຖືກ​ຍິງ​ຕາຍ​ຢູ່ ປະ​ເທດເຢ​ເມນ.

ພວກ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດໄພ​ກ່າວ​ວ່າ ຄົນ​ຮ້າຍ​ຜູ້ນຶ່ງ​ໃນສອງ​ຄົນທີ່​ຂີ່​ລົດຈັກຊ້ອນ​
ກັນ​ໄປ ໄດ້​ຍິງ​ນາຍຄູ​ດັ່ງກ່າວ​ໃນ​ລົດ​ຂອງ​ຜູ້​ກ່ຽວ​ໃນ​ວັນ​ອາທິດ​ມື້​ນີ້ ທີ່​ເມືອງ Taez. ພວກ
ມື​ປືນ​ຫລົບໜີ​ໄປ​ໄດ້. ​ເຈົ້າໜ້າ​ທີ່ກ່າວ​ອີກ​ວ່າ ຜູ້​ເຄາະ​ຮ້າຍ ​ເປັນ​ຮອງ​ຜູ້​ອໍານວຍ​ການ​ໂຮງ
ຮຽນ​ສອນ​ພາສາ​ແຫ່ງ​ນຶ່ງ​ຢູ່​ໃນ​ປະ​ເທດ​ເຢ​ເມນ ທີ່​ຊື່ວ່າ ​ສະ​ຖາ​ບັນ ສ​ວີ​ດີ​ຊ.

ບໍ່​ມີ​ຝ່າຍ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ຕໍ່​ເຫດການໂຈມ​ຕີ​ນີ້ ​ແຕ່​ພວກ​ເຈົ້າ ໜ້າ​ທີ່​ທ້ອງຖິ່ນ
ກ່າວ​ວ່າ ເບິ່ງ​ຄື​ວ່າມັນ​ເປັນ​ຜົນງານ​ຂອງ​ກຸ່ມ​ ອາລ ຄາ​ອີດາ.

ການຍິງສັງຫານ​ນີ້​ແມ່ນມີ​ຂຶ້ນສາມ​ມື້​ຫລັງ​ຈາກ​ນາຍຄູ​ສອນ​ພາສາ​ຍິງຊາວ​ສວີສຄົນ​ນຶ່ງ​ ຖືກ
ລັກ​ພາ​ຕົວ​ໄປ​ຢູ່​ໃນເມືອງ​ທ່າ Hodeida ປະ​ເ​ທດ​ເຢ​ເມນ ຊຶ່ງ​ຍັງບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ
ໃຜ​ເປັນ​ຜູ້​ລັກ​ພາ​ຕົວ​ແມ່ຍິງຄົນ​ໄປ​ນີ້ແລະ​ ກໍບໍ່​ມີ​ວັດຖຸ​ປະສົງ​ທີ່​ຊັດ​ເຈນ.

ປະ​ເທດ​ເຢ​ເມນ​ໄດ້​ຕົກ​ຢູ່​ໃນ​ຄວາມ​ວຸ້ນ​ວາຍ​ມາ​ນັບ​ຕັ້ງ​ແຕ່​ປີຜ່ານມາ ​ເວລາ​ເກີດ​ການ​ປະ​ທ້ວງ
ຫລາຍໆ​ບັ້ນ​ ທີ່ໄດ້​ບີບ​ບັງຄັບ​ໃຫ້​ທ່ານ Ali Abdullah Saleh ຕ້ອງລາ​ອອກ​ຈາກຕໍາ
ແໜ່​ງປະທານາທິບໍ​ດີໄປ ໃນ​ທີ່​ສຸດນັ້ນ. ກຸ່ມ​ຫົວ​ຮຸນ​ແຮງ​ອາ​ລ ຄາ​ດີ​ດາ ​ໄດ້​ສວຍໂອກາດ
ໃນ​ສະຖານະ​ການດັ່ງກ່າວເຂົ້າ​ຍຶດ​ເອົາ​ຫລາຍ​ຕົວ​ເມືອງ.

ໃນອີກເຫດການ​ນຶ່ງ​ທີ່​ເກີດ​ຂື້ນ​ໃນ​ວັນ​ອາທິດ​ມື້​ນີ້ ກໍາລັງ​ທະຫານ​ເຢ​ເມນໄດ້ ຍິງ​ລູກ​ສອນ​ໄຟ
ໃສ່​ສອງ​ຕົວ​ເມືອງ​ຂອງ​ພວກກຸ່ມ​ຫົວຮຸນ​ແຮງ​ອີສລາມ ທີ່ ຄວບ​ຄຸມ​ໂດຍ​ອາລຄາ​ອີ​ດາ​ນັ້ນ.

ເວລາ​ນີ້​ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ວ່າ ມີ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ​ຫລື​ບໍ່ ຈາກ​ເຫດ ການ​ໂຈມ​ຕີ​ ເມືອງ
Zinjubar ​ແລະ ​ເມືອງ Jaar ນັ້ນ.

XS
SM
MD
LG