ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ເຂົ້າຮອບ 16 ທີມ


ສະຫະລັດ ໄດ້ເຂົ້າຮອບ 16 ທີມ ໃນການແຂ່ງຂັນ ເຕະບານຊິງຂັນໂລກ ຫຼັງຈາກໄດ້ຊະນະ ອາລຈີເຣຍ 1 ປະຕູຕໍ່ 0 ໃນການແຂ່ງຂັນ ຮອບສຸດທ້າຍ ຂອງສາຍ ທີ່ຕື່ນເຕັ້ນດຸເດືອດ ຢູ່ນະຄອນປຣີທໍເຣຍ ອາຟຣິກາໃຕ້ ໃນມື້ວານນີ້.

ຫຼັງຈາກ ໄດ້ພາດໂອກາດ ຫຼາຍໆຄັ້ງ ໃນລະຫວ່າງ ການແຂ່ງຂັນ ໃນຕອນຕົ້ນໆນັ້ນ ໃນທີ່ສຸດນາຍ LANDON DONOVAN ກໍສາມາດ ຍິງ​ເຂົ້າປະຕູ ຂອງອາລຈີເຣຍໄດ້ ໃນນາທີທີ 91 ຊຶ່ງເປັນເວລາເພີ້ມ ເຮັດໃຫ້ ສະຫະລັດ ໄດ້ຊະນະ ເປັນທີນຶ່ງ ໃນສາຍຊີ ໂດຍໄດ້ຮັບ ຄະແນນທັງໝົດ 5 ຄະແນນ.

ນີ້ແມ່ນ ເທື່ອທຳອິດ ທີ່ທີມສະຫະລັດ ໄດ້ທີນຶ່ງ ຢູ່ໃນສາຍຂອງຕົນ ໃນການແຂ່ງຂັນ ເຕະບານໂລກ ນັບແຕ່ປີ 1930 ເປັນຕົ້ນມາ.

ຕໍ່ມາໃນມື້ວານນີ້ ເຢຍຣະມັນ ກໍໄດ້ຊະນະ ເປັນທີນຶ່ງ ໃນສາຍດີ ຄືຊະນະການາ 1 ປະຕູຕໍ່ 0 ແລະໄດ້ກ້າວ ເຂົ້າສູ່ຮອບ 16 ທີມ ແຕ່ການາ ກໍຈະໄດ້ເຂົ້າຮອບ 16 ທີມຄືກັນ ຍ້ອນເຊີເບຍ ໄດ້ເສຍໄຊ ໃຫ້ແກ່ອອສເຕຣເລຍ 2 ປະຕູຕໍ່ 1.

ເຢຍຣະມັນ ໄດ້ຄະແນນທັງໝົດ 6 ຄະແນນ ແລະຈະລົງສະໜາມ ສູ້ກັບອັງກິດ ໃນມື້ວັນອາທິດ ຈະມາ.

ສ່ວນການາ ເປັນປະເທດທຳອິດ ຈາກທະວີບ ອາຟຣິກາ ທີ່ໄດ້ເຂົ້າຮອບ 16 ທີມ ແລະຈະລົງສະໜາມ ສູ້ກັບ ສະຫະລັດ ໃນມື້ວັນເສົານີ້.

XS
SM
MD
LG