ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ພວມປະສານງານກັບ ສະຫະພາບຢູໂຣບ ເພື່ອເປີດການເດີນທາງ ລະຫວ່າງປະເທດຄືນອີກ


ພວກຜູ້ໂດຍສານຍ່າງຜ່ານປ້າຍທີ່ຊີ້ນຳ ໃຫ້ພວກເຂົາໄປທີ່ແຖວລະບຸໄວ້ສະເພາະເຈາະ ສຳລັຍ ພວກຊາວຢູໂຣ ແລະພວກທີ່ບໍ່ໄດ້ຖືໜັງສືເດີນທາງຂອງຢູໂຣບ ໃນຂະນະທີ່ພວວກເຂົາເຈົ້າເດີນທາງຮອດ ສະໜາມບິນ ດັບບລິນ ໃນໄອຣ໌ແລນ, ວັນທີ 6 ກັນຍາ 2019.
ພວກຜູ້ໂດຍສານຍ່າງຜ່ານປ້າຍທີ່ຊີ້ນຳ ໃຫ້ພວກເຂົາໄປທີ່ແຖວລະບຸໄວ້ສະເພາະເຈາະ ສຳລັຍ ພວກຊາວຢູໂຣ ແລະພວກທີ່ບໍ່ໄດ້ຖືໜັງສືເດີນທາງຂອງຢູໂຣບ ໃນຂະນະທີ່ພວວກເຂົາເຈົ້າເດີນທາງຮອດ ສະໜາມບິນ ດັບບລິນ ໃນໄອຣ໌ແລນ, ວັນທີ 6 ກັນຍາ 2019.

ສະຫະລັດກຳລັງປະສານງານກັບສະຫະພາບຢູໂຣບ ຫຼື EU ແລະບັນດາປະເທດໃນທົ່ວໂລກ ກ່ຽວກັບວິທີ “ເປີດການເດີນທາງ ລະຫວ່າງປະເທດຄືນໃໝ່ຢ່າງປອດໄພ” ຫຼັງຈາກທີ່ໄດ້ວາງມາດຕະການປິດເມືອງແລະການກັກຕົວກວດພະຍາດ ຍ້ອນໂຄວິດ-19 ມາເປັນເວລາຫຼາຍເດືອນແລ້ວນັ້ນ.

ຮ່າງເອກະສານຂໍ້ສະເໜີແນະນຳ ແລະລາຍງານຂອງສື່ມວນຊົນ ທີ່ໄດ້ປາກົດອອກມາຈາກ EU ກ່ຽວກັບ ການເປີດເຂດຂ້າມຊາຍແດນຕ່າງໆ ຄືນໃໝ່ ທີ່ສະເໜີແນະວ່າ ຊາວອາເມຣິກັນອາດຖືກຫ້າມບໍ່ໃຫ້ເດີນທາງໄປຍັງ ຢູໂຣບ ຍ້ອນຈຳນວນຕົວເລກກໍລະນີຕິດໄວຣັສໂຄໂຣນາທີ່ສູງຢູ່ໃນສະຫະລັດ.

“ພວກເຮົາຕ້ອງໝັ້ນໃຈວ່າ ພວກເຮົາມີທຸກອົງປະກອບຕ່າງໆພ້ອມແລ້ວເພື່ອເປີດຄືນການເດີນທາງລະຫວ່າງ EU ແລະສະຫະລັດ” ນັ້ນແມ່ນຄຳເວົ້າຂອງລັດຖະມົນຕີກະຊວງການຕ່ງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ທີ່ໄດ້ກ່າວໄປທີ່ກອງປະຊຸມຖະແຫລງຂ່າວໃນວັນພຸດວານນີ້.

ທ່ານພອມພຽວ ໄດ້ກ່າວໄປອີກວ່າ “ພວກເຮົາກຳລັງເຮັດວຽກເພື່ອຫາວິທີທາງທີ່ຖືກຕ້ອງທີ່ຈະເຮັດເຊັ່ນນັ້ນ ເວລາທີ່ເໝາະສົມ ທີ່ຈະເຮັດຍຸດທະວິທີທີ່ຖືກຕ້ອງມີໄວ້ພຽບພ້ອມແລ້ວ.” ຫົວໜ້ານັກການທູດຂັ້ນສູງທ່ານນີ້ ກ່າວຕື່ມວ່າ ທ່ານ “ມີຄວາມໝັ້ນໃຈຫຼາຍ” ທີ່ວ່າ ໃນສອງສາມອາທິດ ຈະມາເຖິງນີ້ພວກເຮົາຈະມີ “ແຜນການແລະວິທີການຕ່າງໆ” ທີ່ຈະ “ເຮັດໃຫ້ ການເດີນທາງໄປທົ່ວໂລກກັບຄືນມາຄືເກົ່າ.”

ບັນດາປະເທດໃນຢູໂຣບ ປາກົດວ່າ ພ້ອມແລ້ວ ທີ່ຈະເປີດດ່ານຊາຍແດນຂອງພວກເຂົາເຈົ້າຄືນ ຊຶ່ງຈະເລີ້ມຕົ້ນໃນເດືອນກໍລະກົດ. ຮ່າງເອກະສານພາຍໃນກ່ຽວກັບຂໍ້ສະເໜີແນະນຳຂອງ EU ຊີ້ແນະວ່າ ອະນຸຍາດໃຫ້ພວກຄົນຢູ່ນອກສະຫະພາບຢູໂຣບ ທີ່ມາຈາກພວກປະເທດທີ່ການຕິດ ແປດໄວຣັສໂຄໂຣນານັ້ນ ແມ່ນຢູ່ໃນລະດັບທີ່ທຸ່ນທ່ຽງຫຼືຫລຸດລົງແລ້ວ ເຂົ້າໄປໃນຢູໂຣບໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG