ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແຂ່ງຂັນເຕະບານໂລກແມ່ຍິງ ສ​ຫລ ມີຜູ້ຊົມເຖິງ 6 ລ້ານກວ່າ​ຄົນ ຜ່ານ​ທາງ​ໂທ​ລະ​ພາບ Fox ແລະ Telemundo


ແຟນ​ເຕະບານ ກຳລັງຖ່າຍຮູບກ່ອນເລີ້ມແຂ່ງຂັນເຕະ​ບານໂລກແມ່ຍິງ ລະຫວ່າງສະຫະລັດ ກັບຫວຽດນາມ ຢູ່ເດີ່ນເຕະບານ Eden Park ໃນນະຄອນ Auckland ປະເທດນິວຊີແລນ ວັນທີ 22 ກະລະກົດ 2023
ແຟນ​ເຕະບານ ກຳລັງຖ່າຍຮູບກ່ອນເລີ້ມແຂ່ງຂັນເຕະ​ບານໂລກແມ່ຍິງ ລະຫວ່າງສະຫະລັດ ກັບຫວຽດນາມ ຢູ່ເດີ່ນເຕະບານ Eden Park ໃນນະຄອນ Auckland ປະເທດນິວຊີແລນ ວັນທີ 22 ກະລະກົດ 2023

ສະຫະລັດ ໄດ້ຊະນະຫວຽດນາມ 3 ປະ​ຕູຕໍ່ 0 ໃນການແຂ່ງຂັນ ເຕະບານໂລກຂອງເພດຍິງ ທີ່ໄດ້ດືງດູດເອົາຜູ້ຊົມ​ຫຼາຍເຖິງ 6.26 ລ້ານຄົນ ເຮັດໃຫ້ມີຜູ້ຊົມກິ ລາເຕະບານທາງໂທລະພາບ ຫລາຍທີ່ສຸດຢູ່ໃນສະຫະລັດ ນັບແຕ່ການແຂ່ງຂັນຮອບສຸດທ້າຍຂອງເພດຊາຍ​ໃນປີກາຍນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ນອກນັ້ນ ມັນຍັງເປັນການປະສົມປະສານທີ່ໃຫຍ່ສຸດ ຂອງຜູ້ຊົມ ທີ່ເປັນພາສາອັງກິດ ແລະສະແປນິສ ສຳລັບ​ການ​ແຂ່ງ​ຂັນ​ຂອງກຸ່ມ​ເພດຍິງສະຫະລັດ.

ການແຂ່ງຂັນໃນຕອນຄ່ຳ ຂອງວັນເສົາ ຢູ່​ນະ​ຄອນອອກແລນ ປະເທດນິວຊີແລນ ຊຶ່ງເລີ້ມຂຶ້ນ​ໃນເວລາ 9 ໂມງແລງວັນສຸກ ຕາມເວລາທ້ອງຖິ່ນ ມີຜູ້ຊົມສະ​ເລ່ຍ 5,261,00 ຄົນຢູ່ຊ່ອງໂທລະພາບ Fox ເຮັດໃຫ້ເປັນທີສອງທີ່​ມີຜູ້ຊົມຫລາຍທີ່ສຸດຜ່ານທາງໂທລະພາບ ນັບແຕ່​ໂທ​ລະ​ພາບ Fox ເລີ້ມ​ອອກ​ລາຍ​ການ​ໃນ​ປີ 2015. ສຳ​ລັບ​ລາຍ​ການ​ເປັນ​ພາ​ສາ​ສະ​ແປ​ນິ​ສ ມີ​ຜູ້​ເຂົ້າ​ຊົ​ມ 1 ລ້ານ​ຄົນ ທັງ​ໂທລະ​ພາບ Telemundo, Peacock, Universo ແລະ Telemundo ທີ່​ໄດ້​ມີການ​ຖ່າຍ ​ທອດ ຜູ້ຊົມແຂ່ງຂັນຫລາຍທີ່ສຸດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG