ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໗ ເມສາ ໒໐໒໕

ພວກນັກເຕະບານ ແມ່ຍິງ ທີມຊາດ ສຫລ ຟ້ອງ ສະຫະພັນເຕະບານ ເພື່ອຢາກ​ໄດ້ ຄ່າຈ້າງ ເທົ່າທຽມ ເພດຊາຍ


ນັກເຕະບານ ທີມສະຫະລັດ ນາງ ໂທບິນ ຮີບຕ໌, ຜູ້ທີສອງຈາກຂວາ, ໄດ້ຖືກສັນລະເຊີນສຳລັບ ການຍິງປະຕູ ໂດຍ ນາງ ມາລລໍຣີ ຟຸຍ (11), ນາງ ເມແກນ ຣາພີໂນ ແລະນາງ ອາແລັກສ໌ ມໍຣແກນ (13) ໃນລະຫວ່າງຊ່ວງ​ທຳ​ອິດ ຂອງການແຂ່ງຂັນເອົາຖ້ວຍລາງວັນ SheBelieves Cup ສູ້ກັບທີມຊາດບຣາຊີລ, ວັນທີ 5 ມີນາ 2019, ໃນລັດຟລໍຣີດາ.
ນັກເຕະບານ ທີມສະຫະລັດ ນາງ ໂທບິນ ຮີບຕ໌, ຜູ້ທີສອງຈາກຂວາ, ໄດ້ຖືກສັນລະເຊີນສຳລັບ ການຍິງປະຕູ ໂດຍ ນາງ ມາລລໍຣີ ຟຸຍ (11), ນາງ ເມແກນ ຣາພີໂນ ແລະນາງ ອາແລັກສ໌ ມໍຣແກນ (13) ໃນລະຫວ່າງຊ່ວງ​ທຳ​ອິດ ຂອງການແຂ່ງຂັນເອົາຖ້ວຍລາງວັນ SheBelieves Cup ສູ້ກັບທີມຊາດບຣາຊີລ, ວັນທີ 5 ມີນາ 2019, ໃນລັດຟລໍຣີດາ.

ທີມນັກເຕະບານເພດຍິງແຫ່ງຊາດ ຂອງສະຫະລັດ ໄດ້ຟ້ອງ ສະຫະພັນເຕະບານຂອງ
ສະຫະລັດ ເພື່ອສະແຫວງຫາ ການໄດ້ຮັບຄ່າຈ້າງທີ່ເທົ່າທຽມ ກັບ ພວກນັກເຕະບານ
ເພດຊາຍ ຂອງເຂົາເຈົ້ານັ້ນ.

ສະມາຊິກທີມເຕະບານແມ່ຍິງ ທັງໝົດ 28 ຄົນ ໄດ້ຮ່ວມເຂົ້າກັນເປັນກຸ່ມ ເພື່ອຍື່ນຟ້ອງ
ໂດຍຖົກຖຽງວ່າ ພວກເຂົາເຈົ້າ ໄດ້ “ຖືກຈຳແນກທາງເພດ ຢ່າງເປັນລະບົບ” ມາໂດຍ
ຕະຫຼອດ.

ສຳນວນຟ້ອງທີ່ຍື່ນຕໍ່ສານລັດຖະບານກາງ ໃນນະຄອນ ລອສ ແອນເຈີເລສ ໃນວັນສຸກ
ວານນີ້ ແມ່ນເພື່ອສະແຫວງຫາ ຢາກໃຫ້ໄດ້ຮັບຄ່າຈ້າງ ແລະການປະຕິບັດແບບເທົ່າທຽມ
ກັນກັບພວກນັກກິລາເຕະບານ ທີມຊາດຜູ້ຊາ ຕະຫຼອດທັງ ຄ່າເສຍຫາຍຕ່າງໆ ທີ່ຮວມທັງ
ການໄດ້ເງິນຢ້ອນຫຼັງ.

ສຳນວນຟ້ອງກ່າວຕື່ມວ່າ ການຈຳແນກກີດກັນ ມາເປັນເວລາຫຼາຍປີດັ່ງກ່າວ ບໍ່ແມ່ນແຕ່
ໃນເລື້ອງຄ່າຈ້າງເທົ່ານັ້ນ ແຕ່ຍັງຮວມທັງສະພາບການເດີນທາງ ການເຝິກແອອ ການໄດ້
ຮັບການປິ່ນປົວຂອງສ່ວນບຸກຄົນ ແລະການໂຄສະນາ ກ່ຽວກັບ ການແຂ່ງຂັນຕ່າງໆ.

ສຳນວນຟ້ອງດັ່ງກ່າວ ໄດ້ຍື່ນໃນວັນແມ່ຍິງສາກົນ ແລະມີຂຶ້ນພຽງ 3 ເດືອນ ກ່ອນທີ່ທີມ
ເຕະບານແມ່ຍິງ ສະຫະລັດ ຈະລົງແຂ່ງປ້ອງກັນຕຳແໜ່ງ ແຊ້ມເຕະບານໂລກ World
Cup ຢູ່ໃນປະເທດຝຣັ່ງ.

“ພວກເຮົາແຕ່ລະຄົນ ແມ່ນພາກພູມໃຈທີ່ສຸດ ທີ່ໄດ້ໃສ່ເສື້ອທີມຊາດສະຫະລັດ ແລະ
ພວກເຮົາຍັງໄດ້ເອົາຈິງເອົາຈັງ ໃນຄວາມຮັບຜິດຊອບ ທີ່ມາກັບມັນນັ້ນ”
ແມ່ນຄຳເວົ້າ
ຂອງຫົວໜ້າທີມຊາດຮ່ວມ ຂອງສະຫະລັດ ນາງ ອາແລັກສ໌ ມໍຣແກນ ທີ່ໄດ້ກ່າວໄປ ໃນ
ຖະແຫລງການ. ນາງໄດ້ກ່າວອີກວ່າ “ພວກເຮົາເຊື່ອວ່າ ການຕໍ່ສູ້ເພື່ອຄວາມເທົ່າທ່ຽມ
ທາງເພດ ໃນວົງການກິລາ ແມ່ນເປັນສ່ວນນຶ່ງ ຂອງຄວາມຮັບຜິດຊອບ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG