ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ​ໂຈະ ​ການ​ຊ່ວຍ​ເຫລືອ​ ທາງ​ທະຫານ ​​ແກ່ Rwanda


ທະຫານເດັກນ້ອຍ ທີ່ອາດຈະເປັນ ຊາວຣວານດາ ທີ່ພົບເຫັນຢູ່ພາກ ເໜືອຂອງຄອງໂກ
ທະຫານເດັກນ້ອຍ ທີ່ອາດຈະເປັນ ຊາວຣວານດາ ທີ່ພົບເຫັນຢູ່ພາກ ເໜືອຂອງຄອງໂກ
ສະຫະລັດ ກໍາ​ລັງ​ໂຈະ​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ທາງ​ທະຫານ
ບາງ​ຢ່າງ ແກ່ Rwanda ຍ້ອນ​ມີ​ການ​ກ່າວ​ຫາວ່າ ​ໃຫ້ການ​ສະ
ໜັບສະໜຸນ​ ແກ່ກຸ່ມ​ທີ່​ໃຊ້​ເດັກ ນ້ອຍ​ເປັນ​ທະຫານ.

ທ່ານ​ນາງ Linda Thomas-Greenfield ຜູ້​ຊ່ວຍ​ລັດຖະມົນຕີ
ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ ຮັບຜິດຊອບພະ​ແນ​ກການ
ກິດຈະການອາ​ຟຣິກາ ​ໄດ້​ປະກາດ​ການ​ລົງ​ໂທດ ​ໃນ​ວັນ​ພະຫັດ​
ວານ​ນີ້ ​ໃນ​ການ​ໂອ້​ລົມສົນທະນາ​ກັບ​ບັນດາ​ນັກ​ຂ່າວອາ​ຟຣິກາ.

ທ່ານ​ນາງກ່າວວ່າ ການ​ລົງ​ໂທດ​ນີ້ ​ແມ່ນພົວພັນ​ກັບການ​ທີ່
Rwanda ໃຫ້ການ​ສະໜັບສະໜຸນ​ແກ່​ກຸ່ມກະບົດ M23 ຢູ່
​ພາກ​ຕາ​ເວັນ​ອອກຂອງ Congo ຊຶ່ງ​ກະ​ຊວງ​ການ​ຕ່າງປະ​ເທດ
ສະຫະລັດ ກ່າວ​ວ່າ “ຍັງດໍາ​ເນີນ​ການເກັບ​ເກນແລະ​ລັກ ພາ​ໂຕ​
ເດັກນ້ອຍຢູ່​ຕໍ່​ມາ ໃນ​ດິນ​ແດນຂອງ Rwanda​” ນັ້ນ.

Rwanda ​ໄດ້​ປະ​ຕິ​ເສ​ດຊໍ້າ​ແລ້ວ​ຊໍ້າ​ອີກ ວ່າ​ຕົນ​ບໍ່​ໄດ້​ໃຫ້ການ​ສະໜັບສະໜຸນ​ແກ່​ກຸ່ມ​ດັ່ງກ່າວ.

ສະຫະລັດ ​ໄດ້​ທຳ​ການ​ລົງ​ໂທດ​ພາຍ​ໃຕ້ກົດໝາຍປ້ອງ​ກັນ​ການ​ເກັບ​ເກນ​ເອົາ​ເດັກ ນ້ອຍ​
ໄປ​ເປັນ​ທະຫານ ປີ 2008 ທີ່​ປະຕິ​ເສດ​ບໍ່​ຍອມ​ໃຫ້ການ​ຊ່ວຍ​ເຫລືອ​ບາງ​ຢ່າງທາງ​ທະຫານ
​ແກ່​ປະ​ເທດ​ໃດ​ກໍ​ຕາມ ທີ່ພົບ​ເຫັນ​ວ່າ ​ໃຊ້​ທະຫານ​ເດັກນ້ອຍ​ຫລື ​ໃຫ້ການ​ສະໜັບ​ສະໜຸນ​
ແກ່​ກຸ່ມ​ກຳລັງ​ປະກອບ​ອາວຸດ​ທີ່​ໃຊ້​ທະຫານ​ເດັກນ້ອຍ​ນັ້ນ.

ທ່ານ​ນາງ Thomas-Greenfield ກ່່າວ​ວ່າ ສະຫະລັດ ​ໄດ້​ອຸທິດ​ຕົນ​ເພື່ອ​ປົກ​ປ້ອງ ບໍ່​ໃຫ້​ນຳ​ໃຊ້ພວກ​ເດັກ​ນ້ອຍ​ ໄປ​ເປັນ​ທະຫານ​ສູ້ລົບ.

XS
SM
MD
LG