ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະຖອນ ນັກການທູດ ຄົນນຶ່ງ ຈາກ ກຸງນິວເດລີ (ວີດີໂອ)


US India
please wait
Embed

No media source currently available

0:00 0:00:52 0:00
ສະຫະລັດກ່າວ​ວ່າ ຕົນ​ຈະ​ຖອນ​ນັກ​ການ​ທູດ​ຄົນ​ນຶ່ງ ອອກ​ຈາກ​
ສະຖານທູດ​ຂອງ​ຕົນ​ ໃນ​ກຸງນິວເດລີ ຫລັງ​ຈາກອິນ​ເດຍ ​ໄດ້​ທວງໃຫ້ສະຫະລັດຖອນນັກການທູດ ດັ່ງກ່າວ ​ໃນ​ການຜິດຂ້ອງ
ຕ້ອງຖຽງທາງດ້ານການທູດ ທີ່ເພີ້ມທະວີຂຶ້ນລະຫວ່າງ​ປະເທດ
ທັງສອງ​.

ມີການລະບຸວ່າ ທ່ານ Wayne May ​ເປັນ​ນັກ​ການ​ທູດ​ທີ່ໄດ້ເດີນ
ທາງ​ອອກ​ຈາກ ສະຖານທູດສະຫະລັດ ​ໃນກຸງ​ນິວ​ເດ​ລີ. ສື່ມວນ​
ຊົນ ລາຍ​ງານ​ວ່າ ທ່ານ​ເປັນບຸກ ຄົນສຳຄັນ ທີ່​ປະສານ​ງານໃນ
ການດຳເນີນ​ຄະດີ​ຕໍ່ນັກ​ການ​ທູດ​ອິນ​ເດຍ ທີ່ສະຫະ ລັດກ່າວຫາ​
ວ່າ ຈ້າງ​ຄົນ​ຮັບໃຊ້​ ຕໍ່າກວ່າມາດຕະຖານ ຄ່າຈ້າງແຮງງານ.
ທ່ານ ຍັງ​ຖືກ​ລາຍ​ງານ​ວ່າ ​ໄດ້​ຊ່ວຍ​ຄອບຄົວ​ຂອງ​ຄົນ​ຮັບ​ໃຊ້ ​ໃຫ້​ໄດ້​ຮັບວີ​ຊ່າ ເພື່ອເດີນ ທາງ​ເຂົ້າ​ມາສະຫະລັດ.

​ໂຄສົກ​ ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ ທ່ານ​ນາງ Jen Psaki ກ່າວ​ໃນ​ວັນ​ສຸກ​ວານ​
ນີ້​ວ່າ ທ່ານ​ນາງຫວັງ​ວ່າ ການ​ຍົກຍ້າຍນັກ​ການ​ທູດສະຫະລັດທ່ານນີ້ ອອກ​ຈາກອິນ​ເດຍ
ຈະ​ເຮັດໃຫ້ສະຖານະ​ການ​ສິ້ນສຸດລົງ.

ທ່ານນາງ Psaki ເວົ້າວ່າ “ພວກ​ເຮົາ​ ມີ​ຄວາ​ມເສົ້າ​ເສຍ​ໃຈ ​ທີ່ລັດຖະບານ​ອິນ​ເດຍຮູ້ສຶກ​ວ່າ
​ ມີ​ຄວາ​ມຈໍາ​ເປັນ ​ທີ່​ຕ້ອງ​ຂັບ​ໄລ່ ນັກ​ການ​ທູດ​ຂອງ​ເຮົາ​ຄົນ​ນຶ່ງ. ນີ້​ແມ່ນຈະແຈ້ງ ເປັນເວລາ
ແຫ່ງການທ້າທາຍ ໃນຄວາມສໍາພັນ ລະຫວ່າງສະຫະ ລັດກັບອິນ​ເດຍ.” ການ​ຜິດຂ້ອງ
ຕ້ອງຖຽງລ​ະຫວ່າງສະຫະລັດ ​ແລະອິນ​ເດຍ ​ໄດ້​ເລີ້​ມຂື້ນເວລາ​ຕໍາຫລວດສະຫະລັດຈັບ ​
ແລະ​ກວດ​ຄົ້ນ​ຮ່າງກາຍ ຮອງ​ກົງ​ສຸນໃຫຍ່​ອິນ​ເດຍ ທີ່​ນະຄອນ​ນິວຢອກ​ທ່ານ​ນາງ Devyani Khobragade. ​ໄອ​ຍະ​ການສະຫະລັດ ກ່າວ​ວ່າ ຄະນະ​ຕຸລາການຂອງລັດຖະບາ​ນກາງ ທີ່ນະຄອນ​ນິວຢອກ ​ໄດ້​ຟ້ອງ ທ່າ​ນນາງ Khobragade ​ໃນ​ຖານ​ຈ່າຍ​ຄ່າແຮງ​ງານ​ຄົນ​ຮັບ
​ໃຊ້ ໜ້ອຍ​ກວ່າອັດ ຕາ​ຄ່າແຮງງານທີ່ຕໍ່າສຸດ ​ແລະ​ຕົວະກ່ຽວ​ກັບ​ກາ​ນຂໍວີຊ່າ​ໃຫ້ແກ່​ຜູ້ຍິງ
​ຄົນ​ດັ່ງກ່າວ.

​ໃນອັນທີ່ປາກົດວ່າ ເພື່ອ​ເປັນ​ການ​ປະນີປະນອມ ສະຫະລັດໄດ້​ເພີ້​ມສິດທິພິເສດດ້ານການ​
ທູດ​ໃຫ້​ແກ່ທ່ານ​ນາງ Khobragade ​ເພື່ອ​ໃຫ້​ທ່ານ​ນາງ ສາມາດອອກເດີນທາງ ຈາກ​ສະຫະ ລັດໄປໄດ້.
XS
SM
MD
LG