ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ຖອນ​ໂຕ ຂອງ ສ​ຫລ ອອກ​ຈາກ ຊີ​ເຣຍ ​ເລີ້ມ​ດ້ວຍ ອຸບ​ປະ​ກອນ ບໍ່​ແມ່ນທະ​ຫານ


ທີ່​ແນມ​ເຫັນ​ນັ້ນ ແມ່ນ​ຂະ​ບວນ​ລົດ ທະ​ຫານ​ອາ​ເມ​ຣິ​ກັນ ທີ່​ເມືອງ​ແມນ​ບິ​ຈ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ຂອງ​ຊີ​ເຣຍ (30 ທັນ​ວາ 2018)
ທີ່​ແນມ​ເຫັນ​ນັ້ນ ແມ່ນ​ຂະ​ບວນ​ລົດ ທະ​ຫານ​ອາ​ເມ​ຣິ​ກັນ ທີ່​ເມືອງ​ແມນ​ບິ​ຈ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ຂອງ​ຊີ​ເຣຍ (30 ທັນ​ວາ 2018)

ສະ​ຫະ​ລັດ​ ຖະ​ແຫຼງ​ໃນ​ຕອນ​ແລງວັນ​ສຸກວານນີ້​ວ່າ ຕົນ​ກຳ​ລັງ​ຈັດ​ຕັ້ງ​ປະ​ຕິ​ບັດ ​ການ​ຖອນ​ກຳ​ລັງ​ຢ່າງ​ເປັນ​ລະ​ບຽບ ອອກ​ຈາກ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ ຂອງ​ຊີ​ເຣຍ​ທີ່​ໄດ້​ພົວ​ພັນ​ໃນ​ການ​ສູ້​ລົບ​ກັບ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ​ຢູ່​ທີ່ນັ້ນ.​

ໂຄ​ສົກ​ຂອງ​ທຳ​ນຽບ​ຫ້າ​ແຈ ພັນ​ໂທກອງ​ທັບ​ເຮືອ​ຊອນ ໂຣ​ເບີດ​ສັນ ກ່າວ​ຢູ່​ໃນ​ຖະແຫຼງ​ການ​ສະ​ບັບ​ນຶ່ງວ່າ ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ ຕ້ານ​ກຸ່ມ​ລັດ​ອິ​ສ​ລາມໃນ​ຊີ​ເຣຍ ທີ່​ເອີ້ນ​ວ່າ Inherent Resolve ພວມ​ຖອນ​ກຳ​ລັງ​ຂອງ​ຕົນ​ອອກ ​ພາຍໃຕ້​ຂອບ​ຂອງ​ການ​ຮ່ວມ​ມື​ກັບ​ທຸກ​ພາກ​ສ່ວນ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ.

ທ່ານ​ໂຣ​ເບີດ​ສັນ​ກ່າວ​ຕື່ມ​ວ່າ “ການ​ຖອນ​ກຳ​ລັງ​ນີ້ ແມ່ນ​ອີງ​ໃສ່​ເງື່ອນ​ໄຂ​ໃນ​ການ​ປະ​ຕິ​ບັດ​ງານ​ທາງ​ພາກ​ພື້ນ​ດິນ ຮວມ​ທັງ​ການ​ຫາ​ລື​ກັບ​ພັນ​ທະ​ມິດ​ແລະ​ພາ​ຄີ​ຂອງພວກ​ເຮົາແລະ​ບໍ່​ແມ່ນ​ອີງ​ໃສ່​ກຳ​ນົດ​ເວ​ລາ​ທີ່​ຕັ້ງ​ຂຶ້ນ​ຕາມ​ລຳ​ພັງ. ສະ​ຫະ​ລັດ​ຈະ​ສືບ​ຕໍ່​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ປະ​ຕິ​ບັດ​ງານ​ຂອງ​ກຸ່ມ​ແນວ​ໂຮມ​ໃນ​ຊີ​ເຣຍໃນ​ຂະ​ນະທີ່​ມີ​ການ​ຖອນ​ທະ​ຫານ​ດ້ວຍ​ຄວາມ​ຮອບ​ຄອບແລະ​ມີ​ການ​ປະ​ສານ​ງານ​ກັນ ເພື່ອຄ້ຳ​ປະ​ກັນ​ຄວາມ​ປອດ​ໄພ​ແລ​ະ​ໃຫ້​ການ​ປ້ອງ​ກັນ​ແກ່​ກຳ​ລັງ​ສະ​ຫະ​ລັດ. ຍ້ອນ​ເຫດຜົນ​ທາງ​ດ້ານ​ຄວາມ​ປອດ​ໄພໃນການ​ປະ​ຕິ​ບັດ​ງານ ພວກ​ເຮົາ​ຈະ​ບໍ່​ເວົ້າ​ເຖິງ​ການເຄື່ອນ​ຍ້າຍ​ກຳ​ລັງ ຫຼື​ກຳ​ນົດ​ເວ​ລາ​ທີ່​ສະ​ເພາະ​ເຈາະ​ຈົງ​ໃດໆ.”

​ຮູບ​ພວກ​ນັກ​ລົບ ຂອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ໃນ​ຊີ​ເຣຍ ຕໍ່​ໜ້າ​ຊາກ​ຫັກ​ພັງ ຂອງ​ຕຶກ​ອາ​ຄານ ທີ່​ເມືອງ​ແມນ​ບິ​ຈ (10 ສິງ​ຫາ 2016)
​ຮູບ​ພວກ​ນັກ​ລົບ ຂອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ໃນ​ຊີ​ເຣຍ ຕໍ່​ໜ້າ​ຊາກ​ຫັກ​ພັງ ຂອງ​ຕຶກ​ອາ​ຄານ ທີ່​ເມືອງ​ແມນ​ບິ​ຈ (10 ສິງ​ຫາ 2016)

ໃນ​ຕອນ​ເຊົ້າ​ວັນ​ສຸກວານນີ້ ສະ​ຫະ​ລັດ​ໄດ້​ປະ​ຕິ​ເສດ​ວ່າ ຕົນ​ພວມ​ຖອນ​ທະ​ຫານ​ອອກ​ຈາກ​ປະ​ເທດ​ຊີ​ເຣຍ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ກ່າວ​ຕໍ່​ວີ​ໂອ​ເອ​ ກ່ຽວ​ກັບ​ການ​ຖອນ​ກຳ​ລັງ​ໃນ​ຂັ້ນ​ຕົ້ນ​ວ່າ “ແມ່ນ​ເປັນ​ອຸບ​ປະ​ກອນ​ຕ່າງໆ ບໍ່​ແມ່ນ​ກຳ​ລັງ​ທະ​ຫານ.”

ທຳ​ນຽບ​ຫ້າ​ແຈ​ໄດ້​ແຈ້ງ​ໃຫ້​ຊາບ​ໃນ​ຂັ້ນ​ຕົ້ນ ກ່ຽວ​ກັບ​ຖອນ​ກຳ​ລັງ​ທະ​ຫານ​ໃນ​ຕອນ​ແລງວັນ​ພະ​ຫັດ​ຜ່ານ​ມາ. ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ທຳ​ນຽບ​ຫ້າ​ແຈ​ກ່າວ​ວ່າ “ການ​ປະ​ຕິ​ບັດ​ງານ Inherent Resolve ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະ​ລັດ” ເລີ້ມ​ຂັ້ນ​ຕອນ​ໃນ​ການ​ຖອນ​ກຳ​ລັງ​ຂອງ​ພວກ​ເຮົາ​ແບບ​ຮອບ​ຄອບ​ອອກ​ຈາກ​ຊີ​ເຣຍ.

ພວກ​ທີ່​ເຫັນ​ເຫດ​ການ​ທາງ​ພາກ​ພື້ນ​ດິນ​ຢູ່​ເຂດ​ດັ່ງ​ກ່າວ​ ແຈ້ງ​ໃຫ້​ກຸ່ມ​ສິ້ງ​ຊອມ​ສິດ​ທິມະ​ນຸດ​ໃນ​ຊີ​ເຣຍ​ ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ປະ​ເທດ​ອັງ​ກິດ​ວ່າ ເຂົາ​ເຈົ້າ​ໄດ້​ເຫັນ​ລົດ​ຫຸ້ມເກາະ 10 ຄັນ ແລະ​ອຸບ​ປະ​ກອນ​ອື່ນໆ ອອກ​ໄປ​ຈາກ​ຄ້າຍ​ແຫ່ງ​ນຶ່ງ​ຂອງ​ສະ​ຫະລັດ ໃນ​ເຂດຣະ​ເມ​ຣານ ແຂວງອາ​ລ-ຮາ​ຊາ​ກາ ແລະ​ມຸ່ງ​ໜ້າ​ໄປ​ຍັງ​ຊາຍ​ແດນ​ອີຣັກ.

ແຕ່​ບໍ່​ດົນ​ຫລັງ​ຈາກນັ້ນ ຜູ້​ເຫັນ​ເຫດ​ການ​ອີກ​ຄົນ​ນຶ່ງ ​ໃນ​ເຂດ​ດັ່ງ​ກ່າວ​ຂອງ​ຊີ​ເຣຍ ລາຍ​ງານ​ວ່າ ໄດ້​ເຫັນ​ການ​ຫລັ່ງ​ໄຫຼ​ຂອງ​ພວກ​ທະ​ຫານ​ແລະ​ອຸບ​ປະ​ກອນ​ໄປ​ຍັງ​ບາງ​ເຂດ​ຂອງ​ແຂວງ​ອາ​ເລັບ​ໂປ ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ຊີ​ເຣຍ.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG