ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະລັດ ຖອນຖະແຫຼງການ ກ່ຽວກັບ ໄວຣັສໂຄໂຣນາ ລະບາດຜ່ານທາງ ລະອອງອາກາດ


ບັນດາພະນັກງານ ທີ່ສູນກາງປ້ອງກັນ ແລະຄວບຄຸມພະຍາດສະຫະລັດ (CDC) ວັນທີ 13 ກຸມພາ 2020 ທີ່ນະຄອນແອັດແລນຕາ ລັດຈໍເຈຍ.
ບັນດາພະນັກງານ ທີ່ສູນກາງປ້ອງກັນ ແລະຄວບຄຸມພະຍາດສະຫະລັດ (CDC) ວັນທີ 13 ກຸມພາ 2020 ທີ່ນະຄອນແອັດແລນຕາ ລັດຈໍເຈຍ.

ສູນກາງປ້ອງກັນ ແລະຄວບຄຸມພະຍາດສະຫະລັດ (CDC) ໃນວັນຈັນວານນີ້ ໄດ້ຖອນຖະແຫຼງການເມື່ອສາມມື້ກ່ອນ ກ່ຽວກັບວ່າ ໂຄວິດ-19 ສາມາດແຜ່ ລະບາດຜ່ານທາງລະອອງອາກາດ ໂດຍກ່າວວ່າ ໄດ້ນຳອອກເຜີຍແຜ່ ດ້ວຍ “ຄວາມຜິດພາດ.”

ໃນວັນສຸກແລ້ວນີ້ ສູນກາງ CDC ໄດ້ນຳອອກເຜີຍແຜ່ຂໍ້ມູນຫລ້າສຸດ ຢູ່ໜ້າເວັບໄຊຂອງຕົນ ໂດຍກ່າວວ່າ ໄວຣັສ ສາມາດລອຍຜ່ານ ທາງລະອອງອາ ກາດທີ່ “ອອກມາ ເວລາຜູ້ຕິດເຊື້ອໄອ ຈາມ ຮ້ອງເພງ ເວົ້າ ຫຼືຫາຍໃຈ.”

ການລອຍຜ່ານດັ່ງກ່າວຂອງໄວຣັສ ຈະຕ້ອງເຮັດໃຫ້ຢູ່ຫ່າງກັນ ຫຼາຍກວ່າສອງແມັດ ຊຶ່ງໂດຍທົ່ວໄປແລ້ວ ແມ່ນເປັນທີ່ຮັບຮູ້ທາງດ້ານການແພດ ທີ່ເໝາະສົມ ຕໍ່ການຢືນຢູ່ຫ່າງກັນ ລະຫວ່າງຄົນ ເພື່ອຫລີກລ່ຽງການສົ່ງພະຍາດໄປຫາກັນ. ເລື້ອງນີິ້ເຫັນວ່າ ມັນເປັນຄວາມເຫັນຢູ່ນອກການໃຫ້ຄຳແນະນຳ ຂອງບັນດາຜູ້ ຊ່ຽວຊານ.

ແຕ່ໃນວັນຈັນວານນີ້ສູນກາງ CDC ໄດ້ຍົກເລີກການກ່າວໃດໆ ເຖິງການຕິດ ແປດທາງລະອອງອາກາດ ໂດຍກ່າວວ່າ ຮ່າງຂໍ້ສະເໜີນັ້ນ ໄດ້ປ່ຽນໄປກ່ຽວ ກັບຂໍ້ສະເໜີ ທີ່ໄດ້ນຳອອກເຜີຍແຜ່ດ້ວຍຄວາມຜິດພາດຢູ່ໃນໜ້າເວັບໄຊຂອງ ອົງການ.” ແທນທີ່ໄດ້ເວົ້າວ່າ ຄວາມເປັນໄປໄດ້ ຂອງຂໍ້ສະເໜີ ທີ່ພົວພັນກັບ ການຕິດແປດທາງອາກາດຂອງໄວຣັສນັ້ນ ຍັງຢູ່ພາຍໃຕ້ການທົບທວນ.

ອົງການດັ່ງກ່າວ ໄດ້ຕ່າວປີ້ນຖະແຫຼງການຂອງຕົນ ຄືນໄປຫາເທື່ອກ່ອນ ໂດຍ ກ່າວວ່າ ໄວຣັສແມ່ນຄິດວ່າ “ແຜ່ໄປຫາຄົນທີ່ຢູ່ໃກ້ກັນກັບຜູ້ອື່ນ” ໄລຍະຫ່າງກັນ ປະມານສອງແມັດ.

ເຈົ້າໜ້າທີ່ອົງການຄົນນຶ່ງກ່າວວ່າ ຂໍ້ແນະນຳໃນວັນສຸກທີີ່ຜ່ານມາ ໄດ້ຍົກເລີກໄປ ເພາະວ່າບໍ່ສະທ້ອນໃຫ້ເຫັນເຖິງຄວາມເຂົ້າໃຈຂອງພວກເຮົາໃນປັດຈຸນັນນີ້.”

ຄວາມຜິດພາດຢູ່ໜ້າເວັບໄຊຂອງອົງການໄດ້ເປັນເທື່ອຫລ້າສຸດຂອງການແຜ່ລະບາດໄວຣັສໂຄໂຣນາ ທີ່ເກີດຂຶ້ນມື້ດຽວກັນ ໃນຂະນະທີ່ສະຫະລັດ ມີການເສຍ ຊີວິດເກືອບ 200,000 ຄົນ ຍ້ອນໄວຣັສດັ່ງກ່າວ ຊຶ່ງຫຼາຍທີ່ສຸດກວ່າປະເທດ ໃດໆຢູ່ໃນໂລກ.

ອົງການ CDC ຫວ່າງມໍໆມານີ້ໄດ້ຕ່າວປີ້ນຄຳແນະນຳຂອງຕົນກ່ຽວກັບວ່າ ຄົນ ຜູ້ທີ່ບໍ່ຮູ້ສຶກວ່າຕົນເອງຕິດເຊື້ອນັ້ນ ຄວນທີ່ຈະກວດຫາໄວຣັສໂຄໂຣນາ ມາເຖິງ ບັດນີ້ກ່າວວ່າ ຜູ້ໃດຜູ້ນຶ່ງຄວນກວດເບິ່ງ ຖ້າຫາກເຂົາເຈົ້າໄດ້ເຂົ້າໄປໃກ້ສິດ ກັບ ຜູ້ໃດຜູ້ນຶ່ງທີ່ຮູ້ວ່າຕິດເຊື້ອພະຍາດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG