ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸຫິມະສ້າງບັນຫາ ຢ່າງໃຫຍ່ໃຫ້ແກ່ການ ສັນຈອນໃນສະຫະລັດ


ເຮືອບິນອາຍພົ່ນລຳນຶ່ງ ຂອງສາຍານບິນ U.S. Airways ທີ່ສະໜາມບິນນາໆຊາດ ນະຄອນຟີລາແດລເຟຍ (27 ທັນວາ 2010)
ເຮືອບິນອາຍພົ່ນລຳນຶ່ງ ຂອງສາຍານບິນ U.S. Airways ທີ່ສະໜາມບິນນາໆຊາດ ນະຄອນຟີລາແດລເຟຍ (27 ທັນວາ 2010)

ພາຍຸຫິມະ ທີ່ພັດຖະຫຼົ່ມພາກຕາເວັນອອກສຽງເໜືອຂອງ
ສະຫະລັດນັ້ນໄດ້ເຮັດໃຫ້ມີຫິມະຕົກສູງພຽງຫົວເຂົ່າຢູ່ຕາມ
ຫົວເມືອງຕ່າງໆ ເຮັດໃຫ້ພວກເດີນທາງຈຳນວນຫຼາຍພັນ
ຄົນ ຕົກຄ້າງຢູ່ຕາມສະໜາມບິນຫຼາຍໆແຫ່ງແລະເຮັດໃຫ້
ການສັນຈອນທາງພາກພື້ນດິນເປັນອຳມະພາດໃນຊ່ວງ​ເວ
ລາທ້າຍສັບປະດາທີ່ສັບສົນລຸນຫຼັງວັນພັກບຸນຄຣິສຕ໌ມາສ
ນັ້ນ.

ພາຍຸຫົວນີ້ໄດ້ພັດເລາະຂຶ້ນໄປຕາມແຄມຝັ່ງທະເລກໍ້າຕາ
ເວັນອອກຂອງສະຫະລັດໃນມື້ວັນອາທິດ ແລະຍັງສືບຕໍ່
ດຳເນີນມາຕະຫຼອດມື້ໃນວັນຈັນວານນີ້ເຮັດໃຫ້ເຂດເທດ
ສະບານນະຄອນນິວຢອກ ເປັນເຂດທີ່ຮັບຜົນກະທົບ ຮ້າຍແຮງກວ່າໝູ່. ມີຫິມະຕົກໃນລະ
ຫວ່າງ 74 ຊັງຕີແມັດ ຢູ່ໃນເຂດພາກເໜືອຂອງລັດນິວເຈີຊີ 60 ຊັງຕີແມັດ ໃກ້ໆນະຄອນ
ນິວຢອກແລະ 46 ຊັງຕີແມັດທີ່ນະຄອນບອສຕັນ ລັດ​ແມ​ສຊາ​ຈູ​ແສັສ.

ພາຍຸຫົວນີ້ ເຮັດໃຫ້ສະໜາມບິນທັງ 3 ແຫ່ງ ຂອງນະຄອນນິວຢອກ ຕ້ອງອັດລົງຈົນຮອດ
ຕອນແລງວັນຈັນວານນີ້ ແລະເຮັດໃຫ້ການສັນຈອນໄປມາ ໃນເກືອບທຸກຮູບແບບຢຸດຊະງັກ
ລົງ. ລົດໄຟກໍໄດ້ຢຸດການບໍລິການ ແລະລົດເມທີ່ແລ່ນຢູ່ພາຍ ໃນເຂດເທດສະບານກໍໄດ້ໂຈະ
ການໃຫ້ບໍລິການເປັນສ່ວນໃຫຍ່ຢູ່ໃນຂົງເຂດ.

ພວກຜູ້ໂດຍສານທີ່ອິດເມື່ອຍ ໜາວ ແລະຫິວ ໄດ້ພາກັນຫຼັບນອນຢູ່ຕາມສະໜາມບິນຕ່າງໆ
ສະຖານີລົດໄຟ ຄິວລົດເມ ແລະຕາມສະຖານີລົດໄຟໃຕ້ດິນໃນນະຄອນນິວຢອກທີ່ໄດ້ຢຸດໃຫ້
ບໍລິການຍ້ອນຫິມະຕົກຫຼາຍໂພດນັ້ນ.

XS
SM
MD
LG