ບັນດາເຈົ້າໜ້າທີ່ໃນຫຼາຍລັດທາງພາກໃຕ້ຂອງ ສະຫະລັດ ໄດ້ພາກັນເຮັດວຽກໃນວັນ
ຈັນມື້ນີ້ ເພື່ອປັດກວາດຫົນທາງ ແລະ ກອບກູ້ໄຟຟ້າກັບຄືນ ຫຼັງຈາກພາຍຸທີ່ຮຸນແຮງ
ໄດ້ເຮັດໃຫ້ຫິມະ, ຝົນຫິມະ ແລະ ຝົນທີ່ເຢັນຈັດຕົກຢ່າງໜັກ.
ຫຼາຍພາກສ່ວນຂອງລັດ ເວີຈິເນຍ, ຄາໂຣໄລນາເໜືອ, ຄາໂຣໄລນາໃຕ້, ລັດເວີຈິເນຍ
ຕາເວັນຕົກ ແລະ ເທັນເນັສຊີ ໄດ້ຮັບຫິມະ ສູງລະຫວ່າງ 30 ແລະ 60 ເຊັນຕີແມັດໃນ
ວັນອາທິດວານນີ້.
ພາຍຸໄດ້ເຮັດໃຫ້ຖະໜົນຫຼາຍສາຍເປັນອັນຕະລາຍ, ນຳໄປສູ່ການເກີດອຸບັດຕິເຫດ
ຫຼາຍຄັ້ງ ແລະ ໄດ້ລາຍງານວ່າ ມີຄົນນຶ່ງເສຍຊີວິດ ຈາກຕົ້ນໄມ້ທີ່ຫັກລົງໃສ່ລົດຂອງ
ລາວໃນເມືອງ ຊາລັອດ, ລັດຄາໂຣໄລນາເໜືອ.
ສະໜາມບິນທີ່ປົກກະຕິແລ້ວຈະມີຖ້ຽວບິນໜາແໜ້ນຂອງເມືອງ ຊາລັອດ ໄດ້ຍົກເລີກ
ຫຼາຍກວ່າ 1,000 ຖ້ຽວບິນໃນວັນອາທິດວານນີ້.
ບໍລິສັດໄຟຟ້າຫຼາຍແຫ່ງໄດ້ລາຍງານວ່າ ພາຍຸໄດ້ເຮັດໃຫ້ກະແສໄຟຟ້ທີ່ຖືກສົ່ງໃຫ້
ຫຼາຍກວ່າ 300,000 ຄົນບໍ່ມີໄຟໃຊ້, ເຊິ່ງສ່ວນຫຼາຍແມ່ນໃນລັດ ຄາໂຣໄລນາເໜືອ.
ພາຍຸຫິມະໃຫຍ່ ແມ່ນມັກມີຢູ່ປົກກະຕິໃນບັນດາລັດທາງພາກເໜືອຂອງ ສະຫະລັດ
ຫຼາຍກວ່າ, ເຊິ່ງເຂົາເຈົ້າກໍມີຄວາມພ້ອມຫຼາຍກວ່າໃນການຮັບມືກັບມັນ.
ບັນດາຜູ້ປົກຄອງລັດ ເວີຈິເນຍ ແລະ ຄາໂຣໄລນາເໜືອ ໄດ້ປະກາດພາວະສຸກເສີນ
ກ່ອນພາຍຸຈະພັດເຂົ້າ ເພື່ອຊ່ວຍໃນການເຄື່ອນຍ້າຍແຫຼ່ງຊັບພະຍາກອນຕ່າງໆຈາກ
ລັດຖະບານ ເພື່ອຊ່ວຍປະຕິບັດພາລະກິດການຟື້ນຟູຄືນ.