ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະສະລັດ ຈະສະໜັບສະໜຸນ ລັດຖະບານຂອງເຮຕີ ທີ່ປະກອບດ້ວຍທຸກພັກຝ່າຍ ແລະ ໜ້າເຊື່ອຖື


ທານປີແອຣຣ໌ ກາຣີ ເບີນາໂດເຕ (Pierre Gary Bernadotte), ສະມາຊິກພັກການເມືອງ PHTK ຂອງປະທານາທິບໍດີ ທີ່ຖືກສັງຫານ, ກຳລັງຖືພວງມາລາ ແນມເຫັນຢູ່ດ້ານນອກທຳນຽບປະທານາທິບໍດີ ໃນການລຳລຶກເຖິງມື້ລາງປະທານາທິບໍດີ ໂຈເວີແນລ ມວາເຊ ໃນນະຄອນຫຼວງປອກ ໂອ-ແປຣັງ ຂອງເຮຕີ, ວັນພຸດ ທີ 14 ກໍລະກົດ 2021.
ທານປີແອຣຣ໌ ກາຣີ ເບີນາໂດເຕ (Pierre Gary Bernadotte), ສະມາຊິກພັກການເມືອງ PHTK ຂອງປະທານາທິບໍດີ ທີ່ຖືກສັງຫານ, ກຳລັງຖືພວງມາລາ ແນມເຫັນຢູ່ດ້ານນອກທຳນຽບປະທານາທິບໍດີ ໃນການລຳລຶກເຖິງມື້ລາງປະທານາທິບໍດີ ໂຈເວີແນລ ມວາເຊ ໃນນະຄອນຫຼວງປອກ ໂອ-ແປຣັງ ຂອງເຮຕີ, ວັນພຸດ ທີ 14 ກໍລະກົດ 2021.

ສະຫະລັດ ຈະສະໜັບສະໜຸນລັດຖະບານທີ່ປະກອບດ້ວຍທຸກພັກຝ່າຍ ແລະໜ້າເຊື່ອຖື ຂອງເຮຕີ ນັ້ນຄືຄຳເວົ້າຂອງທ່ານນາງລໍຣາ ໂລຈ໌ແມນ ຮັກສາການຮອງ ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ຮັບຜິດຊອບ ຊີກໂລກຕາ ເວັນຕົກ ໄດ້ກ່າວຕໍ່ວີໂອເອ ໃນວັນພຸດວານນີ້.

ທ່ານນາງໂລຈ໌ແມນ ເປັນສ່ວນນຶ່ງຂອງຄະນະຜູ້ແທນຈາກສະຫະລັດ ທີ່ປະທານາທິບໍດີ ໂຈ ໄບເດັນ ໄດ້ສົ່ງໄປຍັງປະເທດເຮຕີ ໃນວັນທີ 11 ກໍລະກົດ ໃນການຕອບສະໜອງຕໍ່ຄຳຂໍຮ້ອງໃຫ້ຊ່ອຍເຫຼືອຈາກລັດຖະບານເຮຕີ ຫຼັງຈາກການລອບສັງຫານປະທານາທິບໍດີ ໂຈເວີແນລ ມວາເຊ ເມື່ອອາທິດແລ້ວນີ້.

ຄະນະຜູ້ແທນສະຫະລັດ ໄດ້ພົບປະກັບຜູ້ຮັກສາການນາຍົກລັດຖະມົນຕີຂອງເຮຕີ ທ່ານຄລອດ ໂຈເຊັບ ນາຍົກລັດຖະມົນຕີທີ່ໄດ້ຖືກແຕ່ງຕັ້ງ ທ່ານອາຣີໂອ ອອງຣີ ແລະສະມາຊິກສະພາສູງ ທ່ານໂຈເຊັບ ແລມເບີດ.

ທ່ານສະມາຊິກສະພາສູງ ໄດ້ຂຽນຂໍ້ຄວາມລົງໃນທວີດເຕີ ໂດຍກ່າວວ່າ ທ່ານໄດ້ພົບປະກັບ ຄະນະຜູ້ແທນສະຫະລັດ ແລະວ່າ ພວກເຂົາເຈົ້າ “ຮູ້ບຸນຄຸນ” ຕໍ່ມະຕິຂອງສະພາສູງເຮຕີ ທີ່ໄດ້ແຕ່ງຕັ້ງທ່ານ ໃຫ້ເປັນປະທານາທິບໍດີຊົ່ວຄາວຂອງເຮຕີ.

“ມັນຂຶ້ນຢູ່ກັບຊາວເຮຕີທີ່ຈະນໍາເອົາການແກ້ໄຂຕໍ່ຂະບວນການດ້ານການເມືອງໃນເວລານີ້ ສະນັ້ນ ພວກເຮົາກາງຕໍ່ພວກເຂົາ ແລະໃຫ້ການສະໜັບສະໜຸນທັງໝົດແກ່ພວກເຂົາທີ່ພວກເຂົາສາມາດຮ່ວມມືກັນຢ່າງສຳເລັດຜົນ ເພື່ອເຮັດວຽກຮ່ວມກັນໃນການຈັດຕັ້ງລັດຖະບານທີ່ເປັນເອກະພາບ. ແລະສະຫະລັດ ພ້ອມດ້ວຍພັນທະມິດນາໆຊາດຂອງພວກເຮົາ ແນ່ນອນໃຫ້ການສະໜັບສະໜຸນ ການລວມຕົວເຂົ້າກັນ ລັດຖະບານທີ່ເຊື່ອຖືໄດ້” ທ່ານນາງໂລຈ໌ແມນ ໄດ້ກ່າວຕໍ່ວີໂອເອ ໃນການຕອບຕໍ່ຄຳຖາມກ່ຽວກັບ ຜູ້ໃດທີ່ສະຫະລັດຈະສະໜັບສະໜຸນໃຫ້ເປັນຜູ້ນຳຂອງເຮຕີ.

ໃນນະຄອນຫຼວງປອກ ໂອ-ແປຣັງ ຄະນະກຳມາທິການທີ່ປະກອບດ້ວຍ ບັນດາຜູ້ຕາງໜ້າຂອງທຸກພາກສ່ວນຂອງກຸ່ມສັງຄົມພົນລະເຮືອນຂອງເຮຕີ ວາງແຜນທີ່ຈະພົບປະກັນ ໃນວັນພະຫັດມື້ນີ້ ເພື່ອລົງນາມໃນຂໍ້ຕົກລົງດ້ານການເມືອງ ທີ່ຈະແຕ່ງຕັ້ງປະທານາທິບໍດີ ຄົນໃໝ່.

ທ່ານແທດ ເຊັງ ດິກ ເປັນນຶ່ງໃນຜູ້ຈັດຕັ້ງກອງປະຊຸມທີ່ຈະມີຂຶ້ນດັ່ງກ່າວ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ກຸ່ມນີ້ ວາງແຜນທີ່ຈະພົບປະກັບ ສະມາຊິກສະພາສູງຂອງເຮຕີ 10 ທ່ານ ຜູ້ທີ່ວາລະການດຳລົງຕຳແໜ່ງ ຍັງບໍ່ທັນໝົດອາຍຸເທື່ອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG