ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວກ່າວວ່າ ສະຫະລັດ ຈະ ‘ເຄົາລົບ’ ຜົນການລົງຄະແນນສຽງ ຂອງອິນໂດເນເຊຍ


ທ່ານປຣາໂບໂວ ຊູບຽນໂຕ, ກາງ, ເດີນທາງມາຮອດບ່ອນຝັງສົບຂອງພໍາຂອງທ່ານ ໃນນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ, ວັນທີ 15 ກຸມພາ 2024. ອະດີດນາຍພົນ ແລະ ລັດຖະມົນຕີປ້ອງກັນປະເທດຄົນປະຈຸບັນ ເບິ່ງຄືວ່າຈະໄດ້ເປັນປະທານາທິບໍດີຄົນຕໍ່ໄປຂອງປະເທດ, ອີງຕາມຜົນຂອງການລົງຄະແນນສຽງທີ່ບໍ່ເປັນທາງການ.
ທ່ານປຣາໂບໂວ ຊູບຽນໂຕ, ກາງ, ເດີນທາງມາຮອດບ່ອນຝັງສົບຂອງພໍາຂອງທ່ານ ໃນນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ, ວັນທີ 15 ກຸມພາ 2024. ອະດີດນາຍພົນ ແລະ ລັດຖະມົນຕີປ້ອງກັນປະເທດຄົນປະຈຸບັນ ເບິ່ງຄືວ່າຈະໄດ້ເປັນປະທານາທິບໍດີຄົນຕໍ່ໄປຂອງປະເທດ, ອີງຕາມຜົນຂອງການລົງຄະແນນສຽງທີ່ບໍ່ເປັນທາງການ.

ທຳນຽບຂາວ ກ່າວ​ວ່າ ຕົນ​ຈະຍອມ​ຮັບຜົນ​ຂອງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ທີ່​ໄດ້​ກ່າວ​ອ້າງ​ເອົາໂດຍ​ທ່ານ ປຣາໂບໂວ ຊູບຽນໂຕ (Prabowo Subianto) ອະດີດ​ນາຍ​ພົນຂອງກອງທັບ ​ທີ່ມີ​ອະດີດທີ່ມີການໂຕ້ຖຽງກັນ ຊຶ່ງຖືກສັ່ງຫ້າມເຂົ້າສະຫະລັດ ເປັນເວລາຫຼາຍກວ່າ​ທົດ​ສະ​ວັດ ເນື່ອງຈາກຂໍ້​ກ່າວ​ຫາທີ່​ກ່ຽວຂ້ອງກັບການລ່ວງລະເມີດ​ສິດທິ​ມະນຸດ.

“ພວກ​ເຮົາ​ຈະ​ສະແດງຄວາມຊົມເຊີ​ຍໃນເວລາ​ທີ່​ເຫມາະ​ສົມ. ຂ້າພະເຈົ້າບໍ່ສາ ມາດບອກວັນທີ ທີ່ແນ່ນອນ ຫຼືເວລາທີ່ແນ່ນອນ ກັບພວກທ່ານໄດ້ ເພາະຂ້າພະເຈົ້າເຂົ້າໃຈວ່າ ຜົນໄດ້ຮັບແມ່ນຍັງອອກມາຢູ່.” "ພວກເຮົາຈະເຄົາລົບຄະແນນສຽງ ແລະສຽງຂອງປະຊາຊົນຊາວອິນໂດເນເຊຍ," ທ່ານ ຈອນ ເຄີບີ, ທີ່ປຶກສາດ້ານການສື່ສານຂອງສະພາຄວາມໝັ້ນຄົງແຫ່ງຊາດ ກ່າວຕໍ່ວີໂອເອ ໃນລະຫວ່າງກອງປະຊຸມຖະ​ແຫຼງ​ຂ່າວຂອງທຳນຽບຂາວໃນວັນພະຫັດວານນີ້.

ການນັບຄະແນນເບື້ອງຕົ້ນຈາກສະຖາບັນສຳຫຼວດຫຼາຍແຫ່ງ ສະແດງໃຫ້ເຫັນວ່າ ທ່ານ ປຣາໂບໂວ, ຊຶ່ງຄືກັນກັບຊາວອິນໂດເນເຊຍສ່ວນໃຫຍ່ ທີ່ມັກໃຊ້ຊື່ແທ້ຂອງທ່ານ, ມີຜົນງານດີເດັ່ນກວ່າຄູ່ແຂ່ງຄົນອື່ນໆ ຄືທ່ານອານີ ບາສເວດານ (Anies Baswedan) ແລະທ່ານການຈາ ປຣາໂນໂວ (Ganjar Pranowo), ໂດຍໄດ້ຮັບຄະແນນສຽງຫຼາຍກວ່າ 50 ເປີເຊັນ ເຊິ່ງເປັນເກນທີ່ຈະຫຼີກລ່ຽງການເລືອກຕັ້ງຮອບຄັດເລືອກ.

ຕົວເລກທີ່ເປັນທາງການຈາກຄະນະກຳມາທິການການເລືອກຕັ້ງທົ່ວໄປ ມີກຳນົດຈະເປີດເຜີຍໃນເດືອນໜ້າ. ​ແຕ່​ທ່ານ ປຣາໂບໂວ ​ໄດ້​ອ້າງ​ວ່າ​ຕົນ​ໄດ້​ຮັບ​ໄຊຊະ ນະ, ​ໂດຍໄດ້​ບອກກັບບັນດາຜູ້​ສະໜັບສະໜຸນ​ຫລາຍ​ພັນ​ຄົນ​ໃນ​ນະຄອນຫລວງ​ຈາ​ກາ​ຕາ​ວ່າ ນີ້​ແມ່ນ "ໄຊຊະນະ​ຂອງ​ຊາວ​ອິນ​ໂດ​ເນ​ເຊຍ​ທັງ​ໝົດ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG