ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ຈະບໍ່ ‘ຫລີກເວັ້ນ’ ໄປຈາກການຕອບໂຕ້ ສຳລັບການໂຈມຕີ ຕໍ່ຖານທັບອາກາດ ຢູ່ໃນອີຣັກ


ໂຄສົກທຳນຽບຫ້າແຈ ທ່ານຈອນ ເຄີຣບີ ກ່າວຖະແຫລງຕໍ່ບັນດານັກຂ່າວ ໃນວັນທີ 17 ກຸມພາ 2021.
ໂຄສົກທຳນຽບຫ້າແຈ ທ່ານຈອນ ເຄີຣບີ ກ່າວຖະແຫລງຕໍ່ບັນດານັກຂ່າວ ໃນວັນທີ 17 ກຸມພາ 2021.

ບັນດາເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດ ກ່າວວ່າ ສະຫະລັດຈະບໍ່ “ຫລີກເວັ້ນ” ໄປຈາກການຕອບໂຕ້ຕໍ່ການໂຈມຕີດ້ວຍຈະຫຼວດໃສ່ພະນັກງານຂອງສະຫະລັດ ແລະພັນທະມິດຢູ່ໃນປະເທດອີຣັກ ດ້ວຍກຳລັງທາງທະຫານ ຖ້າວ່າຈຳເປັນ.

ພວກໂຈມຕີໄດ້ຍິງຈະຫຼວດຫຼາຍບັ້ນ ໃສ່ຖານທັບອາກາດ ອາລ ອາຊາດ ຢູ່ໃນແຂວງອານບາຣທາງພາກຕາເວັນຕົກຂອງອີຣັກ ໃນຕອນເຊົ້າວັນພຸດວານນີ້ ອີງຕາມການກ່າວ ຂອງບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ໂດຍມີຈະຫຼວດ ຢ່າງໜ້ອຍ 10 ລູກ ຕົກໃສ່ພາຍໃນສະຖານທີ່ດັ່ງກ່າວ.

ພະນັກງານສັນຍາຈ້າງທີ່ເປັນພົນລະເຮືອນຂອງສະຫະລັດຄົນນຶ່ງໄດ້ເສຍຊີວິດ ຫຼັງຈາກທີ່ໄດ້ເປັນຫົວໃຈວາຍ ໃນຂະນະທີ່ໄດ້ໄປຫລົບລີ້ຢູ່ສະຖານທີ່ລີ້ໄພຈາກການໂຈມຕີຢູ່ນັ້ນ.

ໂຄສົກຂອງທຳນຽບຫ້າແຈ ທ່ານຈອນ ເຄີບີ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນພຸດວານນີ້ວ່າ ກຳລັງຮັກສາຄວາມປອດໄພຂອງອີຣັກ ແມ່ນນຳພາໃນການສືບສວນສອບສວນ ໂດຍກ່າວຕື່ມວ່າ ມັນຍັງໄວເກີນໄປທີ່ຈະໃຫ້ການພິຈາລະນາໃດໆ.

ທ່ານເວົ້າວ່າ “ໃຫ້ພວກຊາວອີຣັກຄູ່ຮ່ວມງານຂອງພວກເຮົາສືບສວນເລື້ອງນີ້ ເບິ່ງວ່າແມ່ນຫຍັງທີ່ພວກເຮົາຮູ້ຈັກ ແລະຕໍ່ຈາກນັ້ນຖ້າວ່າ ການຕອບໂຕ້ແມ່ນສົມຄວນອະນຸມັດ, ຂ້າພະເຈົ້າຄຶດວ່າ ພວກເຮົາໄດ້ເຫັນຢ່າງຈະແຈ້ງວ່າ ພວກເຮົາຈະບໍ່ຫລີກເວັ້ນ ໄປຈາກອັນນັ້ນ. ແຕ່ວ່າ ພວກເຮົາຍັງບໍ່ເຖິງຈຸດນັ້ນເທື່ອ.”

ທ່ານເຄີຣບີ ໄດ້ກ່າວວ່າ ການສືບສວນໃນເບື້ອງຕົ້ນບົ່ງບອກວ່າ ການໂຈມຕີດ້ວຍຈະຫຼວດຕໍ່ຖານທັບ ອາລ ອາຊາດ ແມ່ນໄດ້ຍິງມາຈາກຫຼາຍແຫ່ງທາງທິດຕາເວັນອອກຂອງຖານທັບອາກາດນັ້ນ.

ທ່ານຍັງໄດ້ກ່າວອີກວ່າ ການປ້ອງກັນຂອງຖານທັບ ທີ່ລວມມີ ລະບົບຕໍ່ຕ້ານຈະຫຼວດ ໄດ້ເປີດໃຊ້ງານ ເຖິງຢ່າງໃດກໍຕາມ ມັນຍັງບໍ່ເປັນທີ່ຈະແຈ້ງວ່າ ລະບົບດັ່ງກ່າວ ຍິງສະກັດອາວຸດໃດໆທີ່ກຳລັງເຂົ້າມາ ໄດ້ຫຼືບໍ່.

ເຫດການທີ່ເກີດຂຶ້ນຄັ້ງຫຼ້າສຸດໃນວັນພຸດວານນີ້ຢູ່ທີ່ ອາລ ອາຊາດ ແມ່ນເປັນການໂຈມຕີດ້ວຍຈະຫຼວດ ຕິດຕໍ່ກັນຫຼາຍບັ້ນໂດຍພວກທະຫານບ້ານທີ່ໜຸນຫຼັງໂດຍອີຣ່ານ ແນໃສ່ຖານທັບຕ່າງໆຢູ່ໃນອີຣັກ ອັນທີ່ເປັນສະຖານທີ່ພັກຂອງທັງກຳລັງສະຫະລັດ ແລະພັນທະມິດ. ມັນຍັງເກີດຂຶ້ນບໍ່ເຖິງນຶ່ງອາທິດ ຫຼັງຈາກທີ່ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໄດ້ສັ່ງໃຫ້ໂຈມຕີທາງອາກາດຕໍ່ ສະ ຖານທີ່ແຫ່ງນຶ່ງໃນພາກຕາເວັນອອກຂອງຊີເຣຍ ຊຶ່ງບັນດາເຈົ້າໜ້າທີ່ສະຫະລັດ ໄດ້ກ່າວວ່າ ເປັນບ່ອນນຳໃຊ້ໂດຍພວກທະຫານບ້ານ ເພື່ອດຳເນີນການໂຈມຕີທັງຫຼາຍເຫຼົ່ານັ້ນ.

ໃນເວລານັ້ນ ທ່ານໄບເດັນ ໄດ້ກ່າວວ່າ ການໂຈມຕີທາງອາກາດນັ້ນແມ່ນໝາຍເຖິງເປັນການເຕືອນຕໍ່ອີຣ່ານວ່າ ຕົນ “ບໍ່ສາມາດປະຕິບັດໂດຍບໍ່ໄດ້ຮັບໂທດ.”

[[ https://www.voanews.com/middle-east/be-careful-biden-warns-iran-after-striking-tehran-backed-militias-syria ]]

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG