ປະທານາທິບໍດີ Barack Obama ກ່າວວ່າ ສະຫະລັດຈະດຳ
ເນີນງານຮ່ວມກັບອີຣັກ ເພື່ອຕີໂຕ້ການຟື້ນໂຕຄືນຂອງພວກກໍ່
ການຮ້າຍ al-Qaida.
ທ່ານ Obama ໄດ້ເຈລະຈາຫາລືຢູ່ທີ່ທໍານຽບຂາວໃນວັນສຸກ
ວານນີ້ ກັບນາຍົກລັດຖະມົນຕີອີຣັກ ທ່ານ Nouri al-Maliki
ທີ່ກໍາລັງດີ້ນລົນ ຢາກຮັກສາຄວາມເປັນປຶກແຜ່ນຂອງປະເທດ
ທ່ານໄວ້ ໃນຂະນະທີ່ຄວາມຮຸນແຮງລະຫວ່າງພວກທີ່ນັບຖື
ສາສະໜາອິສລາມນິກາຍ Sunni ແລະນິກາຍ Shiites ຂົ່ມ
ຂູ່ທີ່ຈະກາຍ ເປັນສົງຄາມກາງເມືອງ.
ກຸ່ມກໍ່ການຮ້າຍ al-Qaida ທີ່ສະໜັບສະໜຸນພວກ Sunni
ກໍາລັງເຮັດໃຫ້ສະຖານະການຊຸດໂຊມລົງແລະທ່ານ Obama
ກ່າວວ່າ ກຸ່ມ al-Qaida ແມ່ນຂົ່ມຂູ່ຕໍ່ຂົງເຂດດັ່ງກ່າວທັງໝົດ
ພ້ອມທັງສະຫະລັດນຳດ້ວຍ.
ທ່ານ Maliki ກ່າວວ່າ ອີຣັກມີຄວາມໝັ້ນໝາຍ ທີ່ຈະຈັດໃຫ້ມີ
ການເລືອກຕັ້ງ ຕາມກຳນົດເວລາໃນປີໜ້າ ເພາະທ່ານກ່າວວ່າ ການເສີມສ້າງຄວາມເຂັ້ມ
ແຂງໃຫ້ແກ່ປະຊາທິປະໄຕນັ້ນ ຈະອຳນວຍໃຫ້ລັດຖະບານ ຕໍ່ສູ້ກັບພວກກໍ່ການຮ້າຍ.
ການຢ້ຽມຢາມຂອງນາຍົກລັດຖະມົນຕີອີຣັກ ໄດ້ມີຂຶ້ນສອງປີ ຫລັງຈາກກໍາລັງທະຫານສະ
ຫະລັດໄດ້ຖອນອອກຈາກປະເທດດັ່ງກ່າວ ສ່ວນນຶ່ງກໍເປັນຍ້ອນວ່າ ທ່ານ Maliki ໄດ້ຮຽກ
ຮ້ອງໃຫ້ຖອນທະຫານເຫຼົ່ານີ້ອອກໄປ.
ທໍານຽບຂາວກ່າວວ່າ ການສືບຕໍ່ໃຫ້ຄວາມຊ່ວຍເຫຼືອແກ່ອີຣັກແມ່ນມີຄວາມຈໍາເປັນຮວມ
ທັງແຜນການຈັດສົ່ງເຮືອບິນລົບອາຍພົ່ນ F-16 ໄປໃຫ້ ໃນປີໜ້ານີ້.
ແຕ່ສະມາຊິກລັດຖະສະພາຈໍານວນນຶ່ງ ໄດ້ຕັ້ງຄຳຖາມ ກ່ຽວກັບການໃຫ້ຄວາມຊ່ວຍເຫຼືອ
ທາງດ້ານທະຫານດັ່ງກ່າວ.