ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ຈະທຳທຸກວິທີ ເພື່ອຫາທາງປ່ອຍ ພວກນັກຮຽນ ທີ່ຖືກລັກພາໂຕ ຢູ່ໄນຈີເຣຍ (ສະ​ໄລ​ດ໌/ວີດີໂອ)


ພວກຜູ້ຍິງ ເຂົ້າຮ່ວມປະທ້ວງ ຮຽກຮ້ອງໃຫ້ລັດຖະບານ ນຳເອົາ ບັນດາເດັກນັກຮຽນ ທີ່ຖືກລັກພາໂຕໄປ ກັບຄືນບ້ານ.
ພວກຜູ້ຍິງ ເຂົ້າຮ່ວມປະທ້ວງ ຮຽກຮ້ອງໃຫ້ລັດຖະບານ ນຳເອົາ ບັນດາເດັກນັກຮຽນ ທີ່ຖືກລັກພາໂຕໄປ ກັບຄືນບ້ານ.
ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry
ກ່າວ​ວ່າ ສະຫະລັດ “ຈະ​ທຳທຸ​ກວິທີ​ທາງເທົ່າທີ່ເປັນໄປໄດ້”
​ເພື່ອ​ປ່ອຍ​ນັກຮຽນ​ຍິງ 276 ຄົນ ​ທີ່​ຖືກ​ລັກພາ​ໂຕ​ໄປ ໂດຍ
ກຸ່່ມ​ຫົວຮຸນແຮງ Boko Haram ຂອງໄນຈີເຣຍ.

ໃນການຖະແຫຼງທີ່ນະຄອນຫລວງວໍ​ຊິງ​ຕັນ ໃນວັນພະຫັດ
ວານນີ້ ທ່ານ Kerry ກ່າວ​ວ່າ ທີ່ປຶກສາທາງດ້ານທະຫານ
​ຂອງສະຫະລັດ ​ໄດ້​ໄປ​ເຖິງໄນ​ຈີ​ເຣຍແລ້ວ​ ​ເພື່ອ​ໃຫ້ການ
​ຊ່ວຍ​ເຫລືອ​ດ້ານ​ສື່ສານ ພະລາທິການ ​ແລະ​ການ​ສືບ​ລັບ.

ທ່ານ​ Kerry ກ່າວ​ວ່າ “ຄະນະປະຕິບັດງານ ​ຂອງ​ພວກ​ເຮົາ
ໄປ​ເຖິງໄນ​ຈີ​ເຣຍ ​ແລ້ວແລະ​ ເຂົ​າ​ເຈົ້າ​ຈະ​ປະຕິບັດ​ງານ ​ຮ່ວມ​ກັບລັດຖະບານໄນ​ຈີ​ເຣຍ
ຂອງ​ປະ​ທາ​ນາ​ທິບໍດີGoodluck Jonathan ​ເພື່ອ​ປະຕິບັດ​ທຸກ​ສິ່ງຢ່າງ ທີ່​ເຮົາ​ສາມາດ
​ເຮັດໄດ້ ​ໃນ​ການ​ນຳ​ເອົາ​ພວກ​ເດັກ​ຍິງ ​ກັບ​ຄືນ​ມາ​ສູ່ຄອບຄົວ​ແລະ​ປະຊາ​ຄົມ​ຂອງ​ເຂົາ
ເຈົ້າ.ພວກ​ເຮົາ​ຍັງ​ຈະປະຕິບັດ​ທຸກສິ່ງ​ຢ່າງ​ທີ່​ເປັນ​ໄປ​ໄດ້ ​ເພື່ອຮັບມື​ກັບການຂົ່ມຂູ່ ຂອງ
ກຸ່ມ Boko Haram.”

ຢ່າງ​ໜ້ອຍ​ມີສາມ​ປະ​ເທດແລ້ວ ​ໄດ້​ປະກາດ​ໃຫ້ການ​ຊ່ວຍ​ເຫລືອແກ່ໄນ​ຈີ​ເຣຍໃນ ​ການ
​ຊອກ​ຫາພວກເດັກນ້ອຍເຫຼົ່ານີ້. ອັງກິດ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ທີ່ຈະ​ຊ່ວຍ​ເຫລືອ​ ​ຮູບ​
ພາບ​ຈາກດາວ​ທຽ​ມ ​ໃນ​ຂະນະ​ທີ່​ຝຣັ່ງ ກ່າວ​ວ່າ ຈະ​ສົ່ງ​ໜ່ວຍ​ຮັກສາ​ຄວາມ​ປອດ​ໄພໄປ
ຊ່ວຍ.

ໃນການຖະ​ແຫລ​ງ ຕໍ່ກອງ​ປະຊຸມ​ສຸດ​ຍອດ​ເສດຖະກິດ​ໂລກ ​ໃນ​ວັນ​ພະຫັດ​ວານ​ນີ້​ທີ່ນະ
ຄອນ Abuja ປະທານາທິບໍດີ​ໄນ​ຈີ​ເຣຍທ່ານ Goodluck Jonathan ​ໄດ້ ​ຂອບໃຈຕໍ່
ຈີນ ຊຶ່ງເປັນ​ປະ​ເທດ​ຫລ້າ​ສຸດທີ່​ໃຫ້​ຄຳ​ໝັ້ນ​ສັນຍາຈະຊ່ວຍເຫຼືອໃນການ ຊອກ​ຫາ​ພວກ​
ເດັກ​ຍິງ.

ທ່ານກ່າວ​ວ່າ​ ບັນດາ​ຜູ້​ເຂົ້າ​ຮ່ວມ​ກອງປະຊຸມ ​ໄດ້​ສະ​ແດງ​ການ​ສະໜັບສະໜູນ​ແກ່​ ໄນຈີ
ເຣຍແລະ​ເປັນ​ການສ້າງ “​ຄວາມເສຍຫາຍຢ່າງ​ໜັກ” ​ແກ່​ພວກ​ກໍ່​ການ​ຮ້າຍ. ທ່ານກ່າວ
​ວ່າ ຖ້າ​ຫາກບັນດາ​ຜູ້ຕາງໜ້າບໍ່ໄປຮ່ວມກອງປະຊຸມ ພວກ​ຫົວຮຸນແຮງ ກໍຈະ​ພາກັນ
ສະເຫຼີມສະຫລອງ ​ແລະ “​ກໍ່ຄວາມວຸ້ນວາຍ​ຕື່ມ​ອີກ.”
NIGERIA KIDNAPPING SOTVO
please wait

No media source currently available

0:00 0:00:59 0:00
XS
SM
MD
LG