ເຖິງແມ່ນຈະມີການຮຽກຮ້ອງຊໍ້າແລ້ວຊໍ້າອີກ ໂດຍປະທານາທິບໍດີສະຫະຣັດ ທ່ານ
ດໍໂນລ ທຣຳ ໃຫ້ລະດັບການຜະລິດນໍ້າມັນຄົງຢູ່ໃນລະດັບເດີມ ກໍຕາມ ແຕ່ອົງການ
ພວກປະເທດທີ່ຜະລິດນໍ້າມັນທີ່ນຳພາໂດຍຊາອຸດີຊຶ່ງລັດເຊຍແລະພັນທະມິດຂອງ
ເຂົາຮວມຢູ່ນຳກໍໄດ້ປະກາດໄປໃນວັນສຸກຜ່ານມາວ່າ ພວກຕົນຈະຕັດການປໍ້ານໍ້າມັນ
ດິບໃນທົ່ວໂລກລົງ ໃນຈຳນວນ 1 ລ້ານ 2 ແສນຖັງຕໍ່ມື້ ຊຶ່ງເປັນຈຳນວນໃຫຽ່ກວ່າທີ່
ຄາດຄິດໄວ້.
ພວກເຈົ້າໜ້າທີ່ ໂອເປັກກ່າວວ່າ ບໍ່ໄດ້ມີເລື້ອງການເມືອງໃດໆຢູ່ເບື້ອງຫຼັງການຕັດສີນ
ໃຈດັ່ງກ່າວ ແຕ່ເປັນຍ້ອນຄວາມເຫຼືອເຟືອ ຂອງນໍ້າມັນເປັນສິ່ງບັງຄັບໃຫ້ມີການເຄື່ອນ
ໄຫວນີ້ ແລະການຕັດສີນໃຈຂອງພວກຕົນແມ່ນເປັນຍ້ອນຄວາມກັງວົນທາງດ້ານແຈກ
ຢາຍ ວ່າປີໜ້າຈະມີຄວາມຮຽກຮ້ອງຕ້ອງການໜ້ອຍລົງ ແລະການຜະລິດນໍ້າມັນຢູ່ ໃນ
ສະຫະຣັດຈະສູງຂຶ້ນ.
ພວກນັກເສດຖະສາດນໍ້າມັນພາກັນເຫັນພ້ອມວ່າການຫຼຸດນໍ້າມັນລົງ ມີຄວາມຈຳເປັນ ເພື່ອບໍ່ໃຫ້ລາຄານໍ້າມັນຕົກຕໍ່າລົງໄປຕື່ມ ຊຶ່ງໄດ້ຫຼຸດລົງຕໍ່າກວ່າ 30 % ແລ້ວ ໃນເດືອນ
ຕຸລາ ແລະການຕັດສີນໃຈຂອງໂອເປັກ ກໍໄດ້ຮັບຄວາມຍ້ອງຍໍໂດຍພວກນັກວິເຄາະ
ດ້ານການຕະຫລາດຫຼາຍຄົນ.
ທ່ານ ແຮຣີ ຊິງລິງກິລຽນ ຫົວໜ້າບໍລິຫານດ້ານຍຸທະສາດການຕະຫຼາດຂອງບໍລິສັດ
ແອັນບີພີ ປາຣີບາສ ໄດ້ບອກ ບລູມເບີກວ່າ“ໂດຍການຄາດໝາຍທີ່ມີຂຶ້ນຢູ່ໃນທົ່ວໂລກ
ຈາກຜົນຂອງກອງປະຊຸມດັ່ງກ່າວ ຜົນປາກົດກໍຄືວ່າ ເປັນຄວາມຊື່ນຊົມຍິນດີຢ່າງບໍ່
ຄາດຄິດ.”
ລາຄານໍ້າມັນໄດ້ຖີບໂຕຂຶ້ນລຸນຫຼັງການປະກາດວ່າ ລາຄານໍ້າມັນດິບຈະຖີບຂຶ້ນເກືອບ
ເຖິງ 6 % ເປັນຖັງລະ 63 ໂດລາ 11 ເຊັນ.
ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ
Sun8/5/1 #2 SL