ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາກຕາເວັນຕົກຂອງ ສະຫະລັດ ອາກາດຮ້ອນອົບເອົ້າຫຼາຍ ທັງໄຟກໍໄໝ້ປ່ານຳ


ສະມາຊິກຂອງກົມປ່າໄມ້ ແລະ ປ້ອງກັນໄຟໄໝ້ ລັດຄາລິຟໍເນຍ ຕໍ່ສູ້ກັບໄຟໄໝ້ປ່າ ຢູ່ເຂດເນີນສູງໃນເມືອງ Burbank, ລັດຄາລິຟໍເນຍ. 2 ກັນຍາ, 2017.
ສະມາຊິກຂອງກົມປ່າໄມ້ ແລະ ປ້ອງກັນໄຟໄໝ້ ລັດຄາລິຟໍເນຍ ຕໍ່ສູ້ກັບໄຟໄໝ້ປ່າ ຢູ່ເຂດເນີນສູງໃນເມືອງ Burbank, ລັດຄາລິຟໍເນຍ. 2 ກັນຍາ, 2017.

ພາກຕາເວັນຕົກຂອງ ສະຫະລັດ ກຳລັງປະສົບກັບຄື້ນຄວາມຮ້ອນ ແລະ ໄຟໄໝ້ປ່າ
ຫຼາຍຄັ້ງ.

ໃນວັນເສົາວານນີ້, ເມືອງ ຊານ ຟຣານຊິສໂກ ໄດ້ບັນທຶກສະຖິຕິທີ່ຮ້ອນທີ່ສຸດຂອງເຂົາ
ເຈົ້າສຳລັບວັນທີ 2 ກັນຍາ, ດ້ວຍຄວາມສູງ 38 ອົງສາແຊລຊຽສ. ແຕ່ພຽງໜຶ່ງວັນກ່ອນ
ໜ້ານັ້ນ ເມືອງທີ່ເປັນເຂດເນີນສູງ ແມ່ນໄດ້ປະສົບກັບວັນທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ
ສູງເຖິງ 41 ອົງສາ.

ສະຖິຕິອຸນຫະພູມຄວາມຮ້ອນອື່ນໆ ຍັງໄດ້ຖືກລາຍງານໃນວັນເສົາວານນີ້ ໃນເມືອງ
ຊານ ໂຮເຊ, ຊານຕາ ຄຣູສ ແລະ ເມືອງ ຊານຕາ ໂຣຊາ ຂອງລັດຄາລິຟໍເນຍ ນຳ.

ໂຄສົກລະບົບການສັນຈັນສາທາລະນະ ເຂດອ່າວທະເລ ທ່ານນາງ Alicia Trost ໄດ້
ກ່າວວ່າ ລົດໄຟຫຼາຍຄັນ ໄດ້ຖືກສັ່ງໃຫ້ຫຼຸດຄວາມໄວລົງ ຢູ່ລາງລົດໄຟທີ່ຖືກແສງແດດ
ເຜົາໄໝ້ ຍ້ອນຄວາມເປັນຫ່ວງວ່າ ຄວາມຮ້ອນຈະເຮັດໃຫ້ລາງລົດໄຟຂະຫຍາຍ ແລະ
ປ່ຽນລາງເຫຼັກກໍເປັນໄດ້.

ໃນເມືອງ Los Angeles, ຜູ້ປົກຄອງເມືອງ ທ່ານ Eric Garcetti ໄດ້ກ່າວວ່າ ໄຟໄໝ້
ປ່າ ຢູ່ພາກເໜືອຂອງເມືອງ ແມ່ນຮ້າຍແຮງທີ່ສຸດໃນປະຫວັດສາດ ຂອງເມືອງ. ບັນດາ
ເຈົ້າໜ້າທີ່ດັບເພີງໄດ້ກ່າວວ່າ ເຂົາເຈົ້າມີຄວາມໝັ້ນໃຈວ່າ ຈະສາມາດຄວບຄຸມແປວ
ໄຟໄດ້, ຫລັງຈາກມັນໄດ້ທຳລາຍເຮືອນສອງຫຼັງ.

ທ່ານ Garcetti ໄດ້ປະກາດຄຳສັ່ງອົບພະຍົບ ສຳລັບເຮືອນຫຼາຍກວ່າ 700 ຫຼັງຢູ່ໃນ
ເມືອງ, ໃນຂະນະທີ່ບັນດານັກດັບເພີງ ໄດ້ຕໍ່ສູ້ກັບໄຟທີ່ໄດ້ໄໝ້ປ່າຍາວເຖິງ 20 ກິໂລ
ແມັດ ຂອງພູທີ່ປົກຫຸ້ມໂດຍປ່າໄມ້.

ບັນດານັກດັບເພີງບໍ່ສາມາດທີ່ຈະດັບໄຟປ່າຂະໜາດ 22 ຕາລາງກິໂລແມັດໄດ້ ໃນ
ສວນອຸດທະຍານແຫ່ງຊາດ Yosemite ເຊິ່ງມັນໄດ້ເຂົ້າໄປໃນປ່າ ທີ່ມີຕົ້ນໄມ້ຂະໜາດ
ໃຫຍ່ 106 ຕົ້ນ. ຕົ້ນໄມ້ຂະໜາດໃຫຍ່ແມ່ນນຶ່ງໃນບັນດາສິ່ງທີ່ມີຊີວິດຂະໜາດໃຫຍ່
ແລະ ມີຊີວິດດົນທີ່ສຸດຢູ່ໃນໂລກ ແລະ ລອດຊີວິດມາໄດ້ໂດຍທຳມະຊາດ ພຽງແຕ່ຢູ່
ໃນລັດຄາລິຟໍເນຍ ເທົ່ານັ້ນ. ມັນຍັງບໍ່ເປັນທີ່ຈະແຈ້ງໃນທັນທີທັນໃດ ວ່າ ຕົນໄມ້ດັ່ງ
ກ່າວໄດ້ຖືກໄຟໄໝ້ ຫຼື ບໍ່.

ໄຟຍັງໄດ້ໄໝ້ທີ່ດິນຫຼາຍກວ່າ 2,300 ຕາລາງກິໂລແມັດ ໃນທົ່ວລັດ Wyoming, ລັດ
ດາໂກຕ້າໃຕ້ ແລະ ລັດມອນແທນາ ນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG