ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ​​​​​ເຈລະຈາ ກັບ 7 ປະເທດອາຟຣິກາ ​ເລື້ອງອາ​ຊະ​ຍາ​ກຳຂ້າມ​ຊາດ


ກອງປະຊຸມສຸດຍອດ ສະຫະລັດ-ອາຟຣິກາ ທີ່ຫາກໍສິ້ນສຸດລົງ ກ່ອນກອງປະຊຸມ ສະຫະລັດ ກັບ ເຈັດປະເທດອາຟຣິກາ ຕາເວັນຕົກ.
ກອງປະຊຸມສຸດຍອດ ສະຫະລັດ-ອາຟຣິກາ ທີ່ຫາກໍສິ້ນສຸດລົງ ກ່ອນກອງປະຊຸມ ສະຫະລັດ ກັບ ເຈັດປະເທດອາຟຣິກາ ຕາເວັນຕົກ.

ກະຊວງ​ຕ່າງປະ​ເທດ ສະຫະລັດ ​ໄດ້​ເປັນ​ເຈົ້າພາບ​ຈັດການ​ເຈ
ລະຈາ​ຂຶ້ນ ​ທີ່ ນະຄອນຫລວງ​ວໍ​ຊິງ​ຕັນ ກັບ​ບັນດາ​ຜູ້ຕາງໜ້າ
​ຈາກ ​ເຈັດ​ປະ​ເທດ​ອາຟຣິກາ ​ເພື່ອສົນທະນາ​ກັນກ່ຽວ​ກັບ​ເລື້ອງ
ອາ​ຊະ​ຍາ​ກຳຂ້າມ​ປະ​ເທດ ທີ່​ມີ​ການຈັດ​ຕັ້ງ. ປະ​ເທດ​ດັ່ງກ່າວ
ມີຮວມ​ທັງ Benin, Cabo Verde, Cote d’lvoire, Ghana,
Liberia, Nigeria ​ແລະ Togo​.

ກະຊວງ​ຕ່າງປະ​ເທດ​ກ່າວ​ວ່າ ພວກກິດຈະກຳ​ອາ​ຍາຂ້າມ​ປະ
​ເທດ ​ໂດຍ​ສະ​ເພາະ ການ​ຄ້າຢາ​ເສບ​ຕິດນັ້ນ ​ແມ່ນເປັນ​ໄພ​ຂົ່ມ
ຂູ່​ຕໍ່​ສະຖຽນ​ລະ​ພາບ ​ຢູ່​ໃນອາ​ຟຣິກາ ຕາ​ເວັນ​ຕົກ ​ແລະ​ຄວາມ
​ໝັ້ນຄົງ​ແຫ່ງ​ຊາ​ດສະຫະລັດ. ລາຍ​ງານ​ກ່າວ​ວ່າ ລາຍໄດ້​ຈາກ
​ບັນດາ​ກິດຈະກຳ​ດັ່ງ​ກ່າວ ​ໄດ້​ໃຫ້ການ​ສະໜັບສະໜູນ​ແກ່​ພວກກຸ່ມຫົວ​ຮຸນ​ແຮງຈັດ ທີ່​ມັກ​ໃຊ້​ຄວາມ​ຮຸນ​ແຮງ.

​ໃນ​ກອງ​ປະຊຸມ​ວັນ​ສຸກ​ວານ​ນີ້ ຂອງ​ອົງການ​ລິ​ເລີ້ມການ​ຮ່ວມ​ມືດ້ານ​ຄວາມໝັ້ນຄົງໃນ ອາ
ຟຣິກາຕາ​ເວັນ​ຕົກ​ນັ້ນ ສະຫະລັດໄດ້​ໃຫ້​ຄຳ​ໜັ້ນສັນຍາ ​ທີ່​ຈະ​ສືບ​ຕໍ່ສະ​ເໜີ​ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ເທັກ​ນິກ ​ແກ່ບັນດາ​ປະ​ເທດອາ​ຟຣິກາຕາ​ເວັນ​ຕົກ ​ເພື່ອ​ສ້າ​ງຕັ້ງ​ສະ​ຖາ​ບັນ
ລັດຖະບານ ໃຫ້ມີ​ສະມັດ​ຕະພາບ ​ແລະສັງ​ຄົມ​ພົນລະ​ເຮືອນ​ທີ່ຫ້າວຫັນ ເພື່ອ​ຈັດການ​ກັບ​ບັນຫາອາ​ຊະຍະ​ກໍາຂ້າມຊາດ​ທີ່​ມີ​ການຈັດ​ຕັ້ງ. ກະຊວງ​ຕ່າງປະ​ເທດສະຫະລັດ ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ​ທີ່​ຈະ​ປະຕິບັດ​ງານ​ເພື່ອ​ຫລຸດຜ່ອນຄວາ​ມຮຽກຮ້ອງ​ຕ້ອງການ ຢາ​ເສບ​ຕິດ​ຜິດ​ກົດໝາຍ ຢູ່​ໃນ​ຂົງ​ເຂດ.

ສະຫະລັດ ກ່າວ​ວ່າ ການ​ຕໍ່ສູ້​ກັບ​ກິດ​ຈະ​ກຳ​ເຫລົ່ານີ້ ຕ້ອງ​ໄດ້​ມີ​ການປະສານ​ງານ​ກັນ ລະ
ຫວ່າງລັດຖະບານຕ່າງໆ ຕາມ​ຂໍ້​ຕົກລົງເລື້ອງການ​ຄວບ​ຄຸມຢາ​ເສບ​ຕິດ ​ແລະຕໍ່​ຕ້ານອາ​ຊະ​ຍາກຳ ຂອງອົງການ​ສະຫະ​ປະຊາ​ຊາດ.

XS
SM
MD
LG