ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັຟກາ​ນິສຖານ ກັບ​ສະຫະລັດ ​ເຊັນຂໍ້ຕົກລົງ ດ້ານ​ຄວາມ​ໝັ້ນຄົງ​ ສອງ​ຝ່າຍ


An eagle of the Guard from Above company grasps a drone during a police exercise in Katwijk, the Netherlands.
An eagle of the Guard from Above company grasps a drone during a police exercise in Katwijk, the Netherlands.

ລັດ​ຖະບານ​ໃໝ່​ຂອງ​ອັຟກາ​ນິສຖານ ກັບ​ສະຫະລັດ ​ໄດ້​ເຊັນ
ຂໍ້ຕົກລົງ ດ້ານ​ຄວາມ​ໝັ້ນຄົງ​ສອງ​ຝ່າຍ ທີ່​ໄດ້​ລ່າ​ຊ້າ​ມາ​ນານ​ນັ້ນ
ຊຶ່ງ​ຈະ​ອະ​ນຸຍາດ​ໃຫ້​ທະຫານ​ສະຫະລັດ ປະມານ 1 ໝື່ນ​ຄົນ ຍັງ​
ປະຈຳການ​ຢູ່​ໃນ​ອັຟກາ​ນິສຖານ​ໄດ້​ຕໍ່​ໄປ ຫລັງ​ຈາກ​ພາລະກິດ​
ສູ້​ລົບ​ຂອງ​ກອງ​ທະຫານ​ນາໆ​ຊາດ ສິ້ນ​ສຸ​ດລົງ ​ໃນ​ວັນ​ທີ 31
ທັນວາ​ປີ​ນີ້.

ທັງສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ດັ່ງກ່າວ ໃນວັນອັງຄານມື້ນີ້
ນຶ່ງ​ມື້ ຫລັງ​ຈາກ​ທ່ານ Ashraf Ghani ​ໄດ້​ເຂົ້າ​ຮັບ​ຕຳແໜ່​ງປະທາ
ນາທິບໍດີ ອັຟກາ​ນິສຖານ ​ແທນ​ທ່ານ Hamid Karzai ຢ່າງ​ເປັນ​
ທາງ​ການ.

AFGHAN US VO
please wait
Embed

No media source currently available

0:00 0:00:51 0:00


ຢູ່​ພາຍ​ໃຕ້​ການ​ປ້ອງ​ກັນ​ຄວາ​ມປອດ​ໄພ​ຢ່າງ​ໜາ​ແໜ້ນ ບັນດາຜູ້​ຕ່າງ​ໜ້າ​ ຈາກ​ທົ່ວ​ໂລກ ​ໄດ້​ ເຂົ້າຮ່ວມກັບ​ບັນດາ​ຜູ້ນຳ​ທາງ​ການເມືອງ ​ແລະສາສະ ໜາຂອງອັຟກາ​ນິສຖານ ​ໃນ​ພິທີ​ສາບານ​ໂຕເຂົ້າຮັບຕຳແໜ່ງ ປະທານາ ທິບໍດີ ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ໄດ້​ຈັດ​ຂຶ້ນຢູ່​ທຳນຽບ​ປະທານາທິບໍດີ​ ໃນ​ນະຄອນຫລວງກາ​ບູລ.

ສ່ວນ ທ່ານ Abdullah Abdullah ​ຜູ້​ສະມັກ​ເລືອກ​ຕັ້ງ​ ທີ່​ໄດ້​ຄະ​ແນນ​ສູ​ສີ​ກັບ​ທ່ານ Ghani ນັ້ນ ກໍ​ໄດ້​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ ຫົວໜ້າ​ບໍລິຫານ​ຄົນ​ໃໝ່ຂອງ​ປະ​ເທດ ​ພາຍ​ໃຕ້​ຂໍ້​ຕົກລົງ​ຄອງ​ອຳນາດຮ່ວມກັນ​ ທີ່​ໄດ້​ບັນລຸ​ ລຸນ​ຫລັງ​ເກີດ​ວິ​ກິດ​ການ​ຜິດ​ຖຽງ​ກັນຫລັງ​ການ​ເລືອກ​ຕັ້ງ ​ເປັນ​ເວລາ​ຫລາຍ​ເດືອນ​.

ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ສະ​ຫະລັດ ທ່ານ John Kerry ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ນຳ ຜູ້ນຳທັງ​ສອງ​ທ່ານ ​ແລະຊົມ​ເຊີຍພວກ​ທ່ານ​ທີ່​ໄດ້ ຫັນປ່ຽນ “ຊ່ວງ​ເວລາ​ແຫ່​ງການ​ທ້າ​ທາຍ​” ​ ໄປ​ເປັນ “ຊ່ວງ​ເວລາ​ແຫ່ງໂອກາດ​ອັນ​ແທ້​ຈິງ.”

XS
SM
MD
LG