ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຍິນດີນຳການປ່ອຍໂຕ ຊາວອາເມຣິກັນ 2 ຄົນ ຈາກການຄຸມຂັງ ຂອງກຸ່ມຕາລີບານ


ແຟ້ມພາບ - ໂຄສົກກະຊວງການຕ່າງປະເທດ ທ່ານເນດ ໄພຣສ໌ ກ່າວຖະແຫລງ ຢູ່ທີ່ກະຊວງການຕ່າງປະເທດ ໃນວັນທີ 10 ມີນາ 2022, ໃນນະຄອນຫຼວງວໍຊິງຕັນ. ທ່ານໄພຣສ໌ ໄດ້ກ່າວໃນວັນທີ 20 ທັນວາ 2022, ວ່າ ກຸ່ມຕາບີບານ ໄດ້ປ່ອຍໂຕຊາວອາເມຣິກັນສອງຄົນ ທີ່ຖືກຄວບຄຸມໂຕ ໃນອັຟການິສຖານ.
ແຟ້ມພາບ - ໂຄສົກກະຊວງການຕ່າງປະເທດ ທ່ານເນດ ໄພຣສ໌ ກ່າວຖະແຫລງ ຢູ່ທີ່ກະຊວງການຕ່າງປະເທດ ໃນວັນທີ 10 ມີນາ 2022, ໃນນະຄອນຫຼວງວໍຊິງຕັນ. ທ່ານໄພຣສ໌ ໄດ້ກ່າວໃນວັນທີ 20 ທັນວາ 2022, ວ່າ ກຸ່ມຕາບີບານ ໄດ້ປ່ອຍໂຕຊາວອາເມຣິກັນສອງຄົນ ທີ່ຖືກຄວບຄຸມໂຕ ໃນອັຟການິສຖານ.

ກະຊວງການຕ່າງປະເທດໄດ້ຍິນດີກັບການປ່ອຍໂຕພົນລະເມືອງສະຫະລັດສອງຄົນ ຈາກການຄຸມຂັງຂອງກຸ່ມຕາລີບານ ໃນອັຟການິສຖານ. ທັງສອງຄົນນີ້ ໄດ້ເດີນທາງໄປຍັງປະເທດກາຕ້າ ໃນວັນອັງຄານວານນີ້ ຈາກສະຖານທີ່ແຫ່ງນີ້ ທີ່ພວກເຂົາເຈົ້າ ຈະຂີ່ເຮືອບິນມາຍັງສະຫະລັດ ເພື່ອກັບຄືນໄປຫາຄອບຄົວຂອງພວກເຂົາເຈົ້າ.

“ພວກເຮົາໃນຖານະມີຄວາມປິຕິຍິນດີນຳການປ່ອຍໂຕຊາວອາເມຣິກັນສອງຄົນ ທັງສອງເປັນພົນລະເມືອງສະຫະລັດ ຈາກການຖືກຄຸມຂັງໃນອັຟການິສຖານ. ພວກເຮົາກຳລັງສະໜອງພົນລະເມືອງສະຫະລັດທັງສອງຄົນນີ້ ດ້ວຍການຊ່ອຍເຫຼືອທີ່ເໝາະສົມທຸກຢ່າງ” ທ່ານເນດ ໄພຣສ໌ ໂຄສົກກະຊວງການຕ່າງປະເທດ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້.

ເຈົ້າໜ້າທີ່ສະຫະລັດ ບໍ່ທັນໄດ້ເປີດເຜີຍຕົວຂອງບຸກຄົນທັງສອງເທື່ອ.

ໃນເດືອນສິງຫາ ຄະນະກຳມະການເພື່ອປົກປ້ອງນັກຂ່າວ ຫຼື CPJ ໄດ້ລາຍງານວ່າ ທາງການຂອງຕາລີບານ ໄດ້ຄວບຄຸມໂຕ ທ່ານອາວໍ ເຊຍເຣີ (Ivor Shearer) ສັນຊາດສະຫະລັດ ແລະເພື່ອນຮ່ວມງານຂອງທ່ານ ຊາວອັຟການິສຖານ ເມື່ອພວກເຂົາໄດ້ຖ່າຍທຳສະຖານທີ່ຂອງການຖິ້ມລະເບີດຂອງເຮືອບິນໂດຣນສະຫະລັດ ບ່ອນທີ່ຜູ້ນຳກຸ່ມອາລ-ກາອີດາ ໄອແມນ ອາລ-ຊາວາຮີຣີ ໄດ້ຖືກສັງຫານ.

ມັນເປັນທີ່ເຊື່ອກັນວ່າ ທ່ານເຊຍເຣີ ເປັນນຶ່ງໃນສອງພົນລະເມືອງສະຫະລັດ ທີ່ໄດ້ຖືກປ່ອຍໂຕ ໂດຍກຸ່ມຕາລີບານ. ຊະຕາກຳຂອງເພື່ອນຮ່ວມງານຊາວອັຟການິສຖານຂອງທ່ານເຊຍເຣີ ນັ້ນ ແມ່ນບໍ່ເປັນທີ່ຈະແຈ້ງເທື່ອ.

ທ່ານໄພຣສ໌ ໄດ້ກ່າວວ່າ ການປ່ອຍໂຕນັ້ນ ບໍ່ແມ່ນການແລກປ່ຽນນັກໂທດ ຫຼື ເປັນການຈ່າຍເງິນໃຫ້ແກ່ກຸ່ມຕາລີບານ.

ທ່ານເວົ້າວ່າ “ພວກເຮົາເຂົ້າໃຈເລື້ອງນີ້ ຫຼື ຢ່າງໜ້ອຍກຸ່ມຕາລີບານ ໄດ້ອະທິບາຍແກ່ພວກເຮົາ ວ່າ ເປັນການສະແດງອອກເຖິງເຈດຕະນາທີ່ດີ.”

ການປ່ອຍໂຕພົນລະເມືອງສະຫະລັດສອງຄົນ ກໍໄດ້ຖືກຍົກຍ້ອງ ແຕ່ໃນມື້ດຽວກັນນັ້ນ ເຈົ້າໜ້າທີ່ອາເມຣິກັນ ໄດ້ປະນາມການປະກາດຫ້າມພວກແມ່ຍິງຊາວ ອັຟການິສຖານ ບໍ່ໃຫ້ເຂົ້າມະຫາວິທະຍາໄລຂອງເອກະຊົນແລະຂອງຫຼວງ. ກຸ່ມຕາລີບານ ໄດ້ທຳການປະກາດໃນວັນອັງຄານວານນີ້.

“ມັນເປັນການຂັດກັບການມອບແກ່ພວກເຮົາ ການສະແດງອອກເຖິງເຈດຕະນາທີ່ດີ ໃນມື້ບ່ອນທີ່ພວກເຂົາເຈົ້າ ໄດ້ສະແດງອອກຄືກັບແບບນີ້ ຕໍ່ປະຊາຊົນຊາວ ອັຟການິສຖານ, ມັນບໍ່ໄດ້ມີຜົນແກ່ພວກເຮົາເລີຍ” ທ່ານໄພຣສ໌ ໄດ້ກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG