ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ພິຈາລະນາ ການຊ່ວຍເຫລືອ ພວກຕໍ່ຕ້ານ ໃນຊີເຣຍ (ສະໄລດ໌)


ປະທານາທິບໍດີສະຫະລັດ ທ່ານ BarackObama ພວມທຳ​ການ
ພິຈາລະນາ ກ່ຽວ​ກັບ​ການ​ສົ່ງ​ອາວຸດ ​ໄປ​ໃຫ້​ພວກ​ຕໍ່ຕ້ານ​ໃນຊີ​ເຣຍ
ປະທານາທິບໍດີສະຫະລັດ ທ່ານ BarackObama ພວມທຳ​ການ ພິຈາລະນາ ກ່ຽວ​ກັບ​ການ​ສົ່ງ​ອາວຸດ ​ໄປ​ໃຫ້​ພວກ​ຕໍ່ຕ້ານ​ໃນຊີ​ເຣຍ
ມີ​ລາຍ​ງານ​ວ່າ ປະທານາທິບໍດີສະຫະລັດ ທ່ານ Barack
Obama ພວມທຳ​ການພິຈາລະນາກ່ຽວ​ກັບ​ການ​ສົ່ງ​ອາວຸດ​ໄປ​
ໃຫ້​ພວກ​ຕໍ່ຕ້ານ​ຊີ​ເຣຍ ຊຶ່ງ​ເປັນ​ການ​ເຄື່ອນໄຫວ​ທີ່ສະຫະລັດ​
ໄດ້​ຄັດ​ຄ້ານ ​ເພາະຢ້ານ​ວ່າອາວຸດເຫຼົ່ານີ້ອາດ​ຈະ​ໄປ​ຕົກຢູ່​ໃນ​
ກໍາມື​ຂອງພວກ​ກໍ່​ການ​ຮ້າຍ ຕໍ່ຕ້ານ​ປະ​ເທດ​ຕາ​ເວັນ​ຕົກ.

ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ທໍານຽບຂາວ ກ່າວ​ວ່າ ປະທາ
ນາທິບໍດີ ຍັງ​ບໍ່​ທັນ​ໄດ້​ຕັດສິນ​ໃຈ​ເທື່ອແຕ່​ໄດ້​ຖາມ​ຄະນະ​ທີ່​ປຶກ
ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດຂອງ​ທ່ານ ລະບຸຊ່ອງ​ທາງ
ທີ່ສະຫະລັດ​ສາມາດ​ເພີ້​ມ​ການ​ໃຫ້​ຄວາມຊ່ວຍ​ເຫລືອ​ຂອງ​ຕົນ.

​ເທົ່າ​ທີ່​ຜ່ານ​ມາ ການ​ຊ່ວຍ​ເຫລືອແມ່ນໄດ້​ຈໍາກັດ ແຕ່​ການ​ໃຫ້​
ຄວາມ​ສະໜັບສະ​ໜຸນທີ່​ບໍ່​ແມ່ນ​ອາວຸດທໍ່​ນັ້ນ.

ໂຄສົກຂອງສະພາ​ຄວາມ​ປອດ​ໄພແຫ່ງ​ຊາດ ທ່ານ​ນາງ Caitlin Hayden ກ່າວ​ຢູ່​ໃນ​ຖະ​ແຫລ​ງການສະບັບ​ນຶ່ງ​ທີ່ນຳ​ອອກ​ເຜີຍ​ແຜ່​ໃນ​ຕອນ​ແລງ​ຂອງ​ວັນ​ອັງ ຄານວານ​ນີ້ວ່າ ການ​ຊ່ວຍ​ເຫລືອ​ຂອງສະຫະລັດ ​ແກ່​ພວກ​ຕໍ່ຕ້ານ​ຊີ​ເຣຍ “ແມ່ນ ຢູ່​ໃນ​ເສັ້ນ​ທາງ​ທີ່​ເພີ້ມຂຶ້ນ.” ​ແຕ່​ບັນດາເຈົ້າ​ໜ້າ​ທີ່ກ່າວ​ວ່າ ຍັງ​ມີການ​ດຳ​ເນີນ​ຄວາມພະຍາຍາມ​ຢູ່​ຕໍ່​ມາ ​ເພື່ອໃຫ້​ມີການ​ແກ້​ໄຂທາງ​ການ​ເມືອງຕໍ່ວິ​ກິດ​ການໃນຊີ​ເຣຍ ທີ່ໄດ້​ແກ່ຍາວ​ມາ​ເປັນ​ເວລາ​ກວ່າ​ສອງ​ປີ​ແລ້ວນັ້ນ.

ປະທານາທິບໍດີ Barack Obama ກ່າວໃນ​ວັນ​ອັງຄານວານ​ນີ້​ວ່າ ທ່ານ​ຕ້ອງການ
ຄວາມ​ຈິງ​ຕື່ມ​ອີກກ່ຽວ​ກັບການ​ໃຊ້ອາວຸດ​ເຄມີ ຢູ່​ໃນຊີ​ເຣຍ ກ່ອນ​ການ​ຕັດສິນ​ໃຈ​ທີ່​
ຈະ​ເອົາບາດກ້າວ​ໜັກ​ຂຶ້ນ ຕໍ່​ລັດຖະບານ​ຂອງປະທານາທິບໍດີ Bashar al-Assad.

ພາບຫລ້າສຸດ ຈາກຊີເຣຍ:

XS
SM
MD
LG