ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລົມຫົວກຸດ ປະທະ ນະຄອນນີວຢ໊ອກ


ຄວາມຮຸນແຮງຂອງລົມຫົວກຸດ ຫຼື Tornadoes ທີ່ປະທະສອງເຂດ ຂອງນະຄອນນີວຢ໊ອກ ເມື່ອວັນເສົາ ທີ່ 8 ເດືອນກັນຍາ 2012 ນີ້.
ຄວາມຮຸນແຮງຂອງລົມຫົວກຸດ ຫຼື Tornadoes ທີ່ປະທະສອງເຂດ ຂອງນະຄອນນີວຢ໊ອກ ເມື່ອວັນເສົາ ທີ່ 8 ເດືອນກັນຍາ 2012 ນີ້.
ສະພາບອາກາດ​ປັ່ນ​ປ່ວນ​ຮຸນ​ແຮງ ​ໄດ້ພັດ​ປະ​ທະ​ໄປ​ທົ່ວຂົງ​ເຂດ
ພາກ​ຕາ​ເວັນ​ອອກສຽງ​ເໜືອທີ່ຮ້ອນ​ເອົ້າ ຂອງ​ສະຫະລັດ​ເມື່ອ​ວັນ​
ເສົາວານ​ນີ້ ພ້ອມ​ກັບ​ນໍາເອົາຝົນຕົກ​ທີ່​ຮຸນ​ແຮງກະ​ໜໍ່າລົງ​ມາ ທໍາ
ລາຍ​ກະ​ແສ​ໄຟຟ້າ ​ແລະ​ປ່ອຍລົມພາຍຸຫົວກຸດສອງ​ລູກ ​ຖະຫລົ່ມ​
ເມືອງ​ນີວຢ໊ອກ.

ລົມ​ຫົວກຸດ​ລູກ​ນຶ່ງ​ໄດ້​ຖະຫລົ່ມ​ຄຸ້ມ​ Queens ​ແລະ​ອີກ​ລູກ​ນຶ່ງ​ຖະຫລົ່ມຄຸ້ມ Brooklyn ຂອງ​ນະຄອນ​ນີວຢ໊ອກ ​ທີ່​ເຮັດ​ໃຫ້​ຊາວ​ເມືອງ​ຂອງ​ສອງ​ຄຸ້ມ​ດັ່ງກ່າວ​ຕື່ນ​ຕົກ​ໃຈ ພາກັນແລ່ນ​ໜີ​ໄປ​ຍັງ​ບ່ອນ​ປອດ​ໄພ ​ເມື່ອ​ຮູ້​ວ່າແມ່ນ ຫຍັງ​ກໍາລັງເກີດຂຶ້ນ​ແທ້ໆ​.

ລົມ​ຫົວກຸດ ພັດ​ລົດ​ລາ​ປິ້ນຂວໍ້າ​ໄປຫຼາຍຄັນ ພັງ​ຕົ້ນ​ໄມ້ ​ແລະ​ທໍາລາຍ​ບ້ານ ​ເຮືອນຫຼາຍຫຼັງ. ​ແຕ່​ບໍ່​ມີ​ລາຍ​ງານ​ວ່າ​ມີ​ການ​ບາດ​ເຈັບ​ລົ້ມ​ຕາຍ. ​ພາຍຸ​ດັ່ງ ກ່າວ​ໄດ້​ບັງຄັບ​ໃຫ້​ ​ເຈົ້າໜ້າ​ທີ່​ຕ້ອງ​ໄດ້​ເລື່ອນ​ການ​ແຂ່ງຂັນເຕັນ​ນີສຍິງ US Open ຮອບ​ສຸຊິງຊະນະ​ເລີດທີ່​ນີວຢ໊ອກ. ລົມ​ຫົວກຸດ ​ໂທ​ເນ​ໂດ ນີ້ ຈະ​ເກີດ​ຂຶ້ນຢູ່​ ເປັນ​ປະ​ຈໍາ​ຍາມ​ລະດູບານ​ໃໝ່ ​ແລະ​ລະ​ດູ​ຮ້ອນ​ຢູ່ພາກ​ກາງຂອງ ​ສະຫະລັດ ​ແຕ່​ບໍ່​ສູ້ເຫັນເກີດຂຶ້ນ​ຢູ່​ນີວຢ໊ອກ.

ພາຍຸ​ຝົນ​ຮຸນ​ແຮງ​ໄດ້ພັດ​ປະ​ທະ​ໄປ​ຕາມ​ເຂດແຄມ​ຝັ່ງມະຫາ​ສະມຸດ​ອັດ​ແ​ລນ​ຕິກ ຈາກເຂດ New England ​ກໍ້າ​ຕາ​ເວັນ​ອອກສຽງ​ເໜືອ ລົງ​ໃຕ້ໄປ​ຈົນ​ເຖິງລັດ Carolina ​ເໜືອ ​ເມື່ອ​ວັນເສົາ​ວານ​ນີ້ ຊຶ່ງ​ເປັນ​ສະພາບ​ອາກາດ​ປັ່ນ​ປ່ວນ​ດຽວ​ກັນກັບ ​ທີ່ໄດ້ນໍາ​ເອົາ​ພາຍຸ​ຮ້າຍ​ແຮງ​ສູງ ມາ​ພັດຖະລົ່ມພາກ​ກາງ​ຕອນເທິງ​ຂອງ​ສະຫະລັດ ​ແລະ​ເອົາ​ຊີວິດ​ໄປ 4 ຄົນ.
XS
SM
MD
LG