ພາຍຸໃຫຍ່ຄັ້ງຫລ້າສຸດຂອງປີນີ້ ໄດ້ເຮັດໃຫ້ເກີດສະພາບທີ່ປົກຄຸມດວ້ຍຫິມະຫລາຍຢູ່ໃນບາງສ່ວນຂອງເຂດຕາເວັນຕົກຕອນກາງຂອງປະເທດ ແລະກຳລັງນຳເອົາຫິມະ ແລະນ້ຳກ້ອນໄປສູ່ເຂດນິວອິງແກລນ (New England) ຢູ່ທາງພາກຕາເວັນອອກສຽງເໜືອຂອງສະຫະລັດ.
ພາຍຸທີ່ມີຄວາມຮ້າຍແຮງຂຶ້ນ ທີ່ເລີ້ມຕົ້ນຂຶ້ນຢູ່ໃນຂົງເຂດຕາເວັນຕົກສຽງເໜືອຂອງມະຫາສະໝຸດປາຊີຟິກ ກຳລັງເຄື່ອນຍ້າຍຂ້າມປະເທດໄປ ຊຶ່ງເຮັດໃຫ້ຫລາຍລ້ານຄົນໄດ້ຮັບຜົນກະທົບ ກ່ອນຈະຮອດວັນສະຫລອງປີໃໝ່.
ພາຍຸໄດ້ຫົວນີ້ໄດ້ເຮັດໃຫ້ມີຫິມະຕົກໜັກຢູ່ຕາມເຂດຕ່າງໆຂອງລັດມິນເນໂຊຕາ, ດາໂກຕາເໜືອ ແລະດາໂກຕາໃຕ້ ໃນວັນຈັນວານນີ້ ໂດຍທີ່ມີຫິມະຕົກສູງເຖິງ 53 ຊັງຕີແມັດ ແລະເຮັດໃຫ້ລົດຫລາຍຮ້ອຍຄົນຕຳກັນ ແລະເຮັດໃຫ້ທາງດ່ວນຕໍ່ໃສ່ລັດຕ່າງໆ ຫລາຍສາຍຖືກປິດ.
ຂະນະທີ່ພາຍຸເຄື່ອນໄປຫາພາກຕາເວັນອອກ ຫົວລົມແຮງໃນຂະໜາດສູງກວ່າ 80 ກິໂລແມັດຕໍ່ຊົ່ງໂມງ ໄດ້ເຮັດໃຫ້ໄຟຟ້າດັບຢູ່ໃນລັດມິຊິແກນ, ໂອຮາຍໂອ ແລະນິວຢອກ.
ພາກສ່ວນຕ່າງໆຢູ່ພາກໃຕ້ຂອງເຂດ ນິວອິງແກລນ (New England) ໄດ້ປະເຊີນກັບຝົນ ທີ່ຕົກລົງມາເປັນນ້ຳກ້າມ ແລະແຂງ ໃນຂະນະທີ່ພາກເໜືອ ຂອງ ນິວອິງແກລນ (New England) ກຳລັງໄດ້ຮັບຫິມະຕົກລົງມາຢູ່ນັ້ນ.
ພາຍຸໄດ້ເລີ້ມຂຶ້ນໃນອາທິດແລ້ວນີ້ເຂດຕາເວັນຕົກສຽງເໜືອ ຂອງມະຫາສະໝຸດປາຊີຟິກ ໂດຍນຳເອົາຫິມະ 54 ຊັງຕີແມັດໄປສູ່ພາກເໜືອຂອງລັດຄາລິຟໍເນຍ. ພາກສ່ວນຕ່າງໆຂອງລັດຄາລິຟໍເນຍແມ່ນມີຝົນຕົກໜັກ ໃນຂະນະທີ່ ຫິມະໄດ້ກະທົບໃສ່ເຂດຕ່າງໆຂອງລັດເທັກຊັສ, ໂອກລາໂອມາ ແລະເນບຣັສກາ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ