ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພາຍຸຫິມະໃຫຍ່ພັດຖະຫຼົ່ມ ເຂດນະຄອນຫຼວງ ສຫລ


ພາຍຸຫິມະໃຫຍ່ ທີ່ພັດຖະຫຼົ່ມ ເຮັດໃຫ້ເຂດແຄມຝັ່ງທະເລ ກໍ້າຕາເວັນອອກຂອງສະຫະລັດ ເປັນອຳມະພາດ ໂດຍທີ່ຖະໜົນຫົນທາງສາຍສຳຄັນໆ ແລະລະບົບຂົນ ສົ່ງສາທາລະນະ ຢຸດຊະງັກລົງ (26 ມັງກອນ 2011)
ພາຍຸຫິມະໃຫຍ່ ທີ່ພັດຖະຫຼົ່ມ ເຮັດໃຫ້ເຂດແຄມຝັ່ງທະເລ ກໍ້າຕາເວັນອອກຂອງສະຫະລັດ ເປັນອຳມະພາດ ໂດຍທີ່ຖະໜົນຫົນທາງສາຍສຳຄັນໆ ແລະລະບົບຂົນ ສົ່ງສາທາລະນະ ຢຸດຊະງັກລົງ (26 ມັງກອນ 2011)

ພາຍຸຫິມະໃຫຍ່ຫົວນຶ່ງ​ ໄດ້ເຮັດໃຫ້ສ່ວນໃຫຍ່ຂອງເຂດແຄມ
ຝັ່ງທະເລທາງພາກຕາເວັນອອກຂອງສະຫະລັດຕົກຢູ່ໃນສະ
ພາບເປັນ​ເປ້ຍ​ລ່ອຍຄືຖະໜົນຫົນທາງສາຍສຳຄັນໆແລະລະ
ບົບຂົນສົ່ງສາທາລະນະ ຢຸດຊະງັກລົງ.

ພາຍຸທີ່ມີການເຄື່ອນຍ້າຍໄວຫົວນີ້ ໄດ້ນຳເອົາຫິມະທີ່ໜາ
ເຖິງ 25 ຊັງຕີແມັດ ມາສູ່ເຂດນະຄອນຫຼວງວໍຊິງຕັນຊຶ່ງ
ສ່ວນໃຫຍ່ແລ້ວ ແມ່ນໄດ້ຕົກລົງມາໃນເວລາຊົ່ວໂມງເລີກ
ການຕອນແລງ ເຮັດໃຫ້ພວກທີ່ໄປເຮັດວຽກເຮັດການຕົກ
ຄ້າງເປັນເວລາຫຼາຍຊົ່ວໂມງ ຢູ່ຕາມຖະໜົນຫົນທາງສາຍ
ສຳຄັນຕ່າງໆທັງເຂົ້າແລະອອກຈາກນະຄອນຫຼວງຂອງສະ
ຫະລັດ.

ພ້ອມນີ້ ຍັງມີເຮືອນອີກຫຼາຍພັນຫຼັງ ບໍ່ມີໄຟຟ້າໃຊ້ ຍ້ອນຫິມະແລະນໍ້າກ້ອນໄດ້ເຮັດໃຫ້ສາຍ
ໄຟຂາດ.

ນອກນັ້ນພາຍຸຫົວນີ້ ຍັງມີຜົນກະທົບຕໍ່ການເດີນທາງກັບຄືນຈາກການໄປປາກົດໂຕທີ່ລັດວິສ
ຄັນຊິ່ນຂອງປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ. ຂະບວນລົດຂອງປະທານາທິບໍ
ດີ ໄດ້ໃຊ້ເວລາປະມານນຶ່ງຊົ່ວໂມງ ເດີນທາງຈາກຖານທັບອາກາດ Andrew ມາຍັງທຳນຽບ
ຂາວ ຫຼັງຈາກເຮືອບິນເຮຣີຄອບເຕີ້ຂອງປະທານາທິບໍດີ ໄດ້ຮັບຄຳສັ່ງ ບໍ່ໃຫ້ຂຶ້ນບິນຍ້ອນສະ
ພາບດິນຟ້າອາກາດປັ່ນປ່ວນ.

XS
SM
MD
LG