ລົມພາຍຸຝົນແລະພາຍຸ tornadoes ທີ່ຮ້າຍແຮງໄດ້ເອົາຊີວິດຜູ້ຄົນໄປຢ່າງໜ້ອຍ 6 ຄົນໃນພາກກາງສະຫະລັດ ໃນເວລາພຽງ 2 ມື້ຫລັງຈາກປະຊາຊົນຫຼາຍກວ່າ 100 ຄົນໄດ້ເສຍຊີວິດໄປໃນລັດ Missouri ທີ່ຢູ່ໃກ້ຄຽງ ໃນລົມພາຍຸ tornadoes ທີ່ຮ້າຍແຮງທີ່ສຸດທີ່ໄດ້ພັດຖະຫຼົ່ມ ສະຫະລັດໃນຮອບເກືອບ 60 ປີຜ່ານມາ.
ບັນດາເຈົ້າໜ້າທີ່ຮັບມືກັບພາວະສຸກເສີນກ່າວວ່າ ປະຊາຊົນຢ່າງໜ້ອຍ 6 ຄົນເສຍຊີວິດ ໃນວັນອັງຄານວານນີ້ທີ່ລັດ Oklahoma ແລະລັດ Kansas. ຄວາມເສຍຫາຍໜ້ອຍຫລາຍສໍ່າໃດນັ້ນຍັງບໍ່ເປັນທີ່ຮູ້ຈັກກັນເທື່ອໃນເວລານີ້.
ຖະແຫລງການສະບັບນຶ່ງຂອງຜະແນກພະຍາກອນອາກາດແຫ່ງຊາດໄດ້ບອກໃຫ້ປະຊາຊົນ
ຢູ່ໃນຂົງເຂດພາກັນໄປຫາບ່ອນຫລົບໄພ ແລະພວກພະຍາກອນອາກາດໄດ້ເຕືອນກ່ຽວກັບ
ພາຍຸຝົນທີ່ຮ້າຍແຮງ ມີພາຍຸ tornado ອີກຕື່ມ ພ້ອມທັງໝາກເຫັບໜ່ວຍໃຫຍ່ເທົ່າກັບ
ໜ່ວຍໝາກບານ baseball ແລະລົມພັດແຮງ.
ລົມພາຍຸຝົນຕົກໜັກທີ່ຮ້າຍແຮງຍັງໄດ້ເປັນໄພຄຸກຄາມຕໍ່ເມືອງ Joplin ໃນລັດ Missouri ເຊ່ນກັນ ບ່ອນທີ່ໃນວັນອາທິດແລ້ວນີ້ ລົມ tornado ໄດ້ທໍາລາຍພວກລົດລາ ຖອນຮາກຕົ້ນໄມ້ ແລະທໍາລາຍຕຶກອາຄານຫລາຍຫລັງນັ້ນ. ຢ່າງໜ້ອຍປະຊາຊົນ 124 ຄົນເສຍຊີວິດໃນລົມພາຍຸດັ່ງກ່າວ ແລະອາດຈະພົບພໍ້ພວກເຄາະຮ້າຍຕື່ມອີກກໍໄດ້ໃນຂະນະທີ່ພວກຊ່ອຍກູ້ໄພຍັງຊອກຄົ້ນຫາຕາມຊາກຫັກພັງທີ່ຖືກທໍາລາຍນັ້ນຢູ່.